ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ໄຮໂຊ ລຸ້ນ”ຂອບທອງ-ຝັງເພັດ”

Gadget, ໂທລະສັບ

ເບິ່ງ​ຄື​ຈະ​ເປັນ​ທຳນຽມ​ປະຕິບັດ​ໄປ​ແລ້ວ ທຸກ​ເທື່ອ​ທີ່​ຜະລິດຕະພັນ​ແອບ​ເປີ້ນ (Apple) ອອກ​ມາ ບໍລິສັດ​ທີ່​ເຮັດ​ທາງ​ດ້ານ​ອັນ​ມະ​ນີ​ແກ້ວ​ແຫວນ​ເງີນ​ທອງ​ຕ່າງໆ ຈະ​ຕ້ອງ​ນຳ​ແກັດ​ເຈັດ (Gadget) ພວກ​ນີ້​ມາ​ຕິດ​ທອງ​ລ້ອມ​ເພັດ​ກັນ​ໃຫ້​ໄຮ​ໂຊ​ອູ້​ຟູ່​ທຸກ​ເທື່ອ​ໄປ ລ່າ​ສຸດ​ເຖິງ​ຄາວ​ຂອງ iPhone 4 ໄອ​ໂຟນ​ລຸ້ນ​ທີ່​ເຮັດ​ສະ​ຖິ​ຕິ​ຍອດ​ຂາຍ​ໄວ​ທີ່ສຸດ​ໃນ​ປະຫວັດສາດ ແຖມ​ຍັງ​ຕົກ​ເປັນ​ຂ່າວ​ຫລາຍ​ທີ່ສຸດອີກ​ດ້ວຍ

ຂ່າວ​ນີ້​ຈະ​ເຮັດໃຫ້​ທ່ານ​ຜູ້​ອ່ານ​ຮູ້ວ່າ iPhone 4 ລຸ້ນ​ທີ່​ແພງ​ທີ່ສຸດ​ບໍ່ແມ່ນ​ລຸ້ນ​ທີ່​ມີ​ຄວາມ​ຈຸ 32GB ແຕ່​ຈະ​ເປັນ​ລຸ້ນ​ທີ່​ໄດ້ຮັບ​ການ​ດີ​ໄຊນ໌​ຕົກ​ແຕ່ງ​ເພິ່ມເຕິມ​ໂດຍ Stuart Hughes ເພາະ​ມັນ​ມາ​ພ້ອມ​ກັບ​ຄວາມ​ໄຮ​ໂຊ​ສຸດໆ ໂດຍ​ຕົວ​ທຳອິດທີ່​ເຫັນ​ຂ້າງ​ລຸມ​ນີ້​ຈະ​ເປັນ​ລຸ້ນ​ເພັດ​ລ້ອມ (ຂະໜາດ 6.5 ກະ​ລັດ) ບໍລິເວນ​ຂອບ​ຂອງ​ຕົວ​ເຄື່ອງ ຊຶ່ງ​ເປັນ​ສ່ວນ​ທີ່​ເຊື່ອມ​ຕໍ່​ກັບ​ເສົາ​ອາ​ກາດ​ທີ່​ເປັນ​ເສັ້ນ​ສີ​ດຳ​ນ້ອຍ​ໆ ເທິງ​ແຖບ​ໂລ​ຫະ ການ​ລ້ອມ​ເພັດ​ທີ່​ມີ​ຄຸນສົມບັດ​ບໍ່​ນຳ​ໄຟ​ຟ້າ​ນອກ​ຈາກ​ຈະ​ເຮັດໃຫ້​ເບິ່ງ​ຫລູ​ຫລາ​ແລ້ວ ມັນ​ຍັງ​ອາດຈະ​ຊ່ວຍ​ໃຫ້​ຜູ້​ໃຊ້​ບໍ່​ໄປ​ສຳ​ຜັດ​ກັບ​ເສົາ​ອາ​ກາດ​ໂດຍ​ກົງ​ອີກ​ດ້ວຍ ແຕ່​ທີ່ ແອບ​ເປີ້ນ​ບອກ​ມາ​ກໍ​ຄື ຊອງ​ທີ່​ເໝາະ​ກັບ iPhone 4 ຄວນ​ເຮັດ​ຈາກ​ພາ​ສະຕິ​ກ ຫລື​ຢາງ ເພັດ​ລ້ອມ​ຈະ​ຊ່ວຍ​ໃຫ້​ສັນ​ຍານ​ດີ​ຂຶ້ນ​ບໍ​ນໍ່ ແຕ່​ລາ​ຄາ​ແພງ​ຂຶ້ນ​ແທ້ໆ ເພາະ​ທີ່​ເຫັນ​ໃນ​ຮູບ​ນີ້​ມັນ​ມີ​ລາ​ຄາ​ຢູ່​ທີ່ 19,514 ຫລຽນຯ

ສ່ວນ iPhone 4 ອີກ​ລຸ້ນ​ໜຶ່ງ​ເປັນ​ຜົນ​ງານ​ການ​ຕົກ​ແຕ່ງ​ຂອງ GoldStriker ທີ່ ແມ່ນ​ຈະ​ມີ​ດີ​ໄຊນ໌​ທີ່​ລຽບ ແຕ່​ມັນ​ກໍ​ເບິ່ງ​ລ້ຳ​ຄ່າ​ດ້ວຍ​ການ​ໃຊ້​ທອງ​ຄຳ 24ct ເຮັດ​ເປັນ​ຂອບ​ແທນ​ທີ່​ແຕ່​ເດີມ​ໃຊ້​ໂລ​ຫະ ຊຶ່ງ​ການ​ໃຊ້​ທອງ​ໜ້າ​ຈະ​ເຮັດໃຫ້​ມັນ​ນຳ​ໄຟ​ຟ້າ​ໄດ້​ດີກວ່າ ແຕ່​ຈະ​ຊ່ວຍ​ໃຫ້​ຮັບ​ສັນຍາ​ນະ​ໄດ້​ດີ​ຂຶ້ນ ຫລື​ບໍ່? ຕ້ອງ​ພິສູດ ລົງ​ທຸນ​ພຽງແຕ່ 2,395 ຫລຽນຯ ​ເທົ່າ​ນັ້ນ. ບໍ່​ວ່າ​ມັນ​ຈະ​ສົ່ງ​ຜົນ​ກະທົບ​ກັບ​ບັນຫາ​ທີ່ເກິດຂື້ນ​ຫລື​ບໍ່​ກໍ​ຕາມ ແຕ່​ທີ່​ແນ່​ໆ ໃຜ​ໃຊ້ iPhone 4G ສອງ​ລຸ້ນ​ນີ້​ຄົງ​ຕ້ອງ​ລະ​ວັງ​ຕົວ​ກັນ​ຫນ້ອຍຫນື່ງ ຮັບຮອງ​ວ່າ ເຜີວາງຖິ້ມ​​ໄວ້​ບ່ອນໃດ? ຮັບຮອງເສຍພັນເປີເຊັນ!!!

ຂໍ້​ມູນ​ຈາກ: Stuart Hughes, GoldStriker, Arip

ລອງອ່ານກ່ຽວກັບ  ອຸປະກອນເສີມທີ່ຊ່ວຍໃຫ້ iPhone 4 ໃສ່ໄດ້ສອງຊິມ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.