ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Blackberry Messenger ກຳລັງລົງ iOS ແລະ Android ?

ຂ່າວໄອທີ

ໃນຍຸກຂາລົງຂອງຫລາຍໆບໍລິສັດ ເຊັ່ນ Nokia, Microsoft, RIM ທີ່ສ່ວນແບ່ງໃນຕະຫລາດລຸດລົງເລື້ອຍໆ ໂດຍຖືກ iOS ແລະ Android ຍາດໄປ. ລ່າສຸດກໍ່ມີຂ່າວລືອອກມາວ່າ RIM ກຳລັງຈະອອກ BBM (Blackberry Messenger) ໃນລະບົບປະຕິບັດການ iOS ແລະ Andrord. ຢ່າງໃດກໍ່ຕາມ ຫາກຂ່າວນີ້ເປັນຄວາມຈິງຂຶ້ນມາ ຜູ້ໃຊ້ iOS ແລະ Android ກໍ່ຈະໄດ້ແຊັດກັບ ຜູ້ໃຊ້ Blackberry ແຕ່ມັນກໍ່ເປັນໄປໄດ້ເຊັ່ນກັນວ່າ RIM ຈະຄິດຄ່າ App ດັ່ງກ່າວ, ຫລື ບໍ່ກໍ່ຕ້ອງເປັນຜູ້ໃຊ້ງານ Blackberry ຢູ່ ຫລືເຄີຍມີ ເພຶ່ອຈະເຊື່ອມຕໍ່ກັບລະບົບ PIN ດັ່ງກ່າວໃຫ້ເຊື່ອມຕໍ່ເຂົ້າເປັນອັນດຽວກັນ.

ແຕ່ຢ່າງໃດກໍ່ຕາມຫາກຂ່າວນີ້ເປັນຄວາມຈິງແລ້ວ ບໍ່ຮູ້ວ່າຈະມີຜົນກະທົບກັບ ການຂາຍເຄື່ອງ Blackberry ຫລືບໍ່. ແລະຫາກ BBM (Blackberry Messenger) ລົງໄປໃນ iOS ບໍ່ຮູ້ວ່າຈະຜ່ານອາທັນຖັນການກວດສອບ App ຂອງ Apple ຫລືບໍ່ 😀

ທີ່ມາ – Engadget

ລອງອ່ານກ່ຽວກັບ  iPad ແລະ iPhone 4 ເຮັດໃຫ້ແພດຟອລ໌ມ iPhone ເກີດ fragmentation

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.