ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Android ຂະຫຍາຍໂຕໄວ ຕິດອັນດັບຄວາມນິຍົມໃນ U.S.A

ຂ່າວໄອທີ

ຕັ້ງ​ແຕ່​ເປີດ​ຕົວ​ຫລາຍ​ລະ​ແສ Android ຍັງ​ແຮງ​ບໍ່​ມີຕົກ ມາ​ເບິ່ງ​ກັນ​ວ່າ​ຜ່ານມາ 18 ເດືອນ ຕອນ​ນີ້​ໃຫຍ່​ໄປ​ເຖິງ​ຂັ້ນໃດ​ແລ້ວຂໍ້​ມູນ​ຈາກ AdMob ສະແດງ​ວ່າ​ຕອນ​ນີ້​ໃນ​ສະ​ຫລັດຯ Android ມາ​ແຮງ​ແຊງ​ທາງ​ໂຄ້ງ ຂຶ້ນ​ອັນ​ດັບ 1 ການ​ເຂົ້າ​ເວັບ ແລະ​ການ​ໃຊ້​ງານ​ແອບຯ ຕ່າງໆ ສ່ວນ​ເລື່ອງ​ຍອດ​ຂາຍ​ນັ້ນ​ຢູ່​ທີ່​ອັນ​ດັບ 2 ຮອງ​ຈາກ BlackBerry ຈາກ​ຄ້າຍ RIM

  • ມີ​ການ​ບອກ​ທາງ​ດ້ວຍ Google Maps Navigation ໄປ​ແລ້ວ​ລວມ​ກວ່າ 1 ພັນ​ລ້ານ​ໄມລ໌
  • ຕັ້ງ​ແຕ່ 2008 ເຖິງ 2010 ທາງ Google ມີ​ອັດຕາ​ການ search ຜ່ານ​ເທິງ​ມື​ຖື​ເພີ່ມ​ຂຶ້ນ​ເຖິງ 5 ເທົ່າ
  • ເມື່ອ​ເດືອນ​ທີ່​ແລ້ວ​ມີ​ການ activate ເທິງ Google ຢູ່​ທີ່ 60k ຕໍ່​ມື້ ຕອນ​ນີ້​ຕົວ​ເລກ​ນີ້​ເພີ່ມ​ຂຶ້ນ​ເປັນ 100k ຕໍ່​ມື້​ໄປ​ຮຽບຮ້ອຍ
  • ຕອນ​ນີ້​ມີ​ມື​ຖື​ທີ່​ຮອງ​ຮັບ​ການເຮັດວຽກ​ຂອງ Android ຢູ່ 60 ລຸ້ນ ມີ​ຜູ້​ໃຫ້ບໍລິການ ​ອີກ 59 ລາຍ ໃຊ້​ງານ​ໄດ້​ໃນ 48 ປະເທດ ແລະ​ອີກ 21 OEMs
  • Android ມີ​ແອບຯ ກວ່າ 50,000 ແອບຯ ຖືກ​ພັດທະນາ​ໂດຍ​ນັກ​ພັດທະນາ​ກວ່າ 180,000 ຄົນ!

Credit: mashingup.wordpress.com

ລອງອ່ານກ່ຽວກັບ  Adobe ຍືນຍັນທີ່ຈະຢຸດການພັດທະນາ Flash ເທິງອຸປະກອນພົກພາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.