ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ອອກ iTunes ເວີຊັ່ນ 11 ແລ້ວ ຫລັງຈາກທີ່ເລື່ອນມາດົນ.

ຂ່າວໄອທີ

ຫຼັງຈາກທີ່ປະກາດໄປວ່າຈະອອກ iTunes ເວີຊັນ 11 ໄປງານເປີດໂຕ iPad Mini ແລ້ວ, ທາງ Apple ກໍ່ໄດ້ມີປັນຫາໃນການທີ່ຈະອອກ iTunes ເວີຊັ່ນ 11 ນີ້ ຈົນເຮັດໃຫ້ມີການເລື່ອນອອກມາເປັນທ້າຍເດືອນພະຈິກແທນ. ຫຼ້າສຸດມັນກໍ່ອອກມາໃຫ້ສຳພັດກັນແລ້ວພ້ອມກັບການອອກແບບໃຫມ່ທີ່ຫລູຫລາ ແລະ ມີຄວາມສາມາດໃຫມ່ໆເພີ່ມຂຶ້ນ.   ໃນບັນດາຄວາມສາມາດໃຫມ່ໆນັ້ນ ມີຢູ່ສອງເຖິງສາມຄວາມສາມາດທີ່ຖືກໃຈຜູ້ຂຽນ, ເຊິ່ງມັນກໍ່ຄື Up next ທີ່ເຮົາສາມາດເບິ່ງວ່າເພງຕໍ່ໄປແມ່ນເພງໃດ ແລະ ເຮົາຍັງສາມາດລຶບ ຫລື ເພີ່ມເພງຕໍ່ໄປໄດ້ອີກດ້ວຍ; ຕໍ່ມາກໍ່ເປັນການຫາເພງຫຼືອະລະບ້ຳເພງທີ່ກ່ຽວຂ້ອງກັບອະລະບ້ຳທີ່ເຮົາເປີດຢູ່ໄດ້; ແລະທ້າຍສຸດແມ່ນ Mini Player ທີ່ເຮົາສາມາດຍໍ້ໃຫ້ມັນເປັນແທບເຄື່ອງຫລິ້ນເພງນ້ອຍ ເພື່ອຈະບໍ່ກິນເນື້ອທີ່ໃນການເຮັດວຽກ ແລະ ຟັງເພງໄປນຳ.

ນອກຈາກຄວາມສາມາດທີ່ຖືກໃຈຜູ້ຂຽນແລ້ວ, ຍັງມີຄວາມສາມາດໃຫມ່ໆຫລາຍຢ່າງທີ່ມາກັບ iTunes 11 ນີ້, ບວກກັບການອອກແບບໃຫມ່ແລ້ວຖືວ່າ Apple ເຮັດອອກມາໄດ້ດີຫລາຍ. ຫາກໃຜພົບເຫັນຄວາມສາມາດໃດທີ່ຖືກໃຈ ກໍ່ສາມາດບອກມາຍັງຜູ້ຂຽນໄດ້ຜ່ານການອອກຄວາມເຫັນທາງດ້ານລຸ່ມນີ້. ສຳລັບ iTunes 11 ນີ້ສາມາດໄປດາວໂຫລດໄດ້ທິ້ http://www.apple.com/itunes/ ຫລື ສາມາດກົດອັບເດດໄດ້ເລີຍຫາກທ່ານໃຊ້ງານ iTunes ຢູ່ແລ້ວ.

ລອງອ່ານກ່ຽວກັບ  Samsung ແຈກ Galaxy S ໃຫ້ກັບຄົນທີ່ບໍ່ພໍໃຈ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.