ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ອັບເດດ Twitter for android ເວີຊັ່ນໃຫມ່

FREE WARE, social media, ຂ່າວໄອທີ

ລາຍງານຂ່າວລ່າສຸດ Twitter ໄດ້ອອກເວີຊັ່ນໃຫມ່ ຫລືອັບເດດ ແອັບ Twitter ສຳຫລັບ android ໃຫມ່ ເປັນເວີຊັ່ນ 1.0.5 ເພຶ່ອເພີ່ມປະສິດທິພາບຂອງ App ໃຫ້ທຽບເທົ່າກັບ App ທີ່ມີໃນແພັດຟຼອມອື່ນໆ ເປັນຕົນແມ່ນ iOS. ສຳຫລັບເວີຊັ່ນນີ້ມີການປັບປຸ່ງ ໄປ ຖືວ່າຫລາຍພໍສົມຄວນ ເພີ່ມຟຼີເຈີ່ໃຫມ່ໆ ເຂົ້າໄປ ຢ່າງເຊັ່ນ:

1. ໃນເວີຊັ່ນີ້ twitter ໄດ້ມີການປັບເພີ່ມຫນ້າສະແດງລາຍລະອຽດຂອງ tweet ໃຫ້ຜູ້ໃຊ້ເຂົ້າເຖິງໄດ້ໂດຍການກົດເຂົ້າໄປທະວິດນັ້ນໆ ເຊິງຈະເຮັດໃຫ້ສາມາດ reply, ການ retweet ລວມໄປເຖິງ favorite ເຊິງຄວາມສາມາດນີ້ມີຢູ່ແລ້ວໃນ Twitter for iPhone, Twitter for iPad ແລະ Twitter for Windows Phone.

2. ການ Refresh ທີ່ງ່າຍຂຶ້ນ ພຽງແຕ່ເລື່ອນໄປຈົນສຸດ Time Line ມັນກໍ່ຈະທຳການອັບເດດ ຫລື Refresh ໃຫ້ໂດຍ ອັດຕະໂນມັດ.

3. Swipe to reveal ເປັນການເຂົ້າເຖິງສ່ວນຕ່າງໆ ເຊັ່ນ Profile ກໍ່ຈະສະແດງລາຍລະອຽດຕ່າງໆ ເຊັ່ນ: bio, lists, follows/followed by ແລະອື່ນໆ.

4. ການ Retweet ສາມາດເລືອກໄດ້ວ່າຈະ Retweet ຕາມຕົນສະບັບ ຫລືພຽງບາງສ່ວນກໍ່ໄດ້

5. ໄວຂຶ້ນ, ການເລື່ອນຫນ້າ time line ໄດ້ລ່ຽນໄຫລຂຶ້ນ, ການໂຫລດຂໍ້ຄວາມກໍ່ໄວຂຶ້ນເຊັ່ນດຽວກັນ.

ໃຜສົນໃຈດາວນ໌ໂຫລດຕອນນີ້ສາມາດດາວນ໌ໂຫລດໄດ້ແລ້ວ ທີ່ Android market ແຕ່ຕ້ອງເປັນ Android OS 2.1 ຂຶ້ນໄປ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Toshiba ເຄາະລາຄາ ແລະ ວັນວາງຈຳຫນ່າຍ ຂອງແທັບເລັດ Trive ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.