ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜົນສຳຫລວດຄວາມນິຍົມຂອງ Nokia ລຸດລົງ

ຂ່າວໄອທີ, ໂທລະສັບ

ສຳ​ນັກ​ວິ​ໄຈ YouGov ໃນ​ UK  ສຳ​ລວດ​ຄວາມ​ເຫັນ​ຂອງ​ຜູ້​ບໍລິ​ໂພກ​ວ່າ​ສົນ​ໃຈ​ຊື້​ມື​ຖື​ຍີ່​ຫໍ້​ໃດ​ແນ່ປາກົດ​ວ່າ​ໂນ​ເກຍ​ໄດ້ຮັບ​ຄະ​ແນນ​ນິຍົມ​ຫນ້ອຍ​ລົງ​ຈາກ​ການ​ສຳ​ລວດ​ເທື່ອ​ກ່ອນໆ ຫລາຍ (ສຳ​ລວດ​ທຸກໆ 6 ເດືອນ)

ຜູ້​ທີ່​ໄດ້ຮັບ​ຄະ​ແນນ​ສູງ​ສຸດ​ຄື​ແອບ​ເປີນ ໂດຍ​ໄດ້​ຄະ​ແນນ​ຄວາມ​ສົນ​ໃຈ (consider) ທີ່ 56% ຮັກສາ​ລະ​ດັບ​ເດີມ​ຈາກ​ຄາວ​ກ່ອນໆ ແລະ​ຫ່າງຈາກ​ອັນ​ດັບ​ສອງ​ຂາດ  ນອກ​ຈາກ​ນີ້​ຍັງ​ໄດ້​ຄະ​ແນນ​ຄວາມ​ຄາດ​ໝາຍ​ວ່າ​ຈະ​ຊື້ (expect) ທີ່ 41% ເພີ່ມ​ຈາກ​ຄາວ​ກ່ອນ​ເລັກນ້ອຍ

ສ່ວນ​ໂນ​ເກຍ​ແມ່ນ​ຈະ​ຄະ​ແນນ​ລຸດ​ຮວບ​ຮາບ ມີ​ຄົນ​ຕ້ອງ​ການ​ຊື້​ພຽງ 10% (ຈາກ 19% ເມື່ອ​ປີ​ກ່ອນ) ແຕ່​ກໍ​ຍັງ​ຄົງ​ເປັນ​ອັນ​ດັບ​ສອງ​ນຳ​ໜ້າ BlackBerry ຢູ່​ເລັກນ້ອຍ ອັນ​ດັບ​ທີ່​ເຫລືອ​ຄື HTC, Sony Ericsson, Samsung, LG ແລະ​ປິດ​ດ້ວຍ Motorola ຜົນ​ຄະ​ແນນ​ເບິ່ງ​ຈາກ​ກາ​ຟທາງລຸ່ມເລີຍ

ທີ່​ມາ – YouGov, Blognone

ລອງອ່ານກ່ຽວກັບ  Microsoft Kinect ກັບ Xbox 360 ໂສມ​ໃໝ່!!!

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.