ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer ເປີດໃຫ່້ຈອງແທັບເລັດ ICONIA TAB A100 ແລະ A501 ແລ້ວ

ຂ່າວໄອທີ, ແທັບເລັດ

ລ່າສຸດທາງ Acer ໄດ້ເປີດໃຫ້ຈອງແທັບລັດ Honeycomb ຕະກຸນ Acer Aspire ICONIA TAB ເຖິງສອງລຸ້ນ ສອງຂະຫນາດຄື: A100 ທີ່ມີຂະຫນາດ 7ນິ້ວ ແລະ A501 ທີ່ມີຂະຫນາດ 10ນິ້ວ. ໂດຍປະຈຸບັນທາງ Acer ໄດ້ປ່ອຍໃຫ້ຈອງຜ່ານ Amazon UK ແລ້ວໃນລາຄາ $426 ສຳລັບ A100 ແລະ $753 ສຳລັບ A501. ທັງສອງລຸ້ນຈະເລີ່ມວາງຂາຍຢ່າງເປັນທາງການໃນວັນທີ່ 20ເມສານີ້. ສຳລັບລາຍລະອຽດຂອງທັງສອງໂຕມີດັ່ງລຸ່ມນີ້:

ICONIA TAB A100:

  • ຫນ້າຈໍຂະຫນາດ 7ນິ້ວ ຄວາມລະອຽດ 1024 x 600
  • ຫນ່ວຍປະມວນຜົນ nVidia Tegra 250 ຄວາມໄວ 1GHz.
  • Ram DDR2 ຂະຫນາດ 512MB.
  • ຄວາມຈຳໃນໂຕມີຂະຫນາດດຽວຄື 8GB.
  • ມີກ້ອງຫລັງລະອຽດ 5ລ້ານພິກເຊວ ແລະ ກ້ອງຫນ້າລະອຽດ 2ລ້ານພິກເຊວ.
  • ສາມາດເຊື່ອມຕໍ່ອອກຫນ້າຈໍພາຍນອກໄດ້ ຜ່ານ HDMI.
  • ຮອງຮັບກາດຄວາມຈຳພາຍນອກ Micro SD Card ໄດ້ສູງສຸດເຖິງ 32GB.
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍຜ່ານ Bluetooth ແລະ Wifi.
  • ລະບົບປະຕິບັດການທີ່ໃຊ້ Android 3.0
  • ນ້ຳຫນັກ 204ກຼາມ.
  • ລາຄາ $426.

ICONIA TAB A501:

  • ຫນ້າຈໍຂະຫນາດ 10.1ນິ້ວ
  • ຫນ່ວຍປະມວນຜົນ nVidia Tegra 250 ຄວາມໄວ 1GHz.
  • Ram DDR2 ຂະຫນາດ 1GB.
  • ຄວາມຈຳໃນໂຕມີຂະຫນາດດຽວຄື 32GB.
  • ມີກ້ອງຫລັງລະອຽດ 5ລ້ານພິກເຊວ ແລະ ກ້ອງຫນ້າລະອຽດ 2ລ້ານພິກເຊວ.
  • ສາມາດເຊື່ອມຕໍ່ອອກຫນ້າຈໍພາຍນອກໄດ້ ຜ່ານ HDMI.
  • ຮອງຮັບກາດຄວາມຈຳພາຍນອກ SDHC Card ໄດ້ສູງສຸດເຖິງ 32GB.
  • ຮອງຮັບການເຊື່ອມຕໍ່ໄຮ້ສາຍຜ່ານ Wi-Fi, Bluetooth 2.1, ແລະ 3G.
  • ລະບົບປະຕິບັດການທີ່ໃຊ້ Android 3.0
  • ນ້ຳຫນັກ 331ກຼາມ.
  • ລາຄາ $753.

ທີ່ມາ – Amazon UK ICONIA TAB A100, ICONIA TAB A501

ລອງອ່ານກ່ຽວກັບ  Google ຂາຍບັດເຂົ້າງານ Google I/O ຫມົດ ພາຍໃນເວລາ 20 ນາທີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.