ເລື່ອງລາວຂອງ TECH, STARTUP, ແລະ DIGITAL

15 ສິ່ງ​ກ່ຽວກັບ Steve Jobs ທີ່​ທ່ານ​ອາດຍັງ​ ບໍ່ທັນ​ຮູ້ມາກ່ອນ

ລາຍງານພິເສດ

ວ່າ​ໄປ​ແລ້ວລາວຜູ້ນິກໍ່​ເປັນ​ຄົນຫນຶ່ງທີ່ມີຄົນສົນໃຈ ແລະເປັນຄົນທີ່ຄິດຄົ້ນເເກັດເຈັດຕ່າງໆ ມາໃຫ້ທຸກຄົນໃຊ້ ເເລະມັກຈະມີສຽງຮືຮາກັນໄປເກືອບທັ້ງວົງການໄອທີ ເມື່ອລາວອອກມານຳສະເຫນີຜະລິດຕະພັນໃຫມ່ໆຂອງ ບໍລິສັດທີ່ຊື່ວ່າ Apple  ແລະຄົນນັ້ນກະບໍ່ແມ່ນໃຜນອກຈາກ ປ໋າ ຈ໊ອບ ຫລື Steve Jobs ແຫ່ງ Apple ນັ້ນເອງ. ຂ້າງລຸ່ມນີ້ແມ່ນຈະບອກກ່ຽວກັບ 15 ສິ່ງ​ກ່ຽວກັບ Steve Jobs ທີ່​ທ່ານ​ອາດຍັງ​ ບໍ່ທັນ​ຮູ້ມາກ່ອນ

1. Timeline

– 1973 ລາ​ອອກຈາກ​ການ​ຮຽນ​ວິທະຍາ​ໄລ

– 1974 ຮ່ວມ​ງານ​ກັບ​ບໍລິສັດ Atari ບໍລິສັດ​ເກມ​ຊື່​ດັ່ງ​ໃນ​ຍຸກ​ນັ້ນ

– 1974 ອອກເດິນທາງ​ໄປ​ອິນ​ເດຍ​ເພື່ອ​ຄົ້ນ​ຫາ​ຄວາມຫມາຍ​ຂອງ​ຊີວິດ

– 1976 ກໍ່​ຕັ້ງ​ບໍລິສັດ Apple

– 1985 ອອກຈາກ Apple

– 1985 ກໍ່​ຕັ້ງ​ບໍລິສັດ NeXt

– 1986 ກໍ່​ຕັ້ງ Pixar

– 1996 ຫວນຄືນ​ສູ່ Apple ບ້ານເກົ່າ

– 2006 ຂາຍ Pixar

2. Steve Jobs ເປັນ​ດິສເລັກເຊຍ (Dyslexia) ຊຶງ​ເປັນ​ອາການ​ຜິດ​ປົກກະຕິ​ທາງ​ສະຫມອງ​ທີ່​ສຳພັນ​ກັບ​ການ​ອ່ານ ການ​ຂຽນແລະ​ການ​ສະ​ກົດ​ຄຳ

ບຸກ​ຄົນ​ສຳຄັນ​ຄົນ​ອື່ນ​ທີ່​ປະ​ສົບ​ອາການ​ດຽວ​ກັນ​ໄດ້​ແກ່

– Alexander Graham Bell ຜູ້​ຄິດ​ຄົ້ນ​ໂທລະສັບ

– Albert Einstein ຜູ້​ຄິດ​ຄົ້ນ​ທິດສະດີ​ສຳ​ພັນ​ທະ​ພາບ

– Henry Ford ຜູ້​ກໍ່​ຕັ້ງ Ford

3. Steve Jobs ເຄີຍ​ເປັນ​ເດັກ​ທີ່​ມັກ​ກໍ່​ບັນຫາ

ໂດຍ​ເມື່ອ​ຕອນ​ຮຽນ​ຢູ່​ເກດ​ສາມ​ນັ້ນ​ໄດ້​ຖືກບັງຄັບ​ໃຫ້​ຍອມ​ຮັບ​ສາລະ​ພາບ​ວ່າ​ເປັນ “ວາຍ​ຮ້າຍ​ຕົວ​ນ້ອຍ” ເນື່ອງ​ຈາກ​ລາວເຄີຍ​ປ່ອຍ​ງູ​ເຂົ້າໄປ​ໃນ​ຫ້ອງ​ຮຽນ​ແລະ​ເຄີຍ​ຈຸດ​ລະ​ເບີດ​ດ້ວຍ!

4. Steve Jobs ເປັນ​ພະ​ນັກ​ງານ​ໝາຍ​ເລກ

ເນື່ອງ​ຈາກ​ຜູ້​ບໍລິຫານ​ຂອງ Apple ຊຸດ​ທຳອິດນັ້ນ​ຕ້ອງ​ການ​ໃຫ້​ພະ​ນັກ​ງານ​ທັງ​ໝົດ​ມີ​ປ້າຍເຄື່ອງ​ໝາຍ​ປະຈຳ​ຕົວ ຊຶ່ງ​ເຈົ້າ​ທາ​ເຄື່ອງ​ໝາຍ​ນັ້ນ​ຈະ​ສະແດງ​ຊື່​ແລະ​ໝາຍ​ເລກ​ຊຶ່ງ​ຈະ​ລຽງ​ຕາມ​ລຳ​ດັບ​ຄົນ​ທີ ເຂົ້າ​ມາ​ເຮັດວຽກ​ກ່ອນ​ໄປ​ຫລັງ

Steve Wozniak ວິ​ສະວະກອນ Apple II ແລະ​ຜູ້​ຮ່ວມ​ກໍ່​ຕັ້ງ​ບໍລິສັດ​ນັ້ນ​ໄດ້​ໝາຍ​ເລກ 1 ແລະ Jobs ໄດ້​ໝາຍ​ເລກ 2 ຈຶ່ງ​ເຮັດໃຫ້​ຝ່າຍ​ຫລັງ​ນັ້ນ​ບໍ່​ຍອມ​ແລະ​ກໍ່ການ​ປະ​ທ້ວງ​ຈົນກະທັ້ງ​ໄດ້​ໝາຍ​ເລກ 0 ເພາະ​ວ່າ​ມັນ​ມາ​ກ່ອນ 1 ນັ້ນ​ເອງ…

5. Steve Jobs ໃຊ້​ເຄື່ອງ​ຄອມພິວເຕີ​ເທື່ອ​ທຳອິດເມື່ອ​ອາ​ຍຸ 12 ປີ

Larry Lang ຜູ້​ຊຶ່ງ​ເປັນ​ວິ​ສະວະກອນ​ປະຈຳ Hewlett Packard ໄດ້​ສະແດງ​ເຄື່ອງ​ຄອມພິວເຕີ​ກັບ Steve Jobs ໃນ​ໄວ 12 ປີ ຊຶ່ງ​ເຮັດໃຫ້​ພວກ Steve Jobs ຢາກ​ໄດ້​ມັນ​ຂຶ້ນ​ມາ​ທັນ​ທີ

6. Steve Jobs ຮັກ​ການ​ປະດິດ​ຕົວ​ອັກສອນ

ຫລັງ​ຈາກ​ທີ່​ດຼອປ໌​ຈາກ​ການ​ຮຽນ​ທີ່ Reed ແລ້ວ Steve Jobs ໄດ້​ເຂົ້າ​ຮຽນ​ທາງ​ດ້ານ​ການ​ປະດິດ​ຕົວ​ອັກສອນ ແລະ​ກໍ​ຫລົງ​ຮັກ​ການ​ປະດິດ​ຟອນທ໌​ແລະ​ການ​ຂຽນ​ຫນັງສື​ຂຶ້ນ​ມາ​ທັນ​ທີ ໂດຍ​ Steve Jobs ໄດ້​ຍົກ​ຄວາມ​ດີ​ຄວາມ​ມັກ​ໃຫ້​ກັບ​ການ​ຮຽນ​ດັ່ງ​ກ່າວ​ໃນ​ການ​ທີ່​ເຮັດໃຫ້​ລາວ​ສາມາດ​ຄິດ ຄົ້ນ​ແບບ​ອັກສອນ​ອັນ​ສວຍງາມ​ສຳລັບ​ເຄື່ອງ Macintoch ຂຶ້ນ​ມາ (ທີ່​ຊຶ່ງ Windows ໄດ້​ລອກ​ລຽນ​ແບບ​ໄປ)

7. Steve Jobs ບໍ່​ໄດ້​ເປັນ​ຄົນ​ຮັກ​ສະ​ອາດ​ປານໃດ

ເນື່ອງ​ຈາກ​ຕອນ​ທີ່​ເຮັດວຽກ​ກັບ Atari ນັ້ນ​ Steve Jobs ຖືກ​ຍ້າຍ​ໄປ​ເຮັດວຽກ​ກະ​ກາງ​ຄືນ​ເພາະ​ວ່າ​ເນື້ອ​ໂຕເປິະເປື້ອນແລະ​ມີ​ກິ່ນ​ໂຕ​ແຮງ

8. Steve Jobs ຊື້​ສູດ​ຕົວ​ທຳອິດເມື່ອ​ຕອນ​ອາ​ຍຸ 22

ອັນ​ເນື່ອງ​ມາ​ຈາກ​ເມື່ອ​ປີ 1977 ນັ້ນ​ໄດ້​ມີ​ການ​ຈັດ​ງານ Computer Faire ຂຶ້ນ​ທີ່ West Coast ແລະ​ເປັນ​ທີ່​ທຳອິດ​ທີ່​ Steve Jobs ນຳ​ສະເໜີ​ເຄື່ອງ Apple II (ເລີຍ​ຕ້ອງ​ເຮັດ​ຕົວ​ໃຫ້​ເປັນ​ໜ້າ​ເຊື່ອ​ຖື​ຂຶ້ນ​ມາແນ່ຫນ້ອຍຫນຶ່ງ)

9. ເຄື່ອງ​ແບບ​ປະຈຳ​ກາຍ​ຂອງ Steve Jobs ຄື

– ເສື້ອ​ຄໍ​ເຕົ່າ​ສີ​ດຳ​ທີ່​ເຮັດ​ມາ​ຈາກ​ຜ້າ​ຂົນ​ສັດ​ຊະນິດ​ໜຶ່ງ

– ໂສງຢີນ Levi ສີ​ຟ້າ (ຊຶ່ງ​ Steve Jobs ເອງ​ມີ​ຫລາຍກວ່າ 100 ຕົວ)

– ເກີບ new Balance Sneakers ຂະຫນາດ 14

10. Steve Jobs ຖືກ​ປະ​ກາດ​ວ່າ​ເສຍຊີວິດ​ແລ້ວ​ມາ​ເທື່ອ​ໜຶ່ງ

ໃນ​ປີ 2008 Bloomberg ໄດ້​ສົ່ງ​ຂ່າວ​ມໍລະນະກຳ​ຂອງ​ Steve Jobs ອອກ​ໄປ ແລະ​ຂ່າວ​ນັ້ນ​ກໍ​ແພ່​ກະ​ຈາຍ​ໄປ​ທົ່ວ​ອິນ​ເຕີລ໌​ເນັດ​ຢ່າງ​ວ່ອງໄວ

11. Steve Jobs ກິນຫມາກໄມ້​ຫລາຍ

ການ​ທີ່ Apple ໄດ້​ຊື່​ນັ້ນ​ມາ​ສ່ວນຫນຶ່ງ​ເນື່ອງ​ຈາກ​ມັນ​ເປັນ​ຫມາກໄມ້​ໂປດ​ຂອງ Steve Jobs  ໂດຍ​ທັງ​ Steve Jobs ແລະ​ເມຍ​ນັ້ນ​ເປັນ​ມັງ​ສະ​ຫວິ​ລັດທີ່​ເຄັ່ງ​ຫລາຍ ແລະ​ບໍ່​ຍອມກິນ​ອາຫານ​ໃດໆ ທີ່​ມີ​ສ່ວນ​ປະກອບ​ຂອງ​ເນື້ອ​ສັດ​ເລີຍ

12. Steve Jobs ໄດ້​ປະ​ທານ​ຂອງ PepsiCo ເຂົ້າ​ມາ​ເຮັດວຽກ​ໃນ Apple

ໂດຍ​ Steve Jobs ໄດ້​ເຄີຍ​ຫວ່ານ​ລ້ອມ John Scully ໃຫ້​ລາ​ອອກຈາກ PepsiCo ແລະ​ສະເໜີ​ຕຳແໜ່ງ​ຊີ​ອີ​ໂອ​ຂອງ Apple ໃຫ້​ດ້ວຍ​ການ​ເວົ້າ​ວ່າ “ເຈົ້າ​ຢາກ​ຂາຍ​ນ້ຳ​ປະສົມ​ນ້ຳ​ຕານ​ໄປ​ຕະຫລອດ​ຊີວິດ​ຫລື​ເຈົ້າ​ຢາກ​ຈະ​ປ່ຽນ​ແປງ​ໂລກ?”

ລອງອ່ານກ່ຽວກັບ  ແອບຯ Android ຂະຫຍາຍໂຕເກືອບ 50,000 ຕົວເເລ້ວ

13. ລາຍ​ໄດ້​ຂອງ Steve Jobs:

– 1 ໂດລ່າຯ ຕໍ່​ປີ​ໃນ​ຖານະ​ທີ່​ດຳ​ລົງ​ຕຳແໜ່ງ​ຊີ​ອີ​ໂອ​ຂອງ Apple ແລະ

– 48 ລ້ານໂດລ່າຯ ຕໍ່​ປີ​ຊຶ່ງ​ໄດ້​ມາ​ຈາກ​ມູນ​ຄ່າ​ຫຸ້ນ​ຂອງ Disney

14. Steve Jobs ເປັນ​ບຸກ​ຄົນ​ທີ​ລວຍ​ເປັນ​ອັນ​ດັບ​ທີ່ 136 ຂອງ​ໂລກ​ໃນ​ປີ 2010

ຈາກ​ການ​ຈັດ​ອັນ​ດັບ​ໂດຍ Forbes ໂດຍ​ມີ​ຊັບ​ສິນ​ທັງ​ໝົດ​ຄິດ​ເປັນ​ມູນ​ຄ່າ $5.5 ພັນ​ລ້ານໂດລ່າຯ

15. Steve Jobs ເປັນ​ພວກ​ມັກ​ກໍ່ກວນ​ທາງ​ໂທລະສັບ (pranksters) ຕົວ​ຍົງ!

ໂດຍ​ເມື່ອ​ຕອນ​ນຳ​ສະເໜີ iPhone ຕໍ່ Macworld ໃນ​ປີ 2007 ນັ້ນລາວໄດ້​ໂທໄປ​ຫາ Starbucks ແລະ​ສັ່ງ​ກາ​ເຟ​ລາ​ເຕ້ 4,000 ຈອກ

ທີ່​ມາ:Online Schools, beta.i3.in.th


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.