ເລື່ອງລາວຂອງ TECH, STARTUP, ແລະ DIGITAL

LockHunter ຊ່ວຍປົດລ໊ອກໄຟລ໌ ທີ່ມີບັນຫາ ລຶບບໍ່ໄດ້

FREE WARE

ຫລາຍຄົນຄົງຈະເຈີບັນຫາ ທີ່ເວລາຢາກລຶມໄຟລ໌ໃດຫນຶ່ງອອກຈາກຄອມພິວເຕີຂອງເຮົາ ແລ້ວມັນບອກວ່າລຶບບໍ່ໄດ້ ຫລືບອກວ່າໄຟລ໌ນ້ຳກຳລັງຖືກໃຊ້ງານຢູ່ ແຕ່ພໍ່ໄປຄົ້ນໃນ Task Manager ກໍ່ບໍ່ເຫັນ ຫລືບາງຄົນອາດຈະບໍ່ຮູ້ກ່ຽວກັບ Task Manager ເລີຍບໍ່ກ້າຈະໄປເລາະປິດ. ເຊິງພໍດີເກີດບັນຫາກັບໂຕເອງ ບັນຫາກະຄື ເຮົາໄປດາວນ໌ໂຫລດໂປຼແກຼມນ້ອຍໆໂຕຫນຶ່ງ ມາໃຊ້ມັນບໍ່ໄດ້ມີການຕິດຕັ້ງແຕ່ວ່າໃຊ້ງານໄດ້ເລີຍ ພໍຫລັງຈາກບໍ່ໃຊ້ແລ້ວກໍ່ຈະລຶບຖິ້ມ ແຕ່ກໍ່ລຶບບໍ່ໄດ້, ຈຶງໄປຫາໂປຼແກຼມຊ່ວຍ ເຊິ່ງກໍ່ໄປເຫັນ LockHunter.

ຄຸນສົມບັດເດັ່ນໆຂອງ LockHunter ກໍ່ຄືມັນຈະຊ່ວຍຄົ້ນຫາການທຳງານຂອງໄຟລ໌ທີ່ເຮົາ ບໍ່ສາມາດລຶບໄດ້ ວ່າກຳລັງໃຊ້ງານຢູ່ໃສ ແລ້ວມັນກໍ່ຈະຂຶ້ນມາລາຍງານ ແລ້ວຫລັງຈາກນັ້ນເຮົາກໍ່ຈະສາມາດລຶບໄຟລ໌ນັ້ນໆໄດ້ແບບສະບາຍ.​ ນອກນັ້ນມັນຍັງສາມາດໃຊ້ກັບມັນແວຼ ບາງຊະນິດ ທີ່ເຮົາໄປຫລົງໂຫລດມາ ແລ້ວລຶບອອກບໍ່ໄດ້ ມັນຈະທຳງານຕະຫລອດເວລາ LockHunter ໂຕນີ້ກໍ່ສາມາດຊ່ວຍໄດ້ເຊັ່ນກັນ. ຖ້າຫາກທ່ານໃດຢາກທົດລອງປະສິດທິພາບຂອງ LockHunter ນີ້ວ່າເຮັດໄດ້ຕາມທີ່ເຮົາເວົ້າມາບໍ່ ກໍ່ລອງເປີດເພງໃດເພງຫນຶ່ງ ແລ້ວໃຊ້ໂປຼແກຼມນີ້ເພຶ່ອຊ່ວຍລົບຕອນທີ່ເພງກຳລັງຫລິ້ນຢູ່ ໂດຍຄິກຂວາໃສ່ແລ້ວເລື່ອນລົງໄປຫາຄຳວ່າ What is looking this file? ແລ້ວມັນກໍ່ຈະສະແດງຂຶ້ນມາວ່າ ກຳລັງຖືກໃຊ້ງານຢູ່ໃສ ຈາກນັ້ນກໍ່ພຽງກົດ Unlock it ຫລື delete it ກໍ່ເປັນອັນສາມາດລຶບອອກໄດ້ແລ້ວ.

ລະບົບປະຕິບັດການທີ່ຮອງຮັບແມ່ນມີຕັ້ງແຕ່ Windows 2000, XP, 2003, Vista, ແລະ Windows 7. ມີສຳຫລັບລຸ້ນ 32ບິດ ແລະ 64 ບິດ

ດາວນ໌ໂຫລດ: http://lockhunter.com/download.htm

ລອງອ່ານກ່ຽວກັບ  MetroTwit ໂປຼແກຼມຫລິ້ນ Twitter ຫນ້າຕາໄຮໂຊ ສຳລັບຜູ້ໃຊ້ Windows

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.