ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Hacker ສາມາດຖອດລະຫັດ GSM ໄດ້ແລ້ວ

ຂ່າວໄອທີ

Hacker ເຢຍລະມັນ ທີ່ມີນາມວ່າ Karsten Nohl ໄດ້ອອກມາຢັ້ງຢືນວ່າລາວສາມາດຖອດລະຫັດ GSM ໄດ້ແລ້ວ  ເຊິ່ງກໍໝາຍຄວາມວ່າ ເຂົາສາມາດດັກຟັງການສົນທະນາທາງໂທລະສັບຂອງທຸກໆຄົນໄດ້.

ໂດຍເຂົາໄດ້ເປີດເຜີຍຜົນສຳເລັດຂອງເຂົາໃນງານ Chaos Communication Congress ໃນນະຄອນຫລວງ Berlin ຂອງເຢຍລະມັນ ເຊິ່ງເປັນງານລວມພົນນັກເຈາະລະບົບທົ່ວປະເທດໃຫ້ມາຮ່ວມກັນ ສຳມະນາເລື້ອງຕ່າງໆກ່ຽວກັບລະບົບ ຄວາມປອດໄພຂອງຄອມພິວເຕີ
Karsten Nohl ໄດ້ເປີດເຜີຍວ່າ ເທັກໂນໂລຢິການເຂົ້າລະຫັດ GSM ພັດທະນາມາ ແລະໃຊ້ງານມາຕັ້ງແຕ່ປີ 1988 ເປັນເວລາ 22 ປີແລ້ວ ປະຈຸບັນມັນສາມາດປ້ອງກັນການເອີ້ນສາຍຂອງມືຖືທົ່ວໂລກໄດ້ປະມານ 80% ໂດຍການເຂົ້າລະຫັດເລກຖານສອງ 64 ບິດ ເຊິ່ງເປັນອີ່ຫຍັງທີ່ບູຮານຫລາຍ ເມື່ອທຽບກັບເທັກໂນໂລຢິການເຂົ້າລະຫັດ ສະໄໝໃໝ່ Nohl ກ່າວວ່າ ເປົ້າໝາຍຂອງເຂົາແມ່ນເພື່ອຕ້ອງການສະແດງໃຫ້ເຫັນວ່າ ມັນມີຈຸດອ່ອນຢູ່ໃນການເຂົ້າລະຫັດ (encryption) ທີ່ໃຊ້ໃນປະຈຸບັນ ແລະ ຕ້ອງການຜັກດັນໃຫ້ມີການອັບເດດລະບົບຄວາມປອດໄພດັ່ງກ່າວ.
ເຖິງຈັ່ງໃດກໍ່ຕາມ ກຸ່ມຜູ້ຜະລິດມືຖືລະບົບ GSM ກໍບໍ່ພໍໃຈກັບຄວາມສຳເລັດຂອງ Nohl  ໂດຍ Claire Cranton  ໂຕແທນ ຂອງກຸ່ມດັ່ງກ່າວໄດ້ອອກມາໃຫ້ສຳພາດກັບ New york Times ວ່າ ຄວາມສຳເລັດຂອງ Nohl ນັ້ນ ເປັນການກະທຳທີ່ຜິດກົດ ໝາຍຂອງ ລາດຊະອານາຈັກ ແລະ ສະຫະລັດ ເຊິ່ງການກະທຳດັ່ງກ່າວນັ້ນ ຍັງສ້າງຄວາມກັງວົນ ໃຫ້ແກ່ຜູ້ໃຊ້ມືຖືລະບົບ GSM ນຳອີິກ  ແຕ່ເຖິງຈັ່ງໃດກຸ່ມຜູ້ຜະລິດຍັງກັງວົນໃຈ ໃນສິ່ງທີ່ Nohl ອ້າງໃນຄວາມສຳເລັດຂອງເຂົາ ເຖິງແມ່ນວ່າ ໂຄ້ດທີ່ໃຊ້ຖອດລະຫັດນັ້ນຈະບໍ່ໄດ້ເຜີຍແຜ່ຕາມເວັບໄຊຍ໌ກໍຕາມ ແຕ່ກ໋ອບປີ້ຂອງໂຄ້ດດັ່ງກ່າວຜັດແຜ່ກະຈາຍໄປທົ່ວ ໃນໂລກຂອງ Bitorrent

ທິ່ມາ: arip, theregister

ພາສາລາວໂດຍ:birdflu2007.exe(laozaa)

ລອງອ່ານກ່ຽວກັບ  Samsung ເປີດໂຕ Galaxy Note ສະມາດໂຟນ/ແທັບເລັດ ຂະຫນາດ 5.3ນິ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.