ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nokia ອອກ Nokia Software Updater ລຸ້ນ Beta ສຳລັບ Mac ແລ້ວ

ຂ່າວໄອທີ

ກໍ່ບໍ່ຮູ້ວ່າທາງ Nokia ໄປເຮັດຫຍັງຢູ່ຈື່ງຫາກໍ່ມາອອກ Nokia Software Updater ສຳລັບ Mac ແຖມອອກມາຄັ້ງນີ້ ກໍ່ຍັງບໍ່ທັນເປັນເວີຊັ່ນສົມບູນເທຶ່ອ, ແຕ່ປະຈຸບັນທາງ Beta Lab ກໍ່ໄດ້ອອກ Nokia Software Updater ລຸ້ນ Beta ໂຕດັ່ງກ່າວອອກມາໃຫ້ດາວໂຫລດແລ້ວ.

ສຳລັບ Nokia Software Updater for Mac ນີ້ຈະຊ່ວຍໃຫ້ຜູ້ໃຊ້ສາມາດ ອັບເດດ Firmware ຂອງໂທລະສັບລຸ້ນຕ່າງໆຂອງ Nokia ຜ່ານທາງເຄື່ອງ Mac ໄດ້, ຢ່າງໃດກໍ່ຕາມ ໂທລະສັບລຸ້ນທີ່ເຫັນໃນຮູບນັ້ນ ຫລື ການທົດລອງນັ້ນ ເປັນ Nokia N97 ແລະຍັງບໍ່ຮູ້ວ່າ ລຸ້ນອື່ນຈະສາມາດອັບເດດຜ່ານ Nokia Software Updater For Mac ໄດ້ຫລືບໍ່ ຫາກໃຜໃຊ້ໄດ້ກໍ່ມາບອກກັນແດ່ເດີ່.

ສາມາດເຂົ້າໄປດາວໂຫລດໄດ້ທີ່: http://betalabs.nokia.com/apps/nokia-software-updater-for-mac

ທີ່ມາ – Nokia Beta Lab

ລອງອ່ານກ່ຽວກັບ  NOKIA ຈະທວງບັນລັງ ສະມາດໂພນດ້ວຍ N8

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.