ເລື່ອງລາວຂອງ TECH, STARTUP, ແລະ DIGITAL

We Seed ມາຫລິ້ນຫຸ້ນ ອອນໄລນ໌ເພຶ່ອ ເອົາຄວາມຮູ້ ແລະ ປະສົບການ

FREE WARE

ມີເວັບດີໆມາຝາກອີກຕາມເຄີຍ, ຫລັງຈາກໄປເຫັນ ແລະ ໄດ້ລອງຫລິ້ນຫຸ້ນໃນ WeSeed.com ມາໄລຍະຫນຶ່ງ ເຫັນວ່າມ່ວນດີ ເລີຍຢາກມາແນະນຳໃຫ້ທ່ານຜູ້ອ່ານ ໄດ້ເຂົ້າໄປລອງຫລິ້ນເບິງ, ເຊິງວິທີການຫລິ້ນກໍ່ງ່າຍໆ ພຽງສະຫມັກເຂົ້າໄປ ແລ້ວກໍ່ຈະໄດ້ເງິນໃນເວັບຈຳນວນ $10,000 ເພຶ່ອເອົາໄປເລາະຊື້ຫຸ້ນ ທີ່ທ່ານມັກເຊັ່ນ: Apple, Google, Microsoft, Netflix, Ford ແລະບໍລິສັດອື່ນໆອີກຫລວງຫລາຍ ໃຫ້ທ່ານເລື່ອກຊື້ ແລະເປັນເຈົ້າຂອງຫຸ້ນ.

We Seed ມາຫລິ້ນຫຸ້ນ ອອນໄລນ໌ ເອົາຄວາມຮູ້ນຳກັນ

ລາຍລະອຽດ ຫລື ການຂຶ້ນລົງຂອງຫຸ້ນນັ້ນອີງຈາກຕະຫລາດໂຕຈິງ ຂອງ ອາເມລິກາ ເຊິ່ງຜູ້ໃຊ້ຈະໄດ້ຮູ້ອັດຕາການຂຶ້ນລົງ ແລະ ລາຄາຂອງຫຸ້ນຕ່າງໆ ໄດ້ແບບສົມຈິງ. ເຊິ່ງຫາກເງິນຂອງທ່ານຫມົດ ຫລື ວ່າຫມົດໂຕ ກໍ່ຍັງສາມາດ ກົດເອົາເງິນໃຫມ່ ເຊິ່ງຈະເລີ່ມໃຫມ່ທັງຫມົດ ດ້ວຍເງິນ $10,000 ຄືກັບຕອນເລີ່ມຫລິ້ນໃຫມ່.

ຫວັງວ່ານັກຮຽນ ຫລື ຜູ້ທີ່ສົນໃຈໃນເລື່ອງນີ້ ຫນ້າຈະລອງຫລິ້ນເບິ່ງຈັກເທຶ່ອ ອາດຈະເປັນປະໂຫຍດ ບໍ່ຫລາຍກໍ່ນ້ອຍ, ຫາກມີປັນຫາຂ້ອງໃຈຫຍັງເພີ່ມເຕີມກ່ຽວກັບ We Seed ຫລື ຕະຫລາດຫຸ້ນອອນໄລນ໌ ເພຶ່ອການສຶກສາ ກໍ່ຕອບຄວາມເຫັນຖາມໄດ້ເລີຍ.

ເວັບໄຊຕ໌:​ http://www.weseed.com/

ລອງອ່ານກ່ຽວກັບ  ມາສົ່ງລິ້ງຈາກ Chrome ໄປຍັງ Android ງ່າຍໆ ແລະ ໄວທັນໃຈກັນດີກວ່າ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.