ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ພະນັກງານກູເກີ້ນຖືກສັ່ງໃຫ້ເຊົາໃຊ້ວິນໂດວສ໌

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ກູ​ເກີ້ນ (Google) ໄດ້​ຕັດ​ສິນ​ໃຈ​ແລ້ວ​ວ່າ ທາງ​ບໍລິສັດ​ບໍ່​ສາມາດ​ອົດ​ທົນ​ຕໍ່​ບັນຫາ​ຂອງ​ລະບົບ​ຮັກສາຄວາມ​ປອດ​ໄພ​ເທິງ​ຄອມພິວເຕີ​ທີ່​ເຮັດວຽກ​ດ້ວຍ​ວິນໂດວສ໌(Windows) ຂອງ​ໄມ​ໂຄ​ຊອຟົທ໌ (Microsoft) ໂດຍ​ຂໍ້​ມູນ​ຈາກ Financial Times ເປີດ​ເຜີຍ​ວ່າ ທາງ​ກູ​ເກີ້ນ​ໄດ້​ສັ່ງ​ໃຫ້​ພະ​ນັກ​ງານ​ເລືອ​ກວ່າ​ຈະ​ປ່ຽນ​ຈາກ​ວິນໂດວສ໌ໄປ​ໃຊ້ Apple Mac OS X ຫລື Linux ແທນ

ປະຈຸບັນ​ກູ​ເກີ້ນ​ມີພະ​ນັກ​ງານ​ທົ່ວ​ໂລກ​ຫລາຍກວ່າ 20,000 ຄົນ ໂດຍ​ທຸກ​ຄົນ​ຈະ​ຕ້ອງ​ປຽນ​ໂອ​ເອດ​ຈາກ Microsoft Windows ໄປ​ເປັນ Mac OS X ຫລື Linux ທັງ​ນີ້​ທາງ​ບໍລິສັດ​ໄດ້​ກ່າວ​ຕຳ​ຫນິMicrosoft Windows ວ່າ​ເປັນ​ຕົວ​ການ​ສຳຄັນ​ທີ່​ເຮັດໃຫ້​ແຮກ​ເກີລ໌​ໃນ​ຈີນ​ສາມາດ​ເຈາະ​ລະບົບ ເມື່ອ​ຊ່ວງ​ຕົ້ນ​ປີ​ທີ່​ຜ່ານມາ​ໄດ້ “ພະ​ນັກ​ງານ​ສ່ວນ​ໃຫຍ່​ໄດ້​ຍ້າຍ​ຈາກ​ພີ​ຊີ​ທີ່​ໃຊ້​ວິນໂດວສ໌ໄປ​ເປັນ Mac OS X ຫລັງ​ຈາກ​ທີ່ຖືກໂຈມ​ຕີ​ຈາກ​ຈີນ” ພະ​ນັກ​ງານ​ກູ​ເກີ້ນ​ໃຫ້​ສຳພາດ​ກັບ Financial Times

ສຳລັບ​ພະ​ນັກ​ງານ​ໃໝ່​ກໍ ຈະ​ຖືກ​ຕັ້ງ​ຄຳ​ຖາມ​ໃຫ້​ເລືອກ​ໃຊ້​ຄອມພິວເຕີ​ລະຫວ່າງ Apple Mac ຫລື​ພີ​ຊີ​ທີ່​ໃຊ້​ລະບົບ​ປະຕິບັດການ Linux ຊຶ່ງ​ລະບົບ​ປະຕິບັດການ Linux ເປັນ​ໂອ​ເພ່ນ​ຊອລ໌​ສທີພະນັກ​ງານ​ກູ​ເກີ້ນ​ຫລາຍ​ລາຍ​ຄຸ້ນ​ເຄີຍ​ກັນ​ດີ​ຢູ່​ແລ້ວ ໂດ​ຍພະ​ນັກ​ງານ​ລາຍ​ໜຶ່ງ​ໄດ້ໃຫ້​ຄວາມ​ເຫັນ​ວ່າ ພວກເຂົາ​ບໍ່​ຮູ້ສຶກ​ດີ​ກັບ​ໂອ​ເອດ​ຂອງ​ໄມ​ໂຄ​ຊອຟົທ໌​ພຽງເທົ່າໃດ ພະ​ນັກ​ງານ​ຂອງ​ກູ​ເກີ້ນ​ກ່າວ ນອກ​ຈາກ​ນີ້ ພະ​ນັກ​ງານ​ຫລາຍ​ລາຍ​ຂອງ​ກູ​ເກີ້ນ​ຍັງ​ໄດ້ຮັບ​ການ​ສະໜັບສະໜູນ​ໃຫ້​ລອງ​ໃຊ້ Chrome OS ຂອງ​ທາງ​ບໍລິສັດ​ເອງ​ຫາກ​ເປັນ​ໄປ​ໄດ້

ຂໍ້​ມູນ​ຈາກ: cnet, Arip.co.th

ລອງອ່ານກ່ຽວກັບ  Youtube ເພີ່ມ WebM ເຂົ້າມາເປັນອີກໜຶ່ງປະເພດວິດີໂອໃນ Youtube ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.