ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕົ້ນທຶນຂອງຄົນບໍ່ເທົ່າກັນ? ບໍ່ມີປັນຍາໄປຮຽນເມືອງນອກ? ລວມເວັບຮຽນຟຼີອອນລາຍຈາກ 5 ມະຫາໄລ ອັນດັບຕົ້ນໆຂອງໂລກ

Stories

ຫຼາຍເທື່ອທີ່ຂ້ອຍມັກໄດ້ຍິນຫຼາຍໆຄົນມັກເວົ້າວ່າ ຕົ້ນທຶນຊີວິດຂອງແຕ່ລະຄົນບໍ່ເທົ່າກັນ ບາງຄົນເກີດມາຖານະບໍ່ລວຍ ບໍ່ສາມາດໄປຮຽນຕໍ່ຕ່າງປະເທດໄດ້ ບໍ່ສາມາດເຂົ້າເຖິງການສຶກສາດີໆຂອງຕ່າງຊາດ ຈຶ່ງເຮັດໃຫ້ຕົນບໍ່ສາມາດແຂ່ງຂັນກັບຄົນອື່ນທີ່ມີເງື່ອນໄຂໄປຮຽນຕ່າງປະເທດໄດ້. ຂ້ອຍໄດ້ຍິນຄຳນີ້ເທື່ອໃດ ຂ້ອຍຮອດບໍ່ຢາກລົມກັບຄົນນັ້ນ ເພາະຖ້າເປັນເມື່ອ 50ປີກ່ອນ ຄຳເວົ້າແບບນີ້ອາດຈະມີສ່ວນຖືກ ແຕ່ດ້ວຍຍຸກຂອງອິນເຕີເນັດ ທີ່ເຮົາສາມາດເຂົ້າເຖິງຂໍ້ມູນໄດ້ທົ່ວໂລກພຽງແຕ່ໃຊ້ນິ້ວມືກົດ ຂ້ອຍວ່າຄຳເວົ້ານີ້ເປັນພຽງຄຳແກ້ໂຕຂອງຄົນທີ່ຂີ້ຂ້ານ ແລະ ເຝົ້າຄອຍແຕ່ວາດສະໜາ ບໍ່ຢາກລົງມືຫຼາຍກວ່າ.

ເຖິງຂ້ອຍເອງຈະຈົບມາຈາກມະຫາວິທະຍາໄລຂອງຕ່າງປະເທດ ແຕ່ຖ້າຈັດສ່ວນແບ່ງຄວາມຮູ້ ແລະປະສົບການສ່ວນ 100 ແລ້ວ ຄວາມຮູ້ທີ່ຂ້ອຍສຶກສາອອນລາຍແມ່ນ 70%, 20% ຈາກສະຖາບັນທີ່ຂ້ອຍຮຽນ, 10% ແມ່ນປະສົບການ ທີ່ໄດ້ເຂົ້າຮຽນຢູ່ມະຫາໄລແຫ່ງນັ້ນ.

Screen Shot 2017-05-23 at 11.47.22 AM.jpg

ເຂົ້າປະເດັນ ຮູ້ບໍວ່າປັດຈຸບັນມະຫາວິທະຍາໄລຊື່ດັງຂອງໂລກຫລາຍມະຫາວິທະຍາໄລ ໄດ້ມີໂຄງການແບ່ງປັນຄວາມຮູ້ສູ່ໂລກ ນັ້ນກໍ່ຄືການນຳເອົາຄອສຮຽນ ວິຊາການຮຽນການສອນຕ່າງໆແບບຄົບຖ້ວນ ຂຶ້ນມາປ່ອຍໃຫ້ຄົນທີ່ຢູ່ໂລກທີ່ສາມ(ຄືປະເທດເຮົາ ແລະ ປະເທດອື່ນໆ) ແລະ ຄົນທີ່ບໍ່ມີໂອກາດໄດ້ເຂົ້າໄປຮຽນມະຫາວິທະຍາໄລເຫຼົ່ານັ້ນ ໃຫ້ສາມາດເຂົ້າເຖິງຄວາມຮູ້ໄດ້ ໂດຍການຮຽນອອນລາຍແບບບໍ່ເສຍຄ່າໃຊ້ຈ່າຍ. ສິ່ງທີ່ເຈົ້າຕ້ອງມີກໍ່ພຽງແຕ່ຄວາມດຸໝັ່ນ ແລະ ຄວາມຕັ້ງໃຈ ພ້ອມກັບອິນເຕິເນັດ ເທົ່ານີ້ເຈົ້າກໍ່ຈະໄດ້ຮັບການສຶກສາ ແບບດຽວກັບຄົນທີ່ເຂົ້າຮຽນໃນສະຖາບັນລະດັບໂລກເຫຼົ່ານີ້ໄດ້ ໂດຍບໍ່ຕ້ອງລົງທຶນມະຫາສານເພື່ອໄປຮຽນຢູ່ສະຖາບັນເຫຼົ່ານີ້.

1. Harvard Open Courses : edx.org/school/harvardx
2. UC BerkeleyX : edx.org/school/uc-berkeleyx
3. MIT OpenCourseWare : ocw.mit.edu
4. Open Yale Courses : oyc.yale.edu
5. Stanford Free Courses : online.stanford.edu/courses

ສຸດທ້າຍ ບໍ່ໄດ້ມີພຽງແຕ່ ຄົນທີ່ບໍ່ມີເງືອນໄຂໄປຮຽນຕ່າງປະເທດເທົ່ານັ້ນ ຄົນທີ່ກຳລັງຢາກໄປຮຽນຕໍ່ຕ່າງປະເທດໂດຍສະເພາະອາເມລິກາ ສາມາດລອງຮຽນອອນລາຍຜ່ານເວັບຂ້າງເທິງນີ້ເບິ່ງກ່ອນກໍ່ໄດ້.

ສຸດທ້າຍທ້າຍສຸດ ເຈົ້າຍັງຄິດວ່າຕົ້ນທຶນຂອງຄົນບໍ່ເທົ່າກັນຢູ່ບໍ? ຖ້າເຈົ້າຍັງຄິດວ່າ ໂອ້ ຮຽນອອນລາຍກໍ່ບໍ່ໄດ້ໜ່ວຍກິດ ບໍ່ໄດ້ໃບປະກາດ ກໍ່ບໍ່ມີປະໂຫຍດຫຍັງ. ຖ້າເຈົ້າຄິດແບບນີ້ ສະແດງວ່າເຈົ້າກຳລັງຄິດວ່າ ໃບປະກາດເປັນໃບເບີກທາງ ເຊິ່ງຂ້ອຍຄິດວ່າເຈົ້າກຳລັງຄິດຜິດ ແລະ ເຈົ້າກຳລັງໃຫ້ຄວາມສຳຄັນກັບໃບປະກາດ ບໍ່ແມ່ນຄວາມຮູ້. ຖ້າຄົນເຮົາມີຄວາມຮູ້ ເຮົາຈະພົບທາງ ຫລື ຫາທາງທີດີໃຫ້ກັບຕົນເອງໄດ້ສະເໝີ.

ຈາກ ສຸລິໂຍ ຈົບນອກແຕ່ບໍ່ເຄີຍໄດ້ໃຊ້ໃບປະກາດ

ລອງອ່ານກ່ຽວກັບ  ວຽກຫຼາຍປະເພດໃນສາຂາທະນາຄານ ອາດບໍ່ໄດ້ໝັ້ນຄົງຄືກັບຫຼາຍຄົນຄິດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.