ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Sony Vaio ເພີ່ມ​ຟັງ​ຊັນ”ຮ໊ອດສ​ປອດ”ໃນ​ຕົວ

ຂ່າວໄອທີ

ແລະ​ແລ້ວ ໂນດ​ບຸ໊​ກ​ກໍ​ສາມາດ​ເຮັດ​ຫນ້າທີ່​ເປັນ”ຮ໊ອດສ​ປອດ” (personal hotspot) ໄດ້​ຄືກັບສະມາດໂຟນ ເມື່ອ​ໂຊ​ນີ້ (Sony) ອອກ​ມາ​ປະ​ກາດ​ເປີດ​ຕົວ Sony Vaio Z ແລະ Y ຊີ​ລີ ​ທີ່​ຈະ​ວາ​ງຕະຫ​ລາດ​ໃນ​ໄວ​ໆນີ້ ໂດຍ​ມາ​ພ້ອມ​ດ້ວຍ​ຄຸນສົມບັດ Share My Connection (SMC) ທີ່​ຈະ​ປຽນ​ໂນດບຸ໊ກ​ຂອງ​ທ່ານໃຫ້​ກາຍ​ເປັນ WiFi Hotspot ເພື່ອ​ໃຫ້​ບໍລິການ​ກັບ​ອຸປະກອນ​ໂມ​ບາຍ​ອື່ນໆ ໄດ້​ເຖິງ 5 ເຄື່ອງ​ພ້ອມ​ກັນ

Sony Vaio Z ແລະ Y series ໂນດບຸ໊​ກ​ລຸ້ນ​ໃໝ່​ພາຍໃຕ້​ຊີ​ລີທັງ​ສອງ​ຈະ​ໄດ້ຮັບ​ການ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ໃຫ້ ບໍລິການ”ຮ໊ອດສ​ປອດ” ກັບ​ອຸປະກອນ​ໂມ​ບາຍ​ອື່ນໆ ໄດ້​ເຖິງ 5 ຕົວ​ນຳກັນ ໂດຍ​ສຳລັບ​ຕະ​ຫລາດ​ຜູ້​ໃຊ້​ໃນ​ສະ​ຫລັດຯ​ ຈະ​ສາມາດ​ໃຊ້​ງານ​ຮ່ວມ​ກັບ​ບໍລິການ​ຂອງ Verizon ແລະ​ຜູ້​ໃຊ້​ຈະ​ຕ້ອງ​ຈ່າຍ​ເພີ່ມ​ສຳລັບ​ຂໍ້​ມູນ​ທີ່​ໂຫລດ​ໄປ ສຳລັບ​ຄຸນສົມບັດ​ການເຮັດວຽກ​ໃນ​ລັກສະນະ​ນີ້ ໜ້າ​ຈະ​ເໝາະ​ກັບ​ຜູ້​ໃຊ້​ທີ່​ຕ້ອງ​ການ​ໂນດ​ບຸ໊​ກ​ທີ່​ສາມາດ​ເປີດ​ແຊລ໌​ເນັດ​ໄຮ້ສາຍ​ໄດ້​ທຸກ ທີ່​ທີ​ຕ້ອງ​ການ​ພາຍ​ໃນ​ຄິກ​ດຽວ (ຄືກັບ​ມີ Wi-Fi Hotspot ຕິດ​ຕົວ​ໄປ​ດ້ວຍ​ຕະຫລອດ​ເວລາ) ເປີດ​ປຸ໊​ບ ໂນດບຸ໊​ກ ຫລື​ມື​ຖື​ຂອງ​ເພື່ອນໆ ກໍ​ສາມາດ​ໃຊ້​ເນັດ​ໄຮ້ສາຍ​ໄດ້​ທັນ​ທີ ສະ​ດວກ ວ່ອງໄວ ແລະ​ປອດ​ໄພ ສຳລັບ​ລາຍ​ລະອຽດ​ເບື້ອງ​ຕົ້ນ​ຂອງ Sony VAIO Y series ຈະ​ມາ​ພ້ອມ​ກັບ​ສີ​ສັນ​ໃຫ້​ເລືອກ​ຫລວງຫລາຍ ແລະ​ໃຊ້​ຊີ​ພີ​ຍູ​ໃໝ່​ລ່າ​ສຸດ Core i3, i5 ULV ​ລາ​ຄາ​ເລີ່ມ​ຕົ້ນ​ທີ່ 770 ຫລຽນຯ ສ່ວນ VAIO Z ຈະ​ມີ​ລາ​ຄາ 1,950 ຫລຽນຯ

ຂໍ້​ມູນ​ຈາກ: gizmodo, Arip.co.th

ລອງອ່ານກ່ຽວກັບ  Sony ເປີດໂຕ ກ້ອງພົກພາຂະຫນາດນ້ອຍ ແບບ 3D ຖ່າຍວິດີໂອໄດ້ 1080p

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.