ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາຖ່າຍຮູບເອົາໂຕເອງດ້ວຍໄອໂຟນ ແບບງ່າຍແສນງ່າຍ

Gadget

ຫລາຍ​ຄົນ​ພະຍາຍາມ​ໃຊ້​ກ້ອງ​ເທິງ​ໄອ​ໂຟນ (iPhone) ຖ່າຍ​ຮູບ​ຕົວ​ເອງ ຊຶ່ງ​ກໍ​ບໍ່ແມ່ນ​ເລື່ອງ​ງ່າຍ​ ເພາະ​ຫລາຍເທື່ອ​ທີ​ຕ້ອງ​ຖ້າ​ລົບ​ພາບ​ທີ່​ໄດ້ ເພາະ​ພາບ​ທີ່​ອອກ​ມາ​ບໍ່​ຖືກ​ຕຳແໜ່ງ ຫູ​ຂາດ ໜ້າ​ແຫວ່ງ ແສງ​ບໍ່​ງາມຫລື​ອື່ນໆ ບັນຫາ​ນີ້​ຈະ​ໝົດ​ໄປ​ ເມື່ອ​ທ່ານມີ iSnapMe ຊຸດ​ອຸປະກອນ​ເສີມ​ການເຮັດວຽກ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ບໍ່​ຕ້ອງ​ເລັງ​ຖ່າຍ​ພາບ​ຕົວ​ເອງ​ແບບ​ລຸ້ນໆ (ວ່າ​ຈະ​ງາມ ຫລື​ບໍ່?) ອີກ​ຕໍ່ໄປ

ໄອ​ເດຍ​ຂອງ iSnapMe ອຸປະກອນ​ເສີມ​ຊ່ວຍ​ຖ່າຍ​ພາບ​ຕົວ​ເອງ​ດ້ວຍ​ໄອ​ໂຟນ (Self-Portrait Adaptor for iPhone) ງ່າຍ​ຫລາຍ ແລະ​ບໍ່​ໄດ້​ໃຊ້​ເທກ​ໂນ​ໂລ​ຍີ​ໄຮ​ເທກຯ​ແຕ່​ຢ່າງ​ໃດ ແຕ່​ກັບ​ແກ້​ບັນຫາ​ພື້ນໆ ຂອງ​ການ​ໃຊ້​ກ້ອງ​ຖ່າຍ​ທີ່​ຢູ່​ດ້ານ​ຫລັງ​ໄອ​ໂຟນ​ທີ່​ເຮັດໃຫ້​ເບິ່ງບໍ່ເຫັນ​ໜ້າ​ຈໍ​ຂອງ​ພາບ​ທີ່ ກຳ​ລັງ​ຈະ​ຖ່າຍ ດ້ວຍ​ອຸປະກອນ​ທີ່​ເຮົາ​ຮູ້​ຈັກ​ກັນ​ດີ​ນັ້ນ​ກໍ​ຄື “ເເວ່ນສະ​ທ້ອນ​ແສງ” ໂດຍ iSnapMe ໄດ້ຮັບ​ການ​ອອກ​ແບບ​ໃຫ້​ມີ​ລັກສະນະ​ເປັນແວນມາ​ພ້ອມ​ກັບ​ຕົວ​ດູດ​ສູນ​ຍາ​ກາດ (ຄ້າຍ​ກັບ​ທີ​ໃຊ້​ຕິດ​ທີ່​ແຂວນ​ເທິງ​ແຜ່ນ​ກະ​ເບື້ອງ​ໃນ​ຫ້ອງ​ນ້ຳ) ເອົາ​ໄວ້​ຕິດ​ດ້ານ​ຫລັງ​ໄອ​ໂຟນ ຊຶ່ງ​ຕຳແໜ່ງ ແລະ​ລະ​ຍະ​ຫ່າງ​ຂອງ​ກະ​ເເວ່ນຈະ​ໄດ້ຮັບ​ການ​ອອກ​ແບບ​ໃຫ້​ສະ​ທ້ອນ​ພາບ​ຕົວ​ເຈົ້າ​ເຂົ້າໄປ​ໃນ​ເລນສ໌​ກ້ອງ ເພື່ອ​ໃຫ້​ເບິ່ງ-ເຫັນ​ຈາກ​ໜ້າ​ຈໍ​ໄອ​ໂຟນ​ໄດ້​ຢ່າງ​ເຕັມ​ຕາ ໄອ​ເດ່ຍ​ງ່າຍໆ ສ່ຳ​ນີ້​ກໍ​ເຮັດ​ເປັນ​ສິນ​ຄ້າ​ອອກ​ມາ​ຂາຍ​ໄດ້​ແລ້ວ iSnapMe ລາ​ຄາ​ຊຸດ​ລະ 19.95 ຫລຽນຯ

ລອງອ່ານກ່ຽວກັບ  Android ເເຊງຫນ້າ iPhone ໃນຕະຫລາດຈີນເເລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.