ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂນ​ເກຍ​ຈະ​ປິດ​ສາກ​ແພັດ​ຟອລ໌​ມ​ເກມ​ຊື່​ດັ່ງ “N-Gage” ປີ​ໜ້າ

ຂ່າວໄອທີ

ໂນ​ເກຍ​ຈະ​ປິດ​ສາກ​ແພດ​ຟອລ໌​ມເກມ​ຊື່​ດັ່ງ ” N-Gage” ໃນປີ​ໜ້າ ຫລັງ​ຈາກ​ເປີດ​ໃຫ້​ບໍລິການ​ມາ​ດົນ​​ເຖິງ 7 ປີ​ເຕັມ ອະນາຄົດ​ຕຽມ​ຂາຍ​ເກມ​ໃນ OVi Store ທົດ​ແທນ ຫວັງ​ໃຫ້​ຜູ້​ໃຊ້​ເຂົ້າ​ມາ​ຊື້​ເກມ​ຫລິ້ນ​ແບບ ” One-Stop Service” ຫລື​ເຂົ້າ​ມາ​ເລືອກ​ຊື້ ຈ່າຍ​ເງິ່ນ ຈົບ​ໃນ​ບ່ອນດຽວ.

ສັງເກດ​ໄດ້​ວ່າ ຊ່ວງ​ຫລັງ​ຄຳ​ວ່າເອນ​ເກດ ( N-Gage ) ເບິ່ງ​ຈະ​ງຽບໆ ໄປ ແລະ​ລຸ້ນ​ໃໝ່​ໆ ທີ່​ອອກ​ມາ​ໂດຍ​ສະເພາະ​ທັດ​ສະ​ກີນ​ກໍ​ເບິ່ງຄືວ່າ​ຈະ​ບໍ່​ຮອງ​ຮັບ​”ແພດ​ຟອລ໌​ ມ”ນີ້​ອີກ​ແລ້ວ ລ່າ​ສຸດ ໂນ​ເກຍປະ​ກາດ​ຍົກເລີກ​ພັດທະນາ​ແພດ​ຟອລ໌​ມນີ້​ແລ້ວ ໂດຍ​ຜູ້​ໃຊ້​ສາມາດ​ໂຫລດ ຫລິ້ນ​ເກມ N-Gage Arena ໄດ້​ຈົນ​ເຖິງ​ເດືອນ​ກັນຍາ​ປີ​ໜ້າ ແລະ​ເກມ​ລັອດ​ສຸດ​ທ້າຍ​ຢ່າງ Nuclear Zeppelin, Mega Monsters, Tiger Woods PGA Tour ແລະ Powerboat Challenge ກໍ​ວາງ​ແຜງ​ສົ່ງ​ທ້າຍ​ເດືອນ​ນີ້​ເປັນ​ທີ່​ຮຽບຮ້ອຍ ຈາກ​ນັ້ນ​ຈະ​ບໍ່​ມີ​ເກມ​ໃໝ່​ໆ ເຂົ້າ​ມາ​ອີກ.

ຫລັງ​ຈາກ​ໂນ​ເກຍ​ຢຸດ​ພັດທະນາ​ ເອນ​ເກດ(N-Gage)​ແລ້ວ ຈະ​ເຂົ້າ​ສູ່​ຍຸກ​ຂອງ OVi Store ຊຶ່ງ​ໃນ​ມື​ຖື​ລຸ້ນ​ໃໝ່​ໆ ຈະ​ມີ​ໃຫ້​ໂຫລດ​ໂປ​ແກມ​ໄວ້​ຮຽບຮ້ອຍ​ເເລ້ວ ຊຶ່ງ​ຜູ້​ໃຊ້​ສາມາດ​ເຂົ້າໄປ​ເລືອກ​ຊື້​ຫາ​ມາ​ຫລິ້ນ​ໄດ້​ງ່າຍ​ດາຍ ໂດຍ​ບໍ່​ຕ້ອງ​ລົງ​ໂປ​ແກມ N-gage ໃຫ້​ຫຍຸ້ງຍາກຄືແຕ່​ກ່ອນ ດັ່ງ​ນັ້ນ ເກມ​ຕ່າງໆ ຈະ​ບໍ່​ຖືກ​ຈຳ​ກັດ​ໃນ​ມື​ຖື​ລຸ້ນ​ໃດ​ລຸ້ນ​ໜຶ່ງ​ອີກ​ຕໍ່ໄປ ແລະ​ໃນ​ມື​ຖື S40 ກໍ​ສາມາດ​ໂຫລດ​ເກມ​ຈາ​ວາ​ຈາກ OVi Store ເອົາ​ໄປ​ລົງ​ຫລິ້ນ​ໄດ້​ເຊັ່ນ​ກັນ

ທີ່ມາ: NokiaGang

ລອງອ່ານກ່ຽວກັບ  IP Address (IPv4) ກຳລັງຈະຫມົດພາຍໃນ 1 ປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.