ເລື່ອງລາວຂອງ TECH, STARTUP, ແລະ DIGITAL

HP Slate 500 ແທັບເລັດ Windows 7 ຕົວຈິງມາແລ້ວ

ຂ່າວໄອທີ, ແທັບເລັດ

ໃນທີ່ສຸດ HP Slate 500 ກະ​ບໍ່​ເປັນພຽງຂ່າວ​ລື ​ອີກ​ຕໍ່ໄປ ເມື່ອ​ທາງ​ບໍລິສັດ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ເພິ່ມເຕິມ​ກ່ຽວກັບ “ແທັບ​ເລັດ” ຕົວ​ນີ້​ອອກ​ມາ ແລ້ວ ພ້ອມ​ທັງ​ໄດ້​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ​ແລ້ວ​ອີກດ້ວຍ.

ໂດຍລວມຂອງ HP Slate 500 ຈະ​ມີ​ຂະໜາດ​ໜ້າ​ຈໍ 8.9 ນິ້ວ ເຮັດວຽກ​ດ້ວຍ​ໂພ​ເຊດ​ເຊີລ໌ Intel Atom Z540 ຄວາມ​ໄວ 1.86GHz  ແລະ ​ຊິບ​ເລັ່ງ​ຄວາມ​ໄວ​ຂອງ​ວິ​ດີ​ໂອ​ຈາກ Broadcom ສາມາດ​ຫລິ້ນ​ວິ​ດີ​ໂອ​ໄຮ​ເດ​ຟ (HD video) 720p, ລະບົບ​ປະຕິບັດການ​ທີ່​ໃຊ້​ເປັນ Windows 7 Professional ຊຶ່ງ​ນັ້ນ​ໝາຍ​ຄວາມ​ວ່າ ມັນ​ເປັນ​ແທັບ​ເລັດ​ທີ່​ເຈາະ​ຕະ​ຫລາດ​ຜູ້​ໃຊ້​ໃນ​ກຸ່​ມອົງ​ກອນ​ທຸລະກິດ​ຫລາຍກວ່າ​ຜູ້​ບໍລິ​ໂພກ​ທົ່ວ ໄປ ນອກ​ຈາກ​ນີ້ ທາງ​ບໍລິສັດ​ຍັງ​ໄດ້​ເປີດ​ເຜີຍ​ອີກ​ດ້ວຍ​ວ່າ HP Slate 500 ມີ​ກ້ອງ​ສອງ​ໂຕ ສາມາດ​ບັນ​ທຶ​ກວິ​ດີ​ໂອ​ ຄວາມ​ລະອຽດ​ລະ​ດັບ VGA ດ້ວຍ​ອັດຕາ​ເຟມ 23 – 25 ເຟ​ມ​ຕໍ່​ວິ​ນາ​ທີ ໃນ​ຂະນະ​ທີ່​ກ້ອງ​ດ້ານ​ຫລັງ​ສາມາດ​ຖ່າຍ​ຮູບ​ທີ່​ຄວາມ​ລະອຽດ 3 ລ້ານ​ພິກ​ເຊວ

ເຖິງແມ່ນວ່າ ຄຸນສົມບັດ​ພື້ນ​ຖານ​ຂອງ HP Slate 500 ຈະ​ລະ​ບຸ​ວ່າ ສາມາດ​ຫລິ້ນ​ວິ​ດີ​ໂອ HD 720p ໄດ້ ແຕ່​ຄວາມ​ລະອຽດ​ຂອງ​ໜ້າ​ຈໍ​ຈະ​ສາມາດ​ສະແດງ​ຜົນ​ທີ່​ຄວາມ​ລະອຽດ​ໄດ້ 1024×600 ຫລື 1024×768 ພິກ​ເຊວ​ເທົ່າ​ນັ້ນ ຢ່າງໃດ​ກໍ​ຕາມ ຜູ້​ໃຊ້​ສາມາດ​ເຊື່ອມ​ຕໍ່ HP Slate 500 ເພື່ອ​ຫລິ້ນ​ວິ​ດີ​ໂອ​ໄຮ​ເດ​ຟຯ​ເທິງ​ຈໍ​ສະແດງ​ຜົນ​ພາຍນອກ​ຜ່ານ​​ພອລ໌​ຕ HDMI ໄດ້, ພ້ອມ​ກັນ​ນີ້ HP Slate 500 ຍັງ​ມາ​ພ້ອມ​ກັບ USB ເຖິງ 2 ພອລ໌​ຕ ແລະ​ຊ່ອງ​ໃສ່​ກາດ​ໜ່ວຍ​ຄວາມ​ຈຳ SD ສະ​ຕໍ​ເລດ​ຂອງ​ເຄື່ອງ​ຈະ​ເປັນ SSD ຄວາມ​ຈຸ 64GB ຫນ່ວຍ​ຄວາມ​ຈຳ​ລະບົບ​ເປັນ DDR2 ຂະໜາດ 2GB ໃນ​ກໍລະນີ​ທີ່​ຕ້ອງ​ການ​ຫລິ້ນ​ແຜ່ນ DVD ຫລື CD ສາມາດ​ເຊື່ອມ​ຕໍ່​ກັບ​ໄດ​ຟ໌​ພາຍນອກ​ຜ່ານ​ທາງ​ພອລ໌​ຕ USB ໄດ້

ຄວາມສາມາດເຊື່ອມຕໍ່ແບບໄຮ້ສາຍແມ່ນ Wi-Fi 802.11 b/g/n ແລະ Bluetooth ບໍ່​ພຽງ​ເທົ່າ​ນີ້ HP Slate 500 ຈະ​ມາ​ພ້ອມ​ກັບ​ຊອງ​ໃສ່ ແລະ​ດັອກ​ກິ້ງ​ສຳລັບ​ຕັ້ງ​ແທັບ​ເລັດ​ໃນ​ແນວ​ນອນ​ອີກ​ດ້ວຍ. ນ້ຳຫນັກພຽງແຕ່ 680 ກຣາມ​ເທົ່າ​ນັ້ນ.  ແຖມ​ຍັງມີ​ແບັດເຕີລີ່ ທີ່​ໃຊ້​ງານ​ຕໍ່​ເນື່ອງ​ໄດ້​ດົນ​ເຖິງ 5 ຊົວໂມງ. ສ່ວນ​ລາ​ຄາ​ຂອງ HP Slate 500 ຢູ່​ທີ່  799 ຫລຽນຯ. ສັງເກດແລ້ວແພງກວ່າ iPad ແຕ່ຈັງໃດກໍ່ຕິດຕາມຕໍ່ໄປວ່າມັນຈະໄດ້ຮັບການຕອບຮັບທີ່ດີຫລືບໍ່. ລາຍລະອຽດເພີ່ມເຕີມ HP’s site

ທີ່ມາ: arip, PcMag

ລອງອ່ານກ່ຽວກັບ  ໄປແລ້ວຫນຶ່ງ OS: HP ປະກາດຢຸດພັດທະນາອຸປະກອນ WebOS ຢ່າງຖາວອນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.