ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ທະນາຄານ ແຫ່ງ ສປປ ລາວ ອອກຂໍ້ຕົກລົງ ການທົດສອບເຕັກໂນໂລຊີ ດ້ານການເງິນ (Fintech Sanbox)

ຂ່າວໄອທີ

ທະນາຄານແຫ່ງ ສປປ ລາວ ອອກຂໍ້ຕົກລົງ ວ່າດ້ວຍການທົດສອບເຕັກໂນໂລຊີ ດ້ານການເງິນ (Fintech Sanbox) ເລກທີ 170/ທຫລ ລົງວັນທີ 03ມີນາ 2026. ເຊິ່ງເພີ່ນມາແທ້ຂອງຈິງເພື່ອເປີດ Fintech Sandbox ຄັ້ງທໍາອິດຂອງປະເທດລາວ ເພື່ອຫວັງໃຫ້ທຸລະກິດລາວທີ່ມີທ່າແຮງ ສາມາດທົດລອງນະວັດຕະກໍາທາງດ້ານການເງິນໃຫມ່ໆໄດ້ກ່ອນ ໂດຍມີຂອບເຂດຈໍາກັດ ກ່ອນທີ່ຈະຂໍອະນຸຍາດ ຫລື ຂໍເຮັດຈິງຈັງ.

ອັນນີ້ແມ່ນດີ ເພາະທີ່ຜ່ານມາ ແມ່ນມີແຕ່ຄົນຢາກເຮັດນັ້ນເຮັດນີ້ຫຼາຍ ສຸດທ້າຍໄປບໍ່ລອດ ບາງອັນກໍ່ມີຄວາມສ່ຽງ ຖ້າອະນຸຍາດໃຫ້ເຮັດເລີຍ ກໍ່ມີຄວາມສ່ຽງສູງ ຖ້າບໍ່ອະນຸຍາດເລີຍ ກໍ່ເຮັດໃຫ້ການແຂ່ງຂັນກັບຊາດອື່ນບໍ່ທັນ. ການມີ Fintech Sandbox ແບບນີ້ຖືວ່າເປັນເລື່ອງທີ່ດີຫຼາຍ ແລະ ເປັນສິ່ງທີ່ຂ້ອຍຄິດວ່າຫຼາກຫຼາຍບໍລິສັດທີ່ R&D ຄົ້ນຄວ້າຢູ່ ກໍ່ຢາກທົດລອງກັບຕະຫຼາດວົງແຄບແທ້ ກ່ອນທີ່ຈະລົງທຶນມະຫາສານໃສ່ເຕັກໂນໂລຊີທາງການເງິນໃດນຶ່ງ. ສໍາລັບໃຜຢາກສຶກສາລາຍລະອຽດ ເຂົ້າອ່ານໄດ້ເດີ່.

ລອງອ່ານກ່ຽວກັບ  [Google I/O] ມາແລ້ວ Angry Birds ສຳລັບ Google Chrome ຟຼີອີກດ້ວຍ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.