ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ລ້າງຂໍ້ມູນຂີ້ເຫຍື້ອໃນ iPhone, iPad, ແລະ iPod touch

FREE WARE, iOS Apps

clean ios devices

ຫຼາຍຄົນອາດຈະພົບເຫັນປັນທີ່ໂທລະສັບ iPhone ຫຼື ແທັບເລັດ iPad ຂອງຕົນເອງເຕັມໄວໂດຍ​ໂດຍທີ່ບາງເທື່ອກໍ່ລຶບຂໍ້ມູນອອກແລ້ວ​. ບາງເທື່ອການລຶບຂໍ້ມູນອອກນັ້ນ ຍັງບໍ່ແມ່ນການລຶບຂໍ້ມູນອອກທັງໝົດແຕ່ຢ່າງໃດ ແຕ່ຍັງມີຂໍ້ມູນບາງປະເພດທີ່ຍັງຕົກຄ້າງ ແລະບໍ່ຖືກໃຊ້ງານ ເຊັ່ນ ໄຟລ໌ຂໍ້ມູນຂີ້ເຫຍື້ອທີ່ຖືກໂຫລດມາໃນເວລາທີ່ໃຊ້ງານແອັບຯຕ່າງໆ ຫຼືຮູບພາບນ້ອຍໆຕ່າງໆ ໄຟລ໌ພວກນີ້ເປັນໄຟລ໌ຂີ້ເຫຍື້ອ ແລະກິນພື້ນທີ່ໃນອຸປະກອນໄປຫຼາຍ.

ຜູ້ຂຽນເອງປະສົບບັນຫາແບບນີ້ເຊັ່ນກັນ ແລະສຸດທ້າຍກໍ່ໄດ້ພົບທາງອອກທີ່ດີ ເຊິ່ງການລ້າງໄຟລ໌ພວກນັ້ນອອກຈາກເຄື່ອງດ້ວຍໂປຼແກຼມ PhoneClean.  ໂປຼແກຼມດັ່ງກ່າວ​ມີລະດັບ​ການຈັດການ​ລ້າງໄຟລ໌ຂີ້ເຫຍື້ອ​ທີ່ກິນພື້ນທີ່ຂອງທ່ານຫຼາຍລະດັບ ແລະໃຊ້ງານງ່າຍ. ຫຼັງຈາກທີ່ຜູ້ຂຽນໃຊ້ກັບ iPhone ຂອງຕົນເອງແລ້ວ ພົບເຫັນວ່າມັນລຶບໄຟລ໌ພວກນັ້ນອອກ ແລະຄືນພື້ນທີ່ວ່າງໄດ້ເຖິງ 2.2 GB.

ການໃຊ້ງານບໍ່ຫຍຸ້ງຍາກ ພຽງແຕ່ເຂົ້າໄປດາວໂຫລດມາຕິດຕັ້ງລົງໃນເຄື່ອງຄອມພິວເຕີຂອງທ່ານ (ໃຊ້ໄດ້ທັງ Mac ແລະ Windows) ແລ້ວກໍ່ເຊື່ອມຕໍ່ອຸປະກອນຂອງທ່ານເຂົ້າ ແລ້ວກໍ່ເປີດໂປຼແກຼມດັ່ງກ່າວຂຶ້ນມາເພື່ອເຮັດການລ້າງໄຟລ໌ພວກນັ້ນໄດ້ທັນທີ.

ດາວໂຫລດ​ – http://www.imobie.com/phoneclean/

ລອງອ່ານກ່ຽວກັບ  Flash Get ໂປູແກຼມຈັດການ ການດາວໂຫລດ ແບບຄົບວົງຈອນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.