ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Eric Schmidt ບໍ່​ປະຕິເສດ​ຂ່າວ Google Me

ຂ່າວໄອທີ

Eric Schmidt ຊີ​ອີ​ໂອ​ຂອງ​ກູ​ເກີນ ບິນ​ໄປ​ເວົ້າ​ໃນ​ງານ Guardian Activate Conference ທີ່​ອັງ​ກິດ ຊຶ່ງ​ຈັດ​ໂດຍ​ຫນັງສື​ພິມ The Guardian

ຄຳ​ຖາມ​ສ່ວນ​ຫລາຍ​ກ່ຽວກັບ​ຫນັງສື​ພິມ ແລະ​ອະນາຄົດ​ຂອງ​ຂ່າວ​ອອນ​ໄລນ໌ ແຕ່ Schmidt ກໍ​ຜະເຊີນ​ກັບ​ຄຳ​ຖາມວ່າ Google Me ມີ​ຢູ່​ຈິງ​ຫລື​ບໍ່

ຄຳ​ຕອບ​ຂອງ​ພວກເຂົາ​ຄື “ຂ້ອຍຈະ​ບໍ່​ຕອບ​ເລື່ອງ​ນີ້ ຂໍ​ໃຫ້​ລໍ​ຖ້າເບິ່ງ​ຖະເເຫລງ​ຂ່າວ​ເເລ້ວກັນ” ຊຶ່ງ​ໂດນ​ແຊວ​ຈາກ​ຜູ້​ດຳ​ເນີນ​ລາຍ​ການ​ວ່າ ນີ້​ຄື​ຄຳ​ຕອບ​ວ່າ ‘yes’

ປະ​ເດັນ​ອື່ນໆ ທີ່ Schmidt ເວົ້າ​ເຖິງ ໄດ້​ແກ່ Google Wave ຍັງ​ຖືກ​ພັດທະນາ​ຢູ່, Google Voice ຈະ​ໄປ​ອັງ​ກິດເເທ້ (ແລະ​ໜ້າ​ຈະ​ເປັນ​ປະເທດ​ອື່ນໆ ດ້ວຍ), ໂມ​ເດວການເຮັດວຽກຂອງ​ກູ​ເກີນ​ແບບ​ເປີດ ທຽບ​ກັບ​ແອບ​ເປີນ​ທີ່​ເປັນ​ແບບ​ປິດ

ທີ່​ມາ – Guardian, VentureBeat, Blognone

ລອງອ່ານກ່ຽວກັບ  Google ເປີດໂຕ Google Currents ແອັບຯ ສຳລັບ Android ແລະ iOS

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.