ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MeeGo 1.0 ອອກມາເເລ້ວ

ຂ່າວໄອທີ

ຫລັງ​ຈາກ​ປະ​ກາດ​ລວມ​ໂຄງ​ການ Maemo ກັບ Moblin ເຂົ້າ​ນຳກັນ​ເປັນ MeeGo ໃນ​ເດືອນ​ກຸມພາ​ທີ່​ຜ່ານມາ ທາງ​ໂຄງ​ການ MeeGo ກໍ​ໄດ້​ອອກ​ລຸ້ນທຳອິດ MeeGo 1.0 ລຸ້ນ​ທີ່​ເປີດ​ໃຫ້​ດາວ​ໂຫລດ​ໃນ​ຕອນ​ນີ້ ປະກອບ​ດ້ວຍ​ສ່ວນ​ລະບົບ​ປະຕິບັດການ​ຫລັກ (Core Software Platform) ແລະ​ສ່ວນ​ຕິດ​ຕໍ່​ຜູ້​ໃຊ້​ສຳລັບ​ເນັດ​ບຸ໊​ກ ຊຶ່ງ​ຄືກັບ​ສ່ວນ​ຕິດ​ຕໍ່​ຜູ້​ໃຊ້​ຂອງ​ລະບົບ​ປະຕິບັດການ Moblin ຂອງ​ອິນ​ເທວ  ສຳລັບ​ສ່ວນ​ຕິດ​ຕໍ່​ຜູ້​ໃຊ້​ພາກ​ມື​ຖື​ຫລື MeeGo Handset ຈະ​ອອກ​ໃນ​ເດືອນ​ມິ​ຖຸ​ນາ

MeeGo ຕັ້ງ​ເປົ້າ​ຈະ​ອອກ​ລຸ້ນ​ໃໝ່​ທຸກ 6 ເດືອນ ໂດຍ​ລຸ້ນ​ໜ້າ MeeGo 1.1 ຈະ​ອອກ​ເດືອນ​ຕຸລາ ໃນ​ລຸ້ນ​ເນັດ​ບຸ໊​ກ​ຈະ​ໃຊ້ Google Chrome ເປັນ​ບຼາວ​ເຊີລ໌ ແຕ່​ລຸ້ນ​ມື​ຖື​ຈະ​ເປັນ Fennec ເຄື່ອງ​ມື​ການ​ພັດທະນາ​ໂປ​ແກມ​ຫລັກ​ເປັນ Qt

ທີ່​ມາ –  Blognone

ລອງອ່ານກ່ຽວກັບ  MacBook Air 11ນິ້ວ ຖືກຊຳແຫລະແລ້ວ ໂດຍ ifixit

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.