ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປະຫວັດຄວາມເປັນມາຂອງ Twitter Social networking ຊື່ດັງ

ລາຍງານພິເສດ

ມາຮອດຕອນນີ້ໃນໂລກອອນໄລນ໌ໃຜໆກໍ່ຮູ້ຈັກຄຳວ່າ Twitter ທີ່ເປັນ social networking ຊຶ່ດັງໃນປະຈຸບັນ, ແຕ່ຫລາຍຄົນກໍ່ອາດຈະຍັງບໍ່ຮູ້ວ່າ Twitter ແມ່ນຫຍັງມີຄວາມເປັນມາແນວໃດ.ມື້ນີ້ຈຶງນຳປະຫວັດຄວາມເປັນມາຂອງ Twitter ມາໃຫ້ທຸກຄົນໄດ້ຮັບຮູ້ກັນ.

Twitter ນັ້ນ ມາ​ຈາກ​​ຄຳ​ວ່າ tweet ທີ່​ແປ​ວ່າ ສຽງ​ນົກ​ຮ້ອງ ໝາຍ​ເຖິງ Unified Message ຊະນິດ​ໜຶ່ງ ມີ​ລັກສະນະ​ເປັນ Microblogging ທີ່​ໃຫ້​ບໍລິການ​ເພື່ອ​ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ ເພື່ອນ ຄອບຄົວ​ແລະ​ເພື່ອນ​ຮ່ວມ​ງານ ສາມາດ​ເຊື່ອມ​ຕໍ່​ເປັນ​ເຄືອ​ຂ່າຍ ແລະ​ແລກ​ປ່ຽນ​ຂໍ້​ມູນ​ໄດ້​ຢ່າງ​ວ່ອງໄວ ແບບ RealTime ເພື່ອ​ເປັນ​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ທີ່​ວ່າ “ເຈົ້າ​ກຳ​ລັງ​ເຮັດຫຍັງ​ຢູ່” ຊຶ່ງ Twitter ກໍ່​ຕັ້ງ​ຂຶ້ນ​ໂດຍ​ບໍລິສັດ Obvious Corp ເມື່ອ​ເດືອນ ມີ​ນາ ປີ 2006 ທີ່​ເມືອງ​ຊານ​ຟານ​ຊິດ​ໂກ ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາ ພັດທະນາ​ຂຶ້ນ​ໂດຍ Evan Williams ແລະ Meg Hourihan. Evan Williams ຄື​ຄົນ​ດຽວ​ກັບ​ທີ່​ສ້າງ​ບໍລິການ​ບຼັອກ ທີ່​ນິຍົມ​ຫລາຍ​ທີ່ສຸດ​ໃນ​ໂລກ ໃນ​ຂະນະ​ນີ້ ນັ້ນ​ຄື Blogger.com ນັ້ນ​ເອງ ຫລາຍ​ຄົນ​ຄົງ​ພໍ​ຮູ້​ກັນ​ແລ້ວວ່າ Blogger.com ຕັ້ງ​ແຕ່​ທຳອິດນັ້ນ ຢູ່​ພາຍໃຕ້​ການ​ເບິ່ງແຍງ​ຂອງ​ບໍລິສັດ​ນ້ອຍ​ໆ ທີ່​ຊື່​ວ່າ Pyra Labs ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ​ຕັ້ງ​ແຕ່​ເດືອນສິງ​ຫາ ປີ 1999

ແລະ​ຫລັງ​ຈາກ​ນັ້ນ 3 ປີ ທາງ Google ກໍ​ເຂົ້າ​ມາ​ຂໍ​ຊື້​ກິດຈະການ​ໄປ​ໃນ​ປີ 2002 ເພື່ອ​ໄປ​ເຕີມ​ເຕັມ​ບໍລິການ ອີກ​ທັງ​ຂະຫຍາຍ​ກຸ່ມ​ຜູ້​ໃຊ້​ໃຫ້​ໄດ້​ຫລາຍ​ຂຶ້ນ ແຕ່ Williams ຖອນ​ຕົວ​ອອກຈາກ Google ມາ​ຮ່ວມ​ງານ​ກັບ Odeo ເມື່ອ ປີ 2004 ແລະ​ ເມື່ອ​ບໍ່ດົນ​ມາ​ນີ້ Williams ໄດ້​ອອກ​ມາ​ຮ່ວມ​ງານ ກັບ Obvious Corp ,ໃນ​ປີ 2006 ຊຶ່ງ​ມີ Twitter ເປັນ Product ຫລັກ​ຂອງ​ບໍລິສັດ ເປົ້າ​ໝາຍ​ຂອງ Obvious Corp ຄື ສ້າງສັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແລະ​ມີ​ຄວາມ​ສຳຄັນ ຕໍ່​ໂລກ Meg Hourihan ຄື​ຜູ້​ຮ່ວມ​ກໍ່​ຕັ້ງ​ອີກ​ໜຶ່ງ​ຄົນ ຊຶ່ງ​ເປັນ​ຄູ່​ຫູ​ຂອງ Evan Williams ນັ້ນ​ເອງ ພາບ​ພົດຂອງ​ນາງ​ກໍ​ຍັງ​ເປັນ​ບຼັອກ​ເກີລ໌ ຢູ່​ຕໍ່ໄປ ແລະ​ຕອນ​ນີ້​ນາງ​ກໍ​ແຕ່ງ​ງານ​ແລ້ວ​ກັບ Jason Kottke ຊຶ່ງ​ນັບ​ແລ້ວ​ກໍ​ເປັນ​ບຼັອກ​ເກີລ໌​ຄືກັນ ທັງ​ສອງ​ເຄີຍ​ເປັນ​ບຸກ​ຄົນ​ແຫ່ງ​ປີ ທີ່​ທາງ PC Magazine ມອບ​ໃຫ້​ໃນ​ປີ 2004

ຄ. ສ. 2009 ທະ​ວິດ​ເຕີລ໌​ໄດ້ຮັບ​ຄວາມ​ນິຍົມ​ສູງ​ຂຶ້ນ​ຢ່າງ​ໄວວາ ຈົນ​ນິ​ຕົຍ​ສານ “TIME” ສະບັບ​ວັນທີ່ 15 ມິຖຸນາ 2009 ໄດ້​ນຳ​ເອົາ​ທະ​ວິດ​ເຕີລ໌​ຂຶ້ນ​ປົກ ເປັນ​ເລື່ອງ​ເດັ່ນ​ປະຈຳ​ສະບັບ ແລະ​ບົດ​ບັນ​ນາ​ທິ​ການ​ກ່າວເຖິງ​ການ​ປ່ຽນ​ແປງ​ການ​ນຳ​ສະເໜີ​ຂ່າວ ທີ່​ມີ​ທີ່​ມາ​ຈາກ​ເທກ​ໂນ​ໂລ​ຍີ​ໃໝ່​ຢ່າ​ງທະ​ວິດ​ເຕີລ໌ “ບໍລິການ​ຂອງ Twitter ນັ້ນ ເຖິງ​ຈະ​ເປັນ​ພຽງແຕ່​ບໍລິການ​ນ້ອຍ​ໆ ແຕ່​ຕອນ​ນີ້ ບໍລິການ​ນ້ອຍ​ໆ ທີ່​ວ່າ​ນີ້ ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ສວຍງາມ ມີ​ຜູ້​ໃຊ້​ງານ​ຫລາຍ​ລ້ານ​ຄົນ​ທົ່ວ​ໂລກ ທັງ​ໝົດ​ທັງ​ມວນ​ນີ້ ສານ​ຕໍ່​ຈາກ​ການ​ເປັນ​ບຼັອກ​ເກີລ໌​ຂອງຄົນໆຫນື່ງ.” ຕອນຕໍ່ໄປຈະມາເວົ້າກ່ຽວກັບ Twitter ແມ່ນຫຍັງ ແລະໃຊ້ງານແນວໃດ ຫລືມີບັນຫາຫຍັງຝາກໄວ້ທາງບ່ອນສະແດງຄວາມຄິດເຫັນໄດ້ເລີຍ

ລອງອ່ານກ່ຽວກັບ  Twitter ແມ່ນຫຍັງ Facebook ແມ່ນຫຍັງ ຕ່າງກັນແນວໃດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.