ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແຊປະສົບການ ການເສັງເພື່ອເອົາໃບຢັ້ງຢືນ Facebook Certified Media Planning Professional

My Journey, Review

ອາທິດທີ່ຜ່ານມາໄດ້ມີໂອກາດສອບເສັງເອົາໃບຢັ້ງຢືນ Facebook Certified Media Planning Professional ເພື່ອເປັນບ່ອນອີງວ່າບໍລິສັດຂອງພວກເຮົາ BIZGITAL COMPANY LIMITED ນັ້ນເຂົ້າໃຈ ແລະ ດໍາເນີນການເຮັດໂຄສະນາທາງອອນລາຍໂດຍຜ່ານແພັດຟອມຂອງ Facebook ຢ່າງເລິກເຊິ່ງ. ຕ້ອງຂໍຂອບໃຈບໍລິສັດ Httpool Laos ທີ່ແນະນໍາ ແລະ ອໍານວຍຄວາມສະດວກເລື່ອງການສອບເສັງເທື່ອນີ້.

ກ່ອນອື່ນຕ້ອງອະທິບາຍກ່ອນວ່າ Facebook Blueprint ແມ່ນຄອສຮຽນອອນລາຍທີ່ Facebook ສ້າງຂຶ້ນມາເພື່ອໃຫ້ນັກການຕະຫຼາດສາມາດຮຽນຮູ້ໄດ້ດ້ວຍຕົນເອງ ເພື່ອທໍາຄວາມເຂົ້າໃຈເຊີງເລິກກ່ຽວກັບການນໍາໃຊ້ແພັດຟອມຂອງ Facebook ເພື່ອເຮັດໂຄສະນາ ແລະ ການຕະຫຼາດ. ເຊິ່ງໃນຄອສຮຽນຂອງ Blueprint ກໍ່ຈະມີຫຼາກຫຼາຍຄອສໃຫ້ເລືອກຕາມຄວາມເໝາະສົມ ແລະ ຈໍາເປັນຂອງແຕ່ລະຄົນ ຫຼື ບໍລິສັດ. ເຊິ່ງສາມາດເບິ່ງໄດ້ທີ່ຮູບລຸ່ມນີ້

ຮູບຄອສຮຽນຕ່າງໆທີ່ທາງ Facebook Blueprint ມີໄວ້ໃຫ້ຮຽນ ແລະ ເສັງເອົາໃບຢັ້ງຢືນ

ບໍລິສັດ BIZGITAL COMPANY LIMITED ເປັນບໍລິສັດ Digital Marketing ທີ່ເຮົາເຮັດວຽກໃຫ້ຄໍາປຶກສາ, ພັດທະນາແຜນການຕະຫຼາດ, ແລະ ລົງມືປະຕິບັດການຕະຫຼາດໃຫ້ກັບບໍລິສັດ ແລະ ແບຼນຕ່າງໆທີ່ຕ້ອງການເຮັດການຕະຫຼາດຜ່ານຊ່ອງທາງອອນລາຍ. ສະນັ້ນ ຈຸດປະສົງທີ່ທາງບໍລິສັດເລືອກເສັງເອົາ Facebook Certified Media Planning Professional ນີ້ກໍ່ເພື່ອໃຫ້ເປັນສິ່ງຢັ້ງຢືນວ່າ ການໃຫ້ຄໍາປຶກສາ ແລະ ການວາງແຜນໃນການເຮັດການຕະຫຼາດເທິງແພັດຟອມຂອງ Facebook ນັ້ນເປັນໄປຕາມມາດຕະຖານ ແລະ ການແນະນໍາຂອງ Facebook ເພື່ອໃຫ້ໄດ້ຜົນລັບສູງສຸດໃນແຕ່ລະເປົ້າໝາຍ.

ຮູບໃບປະກາດ/ໃບຢັ້ງຢືນອອນລາຍ https://www.credly.com/badges/ee372c44-49d0-4129-924f-55568f473fd2

ເປັນຫຍັງຕ້ອງ Facebook Certified Media Planning Professional?

ຄອສ Media Planning Professional, ຕາມຊື່ເລີຍເນາະ ແມ່ນຄອສທີ່ເນັ້ນການວິເຄາະໂຈດ, ຄວາມຕ້ອງການ, ແລະ ເປົ້າໝາຍ ຂອງການເຮັດການຕະຫຼາດ ແລ້ວນໍາມາເຊິ່ງແຜນ ແລະ ແນວທາງໃນການປະຕິບັດເທິງແພັດຟອມຂອງ Facebook. ໃນຄອສຮຽນ Media Planning ຍັງມີການສອນຄິດໄລ່ການວາງງົບປະມານ ການຄາດຄະເນງົບປະມານທີ່ຖືກຕ້ອງໃນການເຮັດການຕະຫຼາດ ແລະໂຄສະນາເທິງແພັດຟອມ Facebook ໃຫ້ໄດ້ຜົນຕາມທີ່ເປົ້າໝາຍກໍານົດໄວ້. ນອກນັ້ນ ໃນຄອສນີ້ ເພີ່ນຍັງສອນການເລືອກກຸ່ມລູກຄ້າ, ເລືອກປະເພດ ແລະ ຕໍາແໜ່ງຂອງໂຄສະນາ, ແລະ ການວິເຄາະຂໍ້ມູນຈາກຜົນການໂຄສະນາທີ່ໄດ້ຮັບ ເພື່ອນໍາໄປປັບປຸງແກ້ໄຂທັງໃນລະວ່າງການເຮັດໂຄສະນາ ແລະ ຫຼັງການເຮັດໂຄສະນາ. ສາມາດອ່ານເພີ່ມເຕີມໄດ້ທີ່ https://www.credly.com/badges/ee372c44-49d0-4129-924f-55568f473fd2

ຮູບແບບການສອບເສັງ

ການສອບເສັງແມ່ນເສັງຜ່ານລະບົບຂອງ Pearson https://home.pearsonvue.com/facebook ເຊິ່ງເປັນການເສັງແບບອອນລາຍ ເຊິ່ງຈະຕ້ອງເປີດກ້ອງເວັບແຄມຢູ່ຕະຫຼອດເວລາ ແລະ ຕ້ອງເສັງຢູ່ໃນຫ້ອງທີ່ບໍ່ມີຄົນ ບໍ່ມີການລົບກວນ ແລະ ບໍ່ສາມາດໃຊ້ໂທລະສັບໄດ້. ໃນໂປຼແກຼມຂອງ Pearson ທີ່ລົງໃນຄອມ ຈະເປັນລະບົບ FULL SCREEN ຫລື ເຕັມຈໍ ແລະ ຈະບໍ່ອະນຸຍາດໃຫ້ເຮົາເປີດໂປຼແກຼມອື່ນໄດ້ໃນລະຫວ່າງເສັງ (ໂປຼແກຼມຈະມີການກວດຈັບ).

ລາຍລະອຽດຂອງການເສັງ ແລະ ເນື້ອໃນການສອບເສັງ

ການສອບເສັງຈະມີເວລາໃຫ້ 120ນາທີ ມີທັງໝົດ 60ຄໍາຖາມ (ຄໍາຖາມລະ 2ນາທີ) ເຊິ່ງຜູ້ທີ່ຈະສາມາດເສັງຜ່ານໄດ້ຕ້ອງໄດ້ຄະແນນຢ່າງຕໍ່າ 700ຄະແນນ. ໃນຂໍ້ສອບເສັງຈະແບ່ງເປັນຕາມໝວດດັ່ງລຸ່ມນີ້

  • ການວິເຄາະໂຈດການຕະຫຼາດຂອງລູກຄ້າ ເພື່ອວາງແຜນໃຫ້ຕົງກັບຄວາມຕ້ອງການທີ່ລູກຄ້າຕ້ອງການ
  • ການເລືອກວາງກົນລະຍຸດໃນການຊື້ໂຄສະນາ, ວາງໂຄສະນາ, ເລືອກກຸ່ມລູກຄ້າ, ແລະ ແຜນການນໍາໃຊ້ເງິນ
  • ການເລືອກນໍາໃຊ້ເຄື່ອງເຂົ້າໃນການຈັດການແຕ່ລະວຽກ
  • ການຄິດໄລ ຄໍານວນ ງົບປະມານໃຫ້ຕົງກັບໝາກຜົນທີ່ລູກຄ້າຢາກໄດ້ເປັນຜົນລັບ
  • ການແກ້ປັນຫາ ແລະ ການວິເຄາະຂໍ້ມູນ
ໃບຄະແນນຈາກຜົນຂອງການສອບເສັງ
ລອງອ່ານກ່ຽວກັບ  ສິມາເລົ່າເຫດການວ່າເປັນຫຍັງ ໂລກ້າ ຈຶ່ງ ເຮັດ LOCA PAY ຂຶ້ນມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.