ເລື່ອງລາວຂອງ TECH, STARTUP, ແລະ DIGITAL

RIM ໂຕ້ ຈອບສ໌ ແລະ ບອກ BlackBerry ບໍ່ຕ້ອງໃສ່ຊອງ ກໍໂທໄດ້ດີ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ RIM ບໍລິສັດ​ຜູ້​ຜະລິດສະມາດ​ໂຟນ BlackBerry ກ່າວ​ໂຕ້​ແຍ້ງ​ສິ່ງ​ທີ່​ຈອບສ໌​ບອກວ່າ Antennagate ບໍ່​ໄດ້​ເກີດ​ຂຶ້ນ​ກັບ iPhone 4 ເທົ່າ​ນັ້ນ ແຕ່ BlackBerry ກໍ​ມີ​ບັນຫາ​ນີ້​ດ້ວຍ ໂດຍ​ທາງ RIM ເບິງວ່າ Apple ກຳ​ລັງ​ລ້ຽງ​ປະ​ເດັນ​ບັນຫາ​ໃນ​ການ​ອອກ​ແບບ​ເສົາ​ອາ​ກາດ​ຂອງ iPhone 4

“ຄວາມ​ພະຍາຍາມ​ຂອງ Apple ທີ່​ຈະ​ດຶງ RIM ເຂົ້າໄປ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ ເປັນ​ເລື່ອງ​ທີ່​ເຮົາ​ຮັບ​ບໍ່​ໄດ້” Mike Lazaridis ແລະ Jim Balsille ຊີ​ອີ​ໂອ​ຮ່ວມ​ຂອງ RIM ກ່າວ​ໃນ​ມື້​ດຽວ​ກັນ ຫລັງ​ຈາກ Apple ເປີດຖະແຫລງການ” Apple ອ້າງ​ວ່າ ສະມາດ​ໂຟນ​ຂອງ RIM ກໍ​ມີ​ບັນຫາ​ດຽວ​ກັນ ເປັນ​ຄວາມ​ພະຍາຍາມ​ທີ່​ຈະ​ບິດ​ປະ​ເດັນ​ຈາກ​ບັນຫາ​ການ​ດີ​ໄຊນ໌​ເສົາ​ອາ​ກາດ ທີ່​ຜິດ​ພາດ​ຂອງ iPhone 4 ທີ່​ເຮັດໃຫ້ Apple ຕົກ​ຢູ່ໃນ​ສະຖານະການ​ທີ່​ລຳ​ບາກ​ຢູ່ໃນ​ຂະນະ​ນີ້”

ຕັ້ງ​ແຕ່​ວັນ​ທີ 24 ມິ​ຖຸນາ ຊຶ່ງ​ເປັນ​ວັນທີ່ iPhone 4 ວາ​ງຕະຫ​ລາດ ກໍ​ເລີ່ມ​ມີ​ຜູ້​ໃຊ້​ບາງ​ລາຍ​ແຈ້ງ​ວ່າ ຄວາມ​ແຂງ​ແຮງ​ຂອງ​ສັນ​ຍານ​ຕົກລົງ​ຢ່າງ​ໜ້າ​ປະ​ຫລາດ​ໃຈ ແມ່ນພວກເຂົາ​ຈະ​ຖື iPhone 4 ດ້ວຍ​ວິທີ​ປົກກະຕິ​ທີ່​ເຄີຍ​ໃຊ້​ງານ ໂດຍ​ອາການ​ດັ່ງ​ກ່າວ​ໄດ້​ເຮັດໃຫ້​ຄູ່​ສາຍ​ທີ່ ສົນທະນາ​ຢູ່ໃນ​ຂະນະ​ນັ້ນ​ຫລຸດ​ໄປ​ເສີຍໆ ຊຶ່ງ​ໃນ​ການຖະແຫລງຂ່າວ​ເມື່ອ​ວັນສຸກ​ທີ​ຜ່ານມາ ຈອບສ໌ ຊີ​ອີ​ໂອ​ຂອງ Apple ໄດ້​ກ່າວ​ວ່າ ໃນ​ອຸດສາຫະກຳ​ສະ​ມາດ​ໂຟນ​ຕ່າງ​ປະ​ສົບ​ບັນຫາ​ນີ້​ຄືກັນ ໂດຍ​ອ້າງ​ເຖິງ​ຊື່​ບໍລິສັດ Research in Motion (RIM), Samsung Electronics ແລະ HTC Corp ທັງ​ນີ້ ສື່​ມວນ​ຊົນ​ໄດ້​ຕັ້ງ​ຂໍ້​ສັງເກດ​ວ່າ ຕະຫລອດ​ເວລາ 90 ນາ​ທີ ຈອບສ໌​ບໍ່​ໄດ້​ລະ​ບຸ​ຊັດເຈນ​ວ່າ ບັນຫາ​ເກີດ​ຈາກ​ການ​ອອກ​ແບບ​ເສົາ​ອາ​ກາດ​ຂອງ iPhone 4 ແຖມ​ຍັງ​ກ່າວ​ຫາ​ວ່າ ສື່​ພະຍາຍາມ​ທີ່​ຈະ​ໃສ່​ຮ້າຍ​ບໍລິສັດ​ທີ່​ກຳ​ລັງ​ປະ​ສົບ​ຄວາມ​ສຳ​ເລັດ​ອີກ​ດ້ວຍ ນີ້ ຄື​ຊີວິດ​ຈິງ​ໃນ​ໂລ​ກສະມາດ​ໂຟນ ບໍ່​ມີ​ມື​ຖື​ເຄື່ອງ​ໃດ​ທີ່​ສົມບູນ ສະມາດໂຟນ​ສ່ວນ​ໃຫຍ່​ທີ່​ເຮົາ​ທົດສອບ​ກໍ​ມີ​ອາການ​ຢ່າງ​ນີ້” ຈອບສ໌ ກ່າວ

ສຳລັບ​ການ​ໂຕ້ຕອບ​ຕໍ່​ຄຳ​ຖະແຫລງຂອງ​ຈອບສ໌ ຊີ​ອີ​ໂອ​ຮ່ວມ​ຂອງ RIM ກ່າວ​ວ່າ ” RIM ຫລີກ​ລ້ຽງ​ການ​ອອກ​ແບບ​ໃນ​ລັກສະນະ​ທີ່ Apple ເຮັດ​ກັບ iPhone 4 ໂດຍ​ພະຍາຍາມ​ໃຊ້​ນະວັດຕະ​ກຳການ​ອອກ​ແບບ​ທີ່​ລຸດ​ຄວາມ​ສ່ຽງ​ຕໍ່​ການ​ສາຍ​ຫລຸດ ໂດຍ​ສະເພາະ​ໃນ​ບໍລິເວນ​ອັບ​ສັນຍາ​ນ” ພວກເຂົາ​ຍັງ​ກ່າວ​ຕໍ່ໄປ​ອີກ​ດ້ວຍ​ວ່າ ປະ​ເດັນ ໜຶ່ງ​ທີ່​ເຫັນ​ໄດ້​ແຈ້ງ​ເລີຍ​ກໍ​ຄື ລູກ​ຄ້າ​ຂອງ RIM ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ຊອງ​ສຳລັບ​ສະ​ມາດໂຟນ BlackBerry ຂອງ​ພວກ​ພວກເຂົາ ເພື່ອ​ໃຫ້​ມື​ຖື​ຍັງ​ຄົງ​ໃຊ້​ງານ​ໄດ້”

ຂໍ້​ມູນ​ຈາກ: AppleInsider, arip.co.th



ລອງອ່ານກ່ຽວກັບ  Google ອັບເດດແອັບຯ Youtube ໃຫ້ຮອງຮັບ iPhone 5 ແລະ iPad ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.