ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາພິສູດກັນວ່າ iOS4.1 ຈະແກ້ບັນຫາໃຫ້ກັບ iPhone4 ໄດ້ຫລືບໍ່?

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ ແອບ​ເປີ້ນ (Apple) ປະ​ກາດ​ວ່າ ທາງ​ບໍລິສັດ​ໄດ້​ອັບ​ເດດ​ຊອຟົຕ໌​ແວລ໌ iOS ເປັນ​ເວີລ໌​ຊັນ 4.1 ຊຶ່ງ​ໄດ້ຮັບ​ການ​ແກ້​ບັນຫາ​ການ​ສະແດງ​ແທ່ງ​ສັນຍາ​ນະ​ເທິງ iPhone 4 ຜິດ​ພາດ​ຮຽບຮ້ອຍ​ແລ້ວ ຢ່າງໃດ​ກໍ​ຕາມ iOS 4.1 ບໍ່​ໄດ້​ມີ​ການ​ແກ້​ບັນຫາ”ສາຍ​ຫລຸດ”ທີ່​ກຳ​ລັງ​ເປັນ​ປະ​ເດັນ​ຮ້ອນ​ຢູ່ໃນ​ຂະນະ​ນີ້

ຜົນ​ການ​ທົດສອບ​ເທິງ​ເວັບ​ໄຊຕ໌ Consumer Reports ຢືນຢັນ​ຊັດເຈນ​ວ່າ iPhone 4 ມີ​ບັນຫາ​ໃນ​ເລື່ອງ​ຂອງ​ດີ​ໄຊນ໌​ຮາລ໌​ດ​ແວລ໌ ເຮັດໃຫ້​ເສົາ​ອາ​ກາດ​ທີ່​ຢູ່​ດ້ານ​ຂ້າງ​ສຳ​ຜັດ​ຖືກມື​ຜູ້​ໃຊ້​ຈົນ​ເປັນ​ເຫດ​ໃຫ້​ສັນຍາ​ນະ​ທີ່​ໄດ້ ຮັບ​ອ່ອນ​ກຳ​ລັງ​ລົງ​ຈົນ​ສາຍ​ຫລຸດ​ໄດ້ ຊຶ່ງ​ທາງ​ແກ້​ຄື ຫາ”ຊອງ”ມາ​ໃສ່ ຢ່າງໃດ​ກໍ​ຕາມແອບ​ເປີ້ນ​ຍັງ​ຄົງສະຫ​ງວນ​ທ່າ​ທີ ເນື່ອງ​ຈາກ​ຫາກ​ແຈກ​ຊອງ​ຟຼີກໍ​ເທົ່າ​ກັບ​ຍອມ​ຮັບ​ເລື່ອງ​ດີ​ໄຊນ໌​ມີ​ບັນຫາ ສ່ວນ​ກໍລະນີ​ທີ່​ຈະ​ຕັດ​ສິນ​ໃຈ​ຮຽກ​ຄືນ​ຄ່າ​ໃຊ້​ຈ່າຍ​ກໍ​ສູງ​ເກີນ​ໄປ ຫລາຍ​ຝ່າຍ​ກຳ​ລັງ​ມອງ​ວ່າ ແອບ​ເປີ້ນ​ຈະ​ຈັດການ​ກັບ​ບັນຫາ​ນີ້​ຢ່າງໃດ?

ລ່າ ສຸດ​ເວັບ​ໄຊຕ໌ MacRumors ລາຍ​ງານ​ຜົນ​ການ​ທົດສອບ iOS 4.1 ເທິງ iPhone 4 ວ່າ ການ​ສະແດງ​ແທ່ງ​ສັນ​ຍານ​ຈະ​ສູງ​ກວ່າ​ເກົ່າເລັກນ້ອຍ ນອກ​ຈາກ​ນີ້​ກໍ​ຈະ​ມີ​ໃນ​ສ່ວນ​ຂອງ​ຊອ​ຟົຕ໌​ແວລ໌​ໂມ​ເດັມ​ທີ່​ໄດ້ຮັບ​ການ​ອັບ​ເດດ​ເປັນ 02.07.01 ຈາກ 01.59.00 ຢ່າງໃດ​ກໍ​ຕາມ ຂໍ້​ສະຫລຸບ​ທີ່​ໄດ້​ຈາກ​ການ​ອັບ​ເກດ iOS 4.1 ກໍ​ຄື ມັນ​ບໍ່​ໄດ້​ແກ້​ບັນຫາ”ສາຍ​ຫລຸດ” ໃຫ້​ກັບ iPhone 4 ແຕ່​ຢ່າງ​ໃດ… ຂ້າງ​ລຸມ​ເປັນ​ຄິບ​ຢືນຢັນ​ການ​ທົດສອບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ບັນຫາ death grip ຍັງ​ຄົງ​ຢູ່​ຢ່າງ​ຊັດເຈນ

ທີ່ມາ: pcmag, arip.co.th

ລອງອ່ານກ່ຽວກັບ  ລັດໄດ້ຫຍັງແນ່ຈາກການອະນຸຍາດໃຫ້ມີການຂຸດບິດຄອຍຢູ່ ສປປ ລາວ (LAO BITCOIN MINING)

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.