ເລື່ອງລາວຂອງ TECH, STARTUP, ແລະ DIGITAL

[COMPUTEX] Nvidia ເປີດ​ໂລກ​ພີ​ຊີ​ສາມ​ມິ​ຕິ

ຂ່າວໄອທີ

ເລື່ອງ​ລາວ​ຂອງ​ເທກ​ໂນ​ໂລ​ຍີ​ສາມ​ມິ​ຕິ ຫລັງ​ຈາກ​ເລີ່ມ​ເປັນ​ທີ່​ຄຸ້ນ​ເຄີຍ​ກັນ​ຈາກຫນັງຈໍ​ຍັກ ຕາມ​ມາ​ດ້ວຍ​ທໍລະທັດສາມ​ມິ​ຕິ ລ່າ​ສຸດ​ໃນ​ງານ Computex 2010 Jen-Hsun Huang ຊີ​ອີ​ໂອ​ຂອງ Nvidia ກໍ​ໄດ້​ອອກ​ມາ​ປະ​ກາດ​ວ່າ ໄຮ​ໄລທ໌​ໃນ​ງານ​ເທື່ອ​ນີ້ ຈະ​ເປັນ​ການ​ໂປ​ໂມດ​ຄອມພິວເຕີ​ສາມ​ມິ​ຕິ ຫລື 3D PC

“ເຮົາ​ກຳ​ລັງ​ຍົກລະດັບ​ອຸດສາຫະກຳ​ພີ​ຊີ​ໃຫ້​ສາມາດ​ສ້າງສັນ ງານ​ຄອມພິວເຕີ​ກາ​ຟິກ​ທີ່​ມີ​ລາຍ​ລະອຽດ​ຂອງ​ພາບ​ໄດ້​ບໍ່​ພ່າຍແພ້​ສິ່ງ​ທີ່​ສາຍ​ຈາກ​ຟິລ໌​ມ ຫນັງໄດ້​ເປັນ​ຜົນ​ສຳ​ເລັດ ແລະ​ມື້​ນີ້ ເຮົາ​ຢາກ​ຈະ​ບອກ​ກັບ​ທຸກ​ຄົນ​ວ່າ ເຮົາ​ຢາກ​ໃຫ້​ໂລກ​ຄອມພິວເຕີ​ກ້າວ​ໄປ​ສູ່​ໂລກ​ສາມ​ມິ​ຕິ” Huang ກ່າວ “ນີ​ຄື​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ປະຕິວັດ​ພີ​ຊີ​ສາມ​ມິ​ຕິ ຫລັງ​ຈາກ​ທີ່​ເຮົາ​ໄດ້​ປະຕິວັດ​ປ່ຽນ​ແປງ​ກາ​ຟິກ​ໃນ​ເກມມາ​ເປັນ​ເວລາ​ດົນ​ນັບ​ສິບ​ປີ​ແລ້ວ ດັ່ງ​ນັ້ນ ເຮົາ​ຢາກ​ເຂົ້າ​ສູ່ 3D ເພາະ​ເຮົາ​ເຊື່ອ​ວ່າ ເກມ 3D (ທີ່​ຫລິ້ນ​ທະ​ລຸຈໍ) ຈະ​ເປັນ​ອະນາຄົດ ມັນ​ເປັນ​ເລື່ອງ​ໃໝ່​ທີ່​ໜ້າ​ຕື່ນ​ເຕັ້ນ​ສຳລັບ​ການ​ທີ່​ຜູ້​ບໍລິ​ໂພກ​ຈະ​ໄດ້​ສຳ​ຜັດ​ກັບ ປະສົບການ​ໃນ​ການ​ຫລິ້ນ ແລະ​ສະ​ໜຸກ​ໄປ​ກັບ​ເກມທະ​ລຸ​ຈໍ​ໄດ້”

ເພື່ອ​ໃຫ້​ເຫັນ​ພາບ​ສິ່ງ​ທີ Huang ກ່າວ​ໄດ້​ຊັດເຈນ​ຂຶ້ນ ພວກເຂົາ​ໄດ້​ສາ​ທິດ​ເກມ Lost Planet 2 ເວີລ໌​ຊັນ 3D ແລະ​ສະຕີ​ມ​ວິ​ດີ​ໂອ 3D ສົດໆ ຜ່ານ​ອິນ​ເຕີ​ເນັດ ໂດຍ​ໃຊ້ 3D Vision PC ຂອງ Nvidia ຮ່ວມ​ກັບ​ເທກ​ໂນ​ໂລ​ຍີ Microsoft Silveright ແລະ IIS Smooth Streaming ໂດຍ Huang ຍັງ​ໄດ້​ປະ​ກາດ​ເປີດ​ຕົວ​ການ​ສະແດງ​ຜົນ​ກາ​ຟິກ GeForce GTX 465 ທີ່​ເຮັດວຽກ​ໃນ​ລະບົບ 3D ຂອງ Nvidia ອີກ​ດ້ວຍ (ກາດລຸ້ນ​ນີ້​ຈະ​ມາ​ພ້ອມ​ກັບ​ສຸດ​ຍອດ​ກົນ​ໄກ​ການສ້າງ​ພາບ​ກາ​ຟິກ​ທີ່ໄວວາແລະ​ສະໜັບສະໜູນ​ການ​ຫລິ້ນ​ແຜ່ນ Blu-ray 3D)

ໃນ​ຕອນ​ທ້າຍ​ຂອງ​ການ​ກ່າວ ສຸນ​ທົນ​ພົດ Huang ໄດ້​ເຊີນ Jerry Shen ຊີ​ອີ​ໂອ​ຂອງ Asus ໃນ​ການ​ສະແດງ​ຄອມພິວເຕີ ແລະ​ໂນດບຸ໊​ກລຸ້ນ​ໃໝ່​ທີ່​ມີສະ​ເປັກ 3D ແລ້ວ ໂດຍ​ລາ​ຄາ​ເລີ່ມ​ຕົ້ນ​ຂອງ 3D PC ຈະ​ເລີ່ມ​ຕົ້ນ​ທີ່ 1,500 ຫລຽນຯ ມາ​ພ້ອມ​ກັບ​ມໍ​ນິ​ເຕີລ໌ 120Hz ແລະ​ແວ່ນ​ຕາ​ຊັດ​ເຕີລ໌​ທີ່​ເຮັດ​ຫນ້າທີ່​ເປີດ​ປິດ​ພາບ​ທີ່​ເບິ່ງເຫັນ​ຜ່ານ​ສາຍ​ຕາ​ແຕ່​ລະ​ຂ້າງ ຕະຫລອດ​ຈົນ​ໄດ​ລ​ເວີລ໌​ທີ່​ຕິດ​ຕາມ​ມາ​ໃນ​ເຄື່ອງ​ແລ້ວ

ຂໍ້​ມູນ​ຈາກ: pcmag, Arip.co.th

ລອງອ່ານກ່ຽວກັບ  LG ຈະເປີດໂຕ Optimus 3D ໂທລະສັບມືຖືຈໍສາມິຕິ ໃນງານ MWC

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.