ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໃຊ້ XP ສ່ຽງເປັນສອງເທົ່າຂອງ Win7+Vista

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ຜູ້​ບໍ່​ຫວັງ​ດີ​ຕັ້ງ​ເປົ້າ​ໂຈມ​ຕີ​ຊ່ອງ​ໂຫວ່​ໃນ​ຊອຟົແວລ໌​ລະບົບ​ປະຕິບັດ​ການ​ຂອງ​ໄມ​ໂຄ​ຊໍອຟົ(Microsoft) ໂດຍ​ສະເພາະ​ໂອ​ເອດ​ທີ່​ມີ​ອາ​ຍຸ​ຮ່ວມ​ສິບ​ປີ​ແລ້ວ​ຢ່າງ Windows XP ອີກ​ທັງ​ຍັງມີ​ສ່ວນ​ແບ່​ງຕະຫລາດ​ຜູ້​ໃຊ້​ຄ່ອນ​ຂ້າງ​ຫລາຍ ຜົນ​ເຮັດໃຫ້​ຕົກ​ເປັນ​ເປົ້າ​ສ່ຽງ​ຕໍ່​ການ​ໂຈມ​ຕີ​ຊ່ອງ​ໂຫວ່​ຫລາຍກວ່າ​ສອງ​ເທົ່າ​ຂອງ​ໂອ​ເອດ​ລຸ້ນ​ໃໝ່ 2 ຕົວ​ລວມ​ກັນ​ຢ່າງ Windows 7 ແລະ Windows Vista

Net Application ເປີດ​ເຜີຍ​ວ່າ ສ່ວນ​ແບ່ງຕະຫ​ລາດ ສິ້ນ​ເດືອນ​ມີ​ນາ 2010 ມີ​ເຄື່ອງ​ຄອມພິວເຕີ​ທີ່​ໃຊ້ Windows XP ຢູ່​ປະ​ມານ 64.46% ໃນ​ຂະນະ​ທີ່ Windows Vista 16.01% ແລະ Windows 7 10.23% (ປະ​ມານ​ຮ້ອຍ​ລ້ານ​ເຄື່ອງ) ສຳລັບ​ລາຍ​ງານ​ຂໍ້​ມູນ​ການ​ຖືກ​ໂຈມ​ຕີ​ທີ່​ເປີດ​ເຜີຍ​ໂດຍ ໄມ​ໂຄ​ຊອຟົ ລະ​ບຸວ່າ ທາງ​ບໍລິສັດ​ວິ​ເຄາະ​ຈາກ​ຄວາມ​ພະຍາຍາມ​ໂຈມ​ຕີ​ຊ່ອງ​ໂຫວ່​ໃນ​ໂອ​ເອດ​ຜ່ານ​ທາງ​ເວັບ​ໄຊຕ໌​ຕ່າງໆ ຕະຫລອດເ​ຄິງ​ຫລັງ​ຂອງ​ປີ 2009 ຊຶ່ງ​ໄດ້​ຂໍ້​ສະຫລຸບ​ວ່າ ຜູ້​ໃຊ້​ທີ່​ໃຊ້ Windows 7 ແລະ Vista ຈະ​ປອດ​ໄພ​ກວ່າ Windows XP

ນອກ​ຈາກ​ເລື່ອງ​ຂອງ​ສ່ວນ​ແບ່​ງຕຫລາດ​ທີ່ ເຮັດໃຫ້ XP ຕົກ​ເປັນ​ເປົ້າ​ໂຈມ​ຕີ​ຫລາຍກວ່າ​ໂອ​ເອດ​ຕົວ​ອື່ນ​ແລ້ວ ຄວາມ​ພະຍາຍາມ​ໃນ​ການ​ເຈາະ​ຊ່ອງ​ໂຫວ່​ຂອງ Windows 7 ແລະ Vista ຍັງ​ແຕກ​ຕ່າງ​ແລະ​ຍາກ​ກວ່າ XP ຄ່ອນ​ຂ້າງ​ຫລາຍ​ອີກ​ດ້ວຍ ອີກ​ທັງ​ຕົວ XP ເອງ​ກໍ​ຍັງ​ບໍ່​ໄດ້ຮັບ​ການ​ປັບປຸງ​ເລື່ອງ​ຂອງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ເຊັ່ນ​ດຽວ​ກັບ​ໂອ ເອດ​ລຸ້ນ​ໃໝ່​ທີ່​ໄດ້ຮັບ​ການ​ພັດທະນາ​ໃນ​ເລື່ອງ​ນີ້​ແລ້ວ “ສຳລັບ Windows XP ພົບ​ວ່າ​ມີ​ການ​ຖືກ​ໂຈມ​ຕີ​ຜ່ານ​ທາງ​ຊ່ອງ​ໂຫວ່​ຂອງ​ລະບົບ​ປະຕິບັດການ​ຄິດ​ເປັນ 59.2% ໃນ​ຂະນະ​ທີ່ Windows Vista ລວມ​ກັບ WIndows 7 ສັດ​ສ່ວນ​ຂອງ​ການ​ຖືກ​ໂຈມ​ຕີມີເເຕ່ 24.6%” ໄມ​ໂຄ​ຊອຟົແນະ​ຜູ້​ໃຊ້ Windows XP ໃຫ້​ອັບ​ເກດ​ໂອ​ເອດ ເພື່ອ​ລຸດ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ໂຈມ​ຕີ​ທີ່​ມີ​ການ​ຂະຫຍາຍ​ຕົວ​ເພີ່ມ​ຂຶ້ນ​ຕະຫລອດ​ເວລາ

Credit:Arip.co.th

ລອງອ່ານກ່ຽວກັບ  ກໍລະນີສຶກສາ ກັບ ໂລກ້າ: Sharing economy ເສດຖະກິດແບ່ງປັນ ມັນເປັນໄປໄດ້ແທ້ບໍ?

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.