ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂໍ້ສະຫລຸບຂອງງານຖະແຫລງຂ່າວຂອງ Apple ກັບ iPhone4

ຂ່າວໄອທີ, ໂທລະສັບ

ໃນງານ Apple’s iPhone 4 press conference ທີຫາກໍ່ສິ້ນສຸດລົງໄປໃນບໍ່ຫລາຍຊົວໂມງທີ່ຜ່ານມາເຮົາກໍໄດ້ຂໍ້ສະຫລຸບຫລາຍຢ່າງຈາກງານນີ້:

ກ່ອນອື່ນກໍ່ແມ່ນການປະກາດເເຈກຂອບຢາງ ຫລື Bumper ໃຫ້ກັບລູກຄ້າທີ່ຊື້ iPhone4 ທັງໃນແລະນອກສະຫະລັດຯ ໂດຍຈະມີກຳນົດເຖິງວັນທີ 30ກັນຍາ 2010 ນີ້ເທົ່ານັ້ນ ເເລະຍິນດີຮັບເຄື່ອງຄືນຈາກລູກຄ້າ ເເຕ່ຕ້ອງພາຍໃນ 30ວັນ ຫລັງຈາກມື້ທີ່ຊື້ໄປ ໂດຍບໍ່ຄິດຄ່າທຳນຽມ restocking fee.

ນອກນັ້ນເເລ້ວຍັງໄດ້ປະກາດເລື່ອນການສົ່ງເຄື່ອງສີຂາວໃຫ້ລູກຄ້າເປັນທ້າຍເດືອນນີ້ ເເລະ ຈະຈັດສົ່ງໄປປະເທດຕ່າງໆອີກ 17 ປະເທດເຊັນດຽວກັນໃນທ້າຍເດືອນ.

ໃຈຄວາມຫລັກໆກໍ່ຄື apple ໄດ້ປຽບທຽບເເລະໂພສວິດີໂອການທົດສອບ ການຖືເເລ້ວສັນຍານຕົກຂອງມືຖືຄ້າຍອື່ນໆນຳອີກດ້ວຍ ເຊິງກໍ່ມີດັ່ງນີ້: BlackBerry Bold 9700, HTC Droid Eris ເເລະ Samsung Omnia II. ເຮັດໃຫ້ຫລາຍຄົນຕົກໃຈໄປຕາມໆກັນ.

ເເລະທາງລຸ່ມນີ້ເເມ່ນວິດີໂອການທົດສອບຂອງມືຖືຄ້າຍອື່ນ ທີ່ apple ໂພສຂຶ້ນຫນ້າເວັບ




ຮູບເເລະວິດີໂອຈາກ: engadget

ລອງອ່ານກ່ຽວກັບ  ລາຍລະອຽດກ່ຽວກັບ ບໍລິການ iCloud ບໍລິການໃຫມ່ຂອງ Apple

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.