ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ອັບເດດ iMovie ສຳລັບ iOS ແລ້ວ ເພຶ່ອຮອງຮັບ iPad 2

ຂ່າວໄອທີ

 

ລ່າສຸດ Apple ໄດ້ອັບເດດ iMovie ສຳລັບ iOS ແລ້ວ ເພຶ່ອໃຫ້ຮອງຮັບ iPad 2 ທີ່ກຳລັງຈະວາງຂາຍມື້ອື່ນນີ້, ສຳລັບ iMovie ທີ່ອອກມາສຳລັບ iPad 2 ນີ້ຍັງສາມາດຮອງຮັບ iPhone 4 ແລະ iPod touch 4G ອີກດ້ວຍ ເຊິ່ງກໍ່ຫນ້າແປກໃຈວ່າ ໃນຫນ້າດາວໂຫລດ App ໂຕນີ້ໄດ້ບອກໄວ້ວ່າ ສາມາດໃຊ້ໄດ້ໃນ iPad 2, iPod touch 4G ແລະ iPhone 4 ທີ່ໃຊ້ລະບົບປະຕິບັດການ iOS 4.2.6 ຂຶ້ນໄປເທົ່ານັ້ນ. ແບບນີ້ iPad 1 ອາດຈະໃຊ້ງານບໍ່ໄດ້ ຫລື ແນວໃດຫາກໃຜໃຊ້ iPad 1 ແລ້ວລອງດາວໂຫລດມາລອງເບິງເດີ່ ຫາກໄດ້ກໍ່ມາບອກແດ່. ຢ່າງໃດກໍ່ຕາມ ໃນການອັບເດດຄັ້ງນີ້ກໍ່ໄດ້ເພີ່ມຄຸນສົມບັດຕ່າງໆເຂົ້າໄປຫລາຍພໍສົມຄວນ ເຊິງໄດ້ແກ່:

  • ມີຄວາມແນ່ນອນ ໃນເລື່ອງການແກ້ໄຂໃນແບບ Multi-Touch (ສະເພາະ iPad).
  • Multitrack ແກ້ໄຂສຽງຕ່າງໆ ພ້ອມກັບສຽງ Theme ສະເພາະເຖິງ 8 ສຽງ ແລະ ສຽງ effect ອີກ ຫລາຍກວ່າ 50 ສຽງ.
  • ສາມາດບັນທຶກສຽງລົງໄປໃນ TimeLine ໄດ້ທັນທີ.
  • ການສະແດງຄື້ນສຽງ (ສະເພາະ iPad).
  • ມີ Theme ເພີ່ມາອີກ ສາມ Theme ໄດ້ແກ່: Neon, Simple, ແລະ CNN iReport.
  • ສາມາດອັບໂຫລດວິດີໂອແບບ HD ລົງ YouTube, Facebook, Vimeo, ແລະ CNN iReport ໄດ້ທັນທີ.
  • ຮອງຮັບ AirPlay ສຳລັບການແຊໄປຍັງ Apple TV ( ຮອງຮັບສະເພາະ Apple TV 2G; ແລະ ຕ້ອງເປັນiOS 4.3 ຂຶ້ນໄປ).
  • ສາມາດໃສ່ຂໍ້ຄວາມ ຫລື TITLE ເຂົ້າໄປໃນ ຮູບໄດ້.

ນອກນັ້ນຍັງມີຄຸນສົມບັດອື່ນໆອີກ ສາມາດເຂົ້າໄປເບິງໄດ້ທີ່ຫນ້າ ດາວໂຫລດ ສ່ວນລາຄານັ້ນຢູ່ທີ່ $4.99: http://itunes.apple.com/us/app/imovie/id377298193

ລອງອ່ານກ່ຽວກັບ  Apple ປ່ອຍ iOS 6 ອອກມາໃຫ້ອັບເດດແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.