ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Microsoft ປະກາດກຳລັງຈະປ່ອຍ Kinect for Windows SDK

ຂ່າວໄອທີ

ລ່າສຸດ Microsoft ອອກມາປະກາດວ່າ ກຳລັງຈະປ່ອຍ Kinect for Windows SDK  ຫລື ຊຸດພັດທະນາເກມທີ່ໃຊ້ Kinect ໃນ Windows ນັ້ນເອງ ເຊິ່ງນັ້ນຫມາຍຄວາມວ່າ ເຮົາອາດຈະໄດ້ເຫັນເກມ ແລະ Kinect ສຳລັບເຄື່ອງ PC ຫລື ຄອມພິວເຕີລະບົບປະຕິບັດການ Windows ຫລັງຈາກນັ້ນບໍ່ດົນ. ເຊິ່ງຕາມລາຍງານບອກວ່າ Microsoft ຈະປ່ອຍ Kinect for Windows SDK  ໃນລະດູບານໃຫມ່ນີ້ (Spring 2011) ຫລືຊ່ວງລະຫວ່າງໄຕມາດທີ່ສອງ ເຖິງຕົ້ນໄຕມາດທີ່ສາມ ຂອງປີນີ້ໆນີ້ເອງ ແລະ ຈະປ່ອຍໃຫ້ໂຫລດຟຼີອີກດ້ວຍ.

ຢ່າງໃດກໍ່ຕາມ ຈາກຫລາຍສຳນັກຂ່າວ ແລະ ນັກວິຊາການດ້ານຕ່່າງໆ ໃຫ້ຄວາມເຫັນວ່າ ຫາກ Kinect for Windows ອອກມາແລ້ວມີປະສິດທິພາບ ທຽບເທົ່າກັບທີ່ມີໃນເຄື່ອງ Xbox 360 ອາດຈະຊ່ວຍໃຫ້ Microsoft ຍາດສ່ວນແບ່ງຕະຫລາດ ລະບົບປະຕິບັດການ ກັບຄືນມາ ແຕ່ໃນທາງກັບກັນ ອາດຈະເຮັດໃຫ້ມີຜົນກະທົບຕໍ່ຍອດຂາຍຂອງເຄື່ອງເກມຄອນໂຊນຢ່າງ Xbox 360 ກໍ່ເປັນໄດ້.

ທີ່ມາ – Microsoft

ລອງອ່ານກ່ຽວກັບ  ຂ່າຍລືກ່ຽວກັບ Windows 8 ພ້ອມກັບຮູບລຸດຫນ້າຕາ User interface

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.