ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iDisplay App ປ່ຽນຈໍອຸປະກອນ Android ເປັນຈໍທີ່ສອງຂອງຄອມພິວເຕີ

ຂ່າວດ່ວນ, ຂ່າວໄອທີ

ກ່ອນອື່ນກໍ່ຕ້ອງຂໍແນະນຳກ່ອນວ່າ iDisplay ນີ້ເປັນ App ປະເພດໃດ, ສຳລັບ iDisplay ນີ້ເປັນແອັບພິເຄຊັ່ນສຳລັບເຮັດໃຫ້ຈໍໂທລະສັບ ຫລື ແທັບເລັດຢ່າງ iPhone ແລະ iPad ນີ້ກາຍເປັນຈໍທີ່ສອງຂອງຄອມພິວເຕີ, ເຊິ່ງເຮົາອາດຈະໃຊ້ເປັນຈໍທີ່ສະແດງຜົນສະເພາະສ່ວນຫນ້ອຍໆຂອງຫນ້າຈໍຄອມພິວເຕີເຮົາກໍ່ໄດ້ ແລ້ວກໍ່ຂຶ້ນກັບການປະຍຸກໃຊ້ຂອງແຕ່ລະຄົນ. ເຊິ່ງຮອງຮັບທັງ Mac ແລະ ກໍ່ທັງ Windows. ເຊິ່ງຕົວຢ່າງກໍ່ເປັນຢ່າງຮູບດ້ານເທິງນັ້ນ.

ແລະໃນຂະນະທີ່ ຜູ້ໃຊ້ iPhone ແລະ iPad ໄດ້ໃຊ້ງານ App ທີ່ຊື່ວ່າ iDisplay ໂຕນີ້ໄປໃນໄລຍະດົນເຕີບແລ້ວ. ປະຈຸບັນ iDisplay ກໍ່ອອກມາໃນເວີຊັ່ນຂອງລະບົບປະຕິບັດການ Android ແລ້ວເຊິ່ງຮອງຮັບທັງແທັບເລັດ ແລະ ໂທລະສັບມືຖືກອີກດ້ວຍ ໃນລາຄາຢູ່ທີ່ $4.99 ແລະຕ້ອງເປັນ Android 2.1 ຂຶ້ນໄປເທົ່ານັ້ນ.

ດາວໂຫລດ – Android Market

ລອງອ່ານກ່ຽວກັບ  [ຫມາປ່າໄຟ] FireFox 4 ມີຍອດດາວໂຫລດເກີນ 100ລ້ານດາວໂຫລດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.