ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ຍອດ​ສັ່ງຈອງ​ມື້​ທຳອິດ ຫົກ​ແສນ​ເຄື່ອງ !!!

ຂ່າວໄອທີ, ໂທລະສັບ

ມື້ວານ​ນີ້ ແອບ​ເປີ້ນ (Apple) ໄດ້​ອອກ​ມາ​ຂໍ​ໂທດ​ສຳລັບ​ບັນຫາ​ທາງ​ດ້ານ​ເທກ​ນິກ​ທີ່ເກິດຂື້ນ​ກັບ​ກະ​ບວນ​ການ​ສັ່ງ​ຈອງ iPhone 4 ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ເປີດ​ເຜີຍ​ວ່າ ໄດ້​ມີ​ການ​ສັ່ງ​ຈອງ iPhone 4 ເຂົ້າ​ມາ​ພາຍ​ໃນ​ມື້ທຳອິດຫລາຍ​ເຖິງ 600,000 ເຄື່ອງ​ແລ້ວ.

ຂໍ້​ມູນ​ເທິງ​ເວັບ​ໄຊຕ໌ Apple ລະ​ບຸ​ວ່າ ການ​ສັ່ງ​ຈອງ iPhone 4 ຊຸດ​ໃໝ່​ຈະ​ບໍ່​ເລີ່ມ​ສົ່ງ​ສິນ​ຄ້າ​ຈົນ​ກວ່າ​ຈະ​ເລີຍ​ວັນທີ່ 14 ກໍລະກົດ ເປັນ​ຕົ້ນ​ໄປ “ມັນ​ເປັນ​ການ​ສັ່ງ​ຈອງ​ລ່ວງ​ໜ້າ​ພາຍ​ໃນ​ມື້​ດຽວ​ທີ່​ມີ​ຍອດ​ສັ່ງຊື້ຫລາຍ​ທີ່ສຸດ​ເທົ່າ​ທີ່ ເຮົາ​ເຄີຍ​ພົບເຫັນ ຜົນ​ລັບ​ເຮັດໃຫ້​ລະບົບ​ການ​ກວດ​ສອບ​ການ​ສັ່ງ​ຊື້​ມີ​ບັນຫາ” ແອບ​ເປີ້ນ​ກ່າວ “ລູກ​ຄ້າ​ຫລາຍ​ລາຍ​ຍົກ​ເລີກ​ກະ​ບວນ​ການ​ສັ່ງ​ເນື່ອງ​ຈາກ​ປະ​ສົບ​ບັນຫາ​ດັ່ງ​ກ່າວ ຊຶ່ງ​ເຮົາ​ຕ້ອງ​ຂໍ​ໂທດ​ລູກ​ຄ້າ​ທຸກ​ຄົນ​ດ້ວຍ​ທີ່​ຕ້ອງ​ຜະເຊີນ​ກັບ​ເລື່ອງ​ຫຍຸ້ງຍາກ​ແບບ​ນີ້ ແລະ​ຫວັງ​ວ່າ ທຸກ​ທ່ານ​ຈະ​ກັບ​ມາ​ລອງ​ສັ່ງ​ຈອງ​ອີກ​ເທື່ອ ຫລື​ເຂົ້າໄປ​ຢ້ຽມ​ຊົມ​ທີ່ Apple Store ຕະຫລອດ​ຈົນ​ເຄືອ​ຂ່າຍ​ຜູ້​ໃຫ້​ບໍລິການ ເມື່ອ iPhone 4 ຢູ່ໃນ​ຄັງ​ສິນ​ຄ້າ​ຂອງ​ຜູ້​ຈຳ​ໜ່າຍ​ເຫລົ່າ​ນີ້”

iPhone 4 ຍັງ​ບໍ່​ເຖິງ​ກຳນົດ​ວາງຕະຫລາດ​ຈົນ​ກວ່າ​ຈະ​ເຖິງ​ວັນທີ່ 24 ມິ​ຖຸ​ນາ ແຕ່​ແອບ​ເປີ້ນ ແລະ AT&T ຕະຫລອດ​ຈົນ​ຮ້ານ​ຄ້າ​ຕ່າງໆ ເລີ່ມ​ເປີດ​ໃຫ້​ສັ່ງ​ຈອງ​ຕັ້ງ​ແຕ່​ວັນທີ່ 15 ມິ​ຖຸ​ນາ​ ​ທີ່​ຜ່ານມາ​ແລ້ວ ໜ້າ​ເສຍ​ດາຍ​ທີ່​ລະບົບ​ຈອງ​ບໍ່​ສາມາດ​ຮອງ​ຮັບ​ຄວາມ​ຕ້ອງ​ການ​ທີ່​ຫລວງຫລາຍ​ຂະໜາດ​ນີ້​ໄດ້ ໂດຍ​ຜູ້​ສັ່ງ​ຈອງ​ອອນ​ໄລນ໌​ ຫລາຍ​ລາຍ ຕ້ອງ​ເຈີ​ກັບ​ໜ້າ​ເວັບ​ທີ່​ລະ​ບຸ​ໝົດ​ເວລາ​ໃນ​ການ​ລໍ​ໂຫລດ ແລະ​ຂໍ້​ຜິດ​ພາດ 404 ຫລັງ​ຈາກ​ແກ້​ບັນຫາ​ສຳເລັດ​ແລ້ວ ທາງ​ແອບ​ເປີ້ນ​ໄດ້​ອັບ​ເດດ​ເວັບ​ໄຊຕ໌​ອີກ​ເທື່ອ ພ້ອມ​ທັງ​ກ່າວ​ວ່າ ການ​ຈອງ​ລ່ວງ​ໜ້າ​ຈະ​ບໍ່​ມີ​ການ​ສົ່ງ​ສິນ​ຄ້າ​ຈົນ​ກວ່າ​ຈະ​ເຖິງ​ມື້​ທີ 14 ກໍລະກົດ (ເດີມ​ລະ​ບຸ​ໄວເປັນ​ວັນທີ່ 2 ກໍລະກົດ)

ນອກ​ຈາກ​ທາງ ແອບ​ເປີ້ນ​ຈະ​ປະ​ສົບ​ກັບ​ບັນຫາ​ເທກ​ນິກ​ໃນ​ການ​ສົ່ງ​ຈອງ iPhone 4 ຜ່ານ​ອອນ​ໄລນ໌​ແລ້ວ ທາງ​ເວັບ​ໄຊຕ໌ AT&T ກໍ​ອອກ​ມາ​ໃຫ້​ຂ່າວ​ດ້ວຍ​ວ່າ ຍອດ​ຈອງ​ລ່ວງ​ໜ້າ​ຂອງ iPhone 4 ຫລາຍກວ່າ ການ​ສັ່ງ​ຈອງ iPhone 3GS ເມື່ອ​ປາຍ​ປີ​ທີ່​ຜ່ານມາ​ເຖິງ 10 ເທົ່າ​ເລີຍ​ທີ​ດຽວ ຜົນ​ລັບຈາກ​ຄວາມ​ຕ້ອງ​ການ​ທີ່​ຫລວງຫລາຍ​ເກີນ​ຈະ​ຮັບ​ໄດ້ ເຮັດໃຫ້ AT&T ຕ້ອງ​ຢຸດ​ຮັບ​ຈອງ​ເມື່ອ​ມື້​ວັນພຸດ​ທີ່​ຜ່ານມາ ເພື່ອ​ທີ່​ຈະ​ຈັດການ​ກັບ​ການສັ່ງຊື້ທີ່​ໄດ້ຮັບ​ໃຫ້​ຮຽບຮ້ອຍ​ກ່ອນ​ເຊັ່ນ​ດຽວ​ກັນ

ຂໍ້​ມູນ ຈາກ: pcmag, Arip.co.th



ລອງອ່ານກ່ຽວກັບ  100 ອັນດັບທີ່ຄົນ ຄົ້ນຫາຫລາຍທີ່ສຸດໃນ Bit Torrent ໃນປີ 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.