ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຊອງ​ກັນ​ນ້ຳ iPad ຫລິ້ນ​ໄດ້​ບໍ່​ຕ້ອງ​ຢ້ານ​ປຽກ

Gadget

Tunewear ບໍລິສັດ​ຜູ້​ຜະລິດ​ອຸປະກອນ​ເສີມ​ການເຮັດວຽກ​ແກັດ​ເຈັດ​ໃນ​ໂຕ​ກຽວ​ປະເທດ​ຍີ່​ປຸ່ນ​ໄດ້​ພັດທະນາ ສິ່ງ​ທີ່​ຜູ້​ໃຊ້​ໄອ​ແພດ (iPad) ຫລາຍໆ ຄົນ​ອາດ​ຕ້ອງ​ການ ໂດຍ​ສະເພາະ​ໃຜ​ທີ່​ຕ້ອງ​ການ​ນຳ​ໄອ​ແພດ​ໄປ​ໃຊ້​ຕັ້ງ​ແຕ່​ໃນ​ຫ້ອງ​ນ້ຳ ຫ້ອງ​ຄົວ ຫລື​ແມ່ນແຕ່​ຊາຍ​ທະ​ເລ ມັນ​ຄື waterwear for iPad ຊອງ​ໃສ​ກັນ​ນ້ຳ​ສຳລັບ​ໄອ​ແພດ​ທີ່​ສາມາດ​ໃຊ້​ງານ​ໄດ້​ແມ່ນ​ຢູ່ໃນ​ຊອງ

Waterwear ເປັນ​ຊອງ​ໃສ​ກັນ​ນ້ຳ​ທີ່​ສາມາດ​ໃສ່​ໄອ​ແພດ ຫລື​ແທັບ​ເລັດ​ຂອງ​ທ່ານ​ໃດ​ກໍ​ໄດ້ ໂດຍ​ຜູ້​ໃຊ້​ຍັງ​ຄົງ​ສາມາດ​ສຳ​ຜັດ​ໜ້າ​ຈໍ​ຜ່ານ (ເທິງ​ຊອງ) ເພື່ອ​ໃຊ້​ງານ​ອຸປະກອນ​ໄດ້​ຕາມ​ປົກກະຕິປານ​ກັບ​ວ່າ ມັນ​ບໍ່​ໄດ້​ຖືກ​ຫໍ່​ຫຸ້ມ​ຢູ່ ໃນ​ຂະນະ​ດຽວ​ກັນ​ຕົວ​ຊອງ​ພາດ​ຕິກ​ໃສ​ຍັງມີ​ຄວາມ​ຍືດ​ຫຍຸ່ນ​ເລັກນ້ອຍ​ຊ່ວຍ​ປົກ​ປ້ອງ​ຮອຍ​ຂີດຂ່ວນ ຫລື​ການ​ກະທົບ​ກັບ​ວັດ​ຖຸ​ອື່ນໆ ໄດ້​ອີກ​ດ້ວຍ. Waterwear ອອກ​ມາ​ເອົາ​ໃຈ​ຜູ້​ໃຊ້​ໄອ​ແພດ​ທີ​ຕ້ອງ​ການ​ທ່ອງ​ເນັດ ອັບ​ເດດ​ເຟັສ​ບຸ໊​ກ ຫລື​ອ່ານ​ອີ​ບຸ໊​ກ​ໃນຂະນະ​ແຊ່​ຕົວ​ໃນ​ອ່າງ​ນ້ຳ​ຢ່າງ​ສະບາຍ​ໃຈ ນອກ​ຈາກ​ນີ້​ສາຍ​ຄ້ອງ​ທີ່​ຢູ່​ດ້ານ​ເທິງ​ຂອງ​ຊອງ​ໃສ່​ຍັງ​ສາມາດ​ປັບ​ລະ​ດັບ​ໄດ້ ດັ່ງ​ນັ້ນ​ທ່ານສາມາດ​ແຂວນ​ມັນ​ໄວ້​ໃນ​ລະ​ດັບ​ສາຍ​ຕາ​ໂດຍ​ບໍ່​ຕ້ອງ​ຖື​ໃຫ້​ເມື່ອຍ​ໄດ້​ອີກ​ດ້ວຍ ສ່ວນລາ​ຄາ​ຂອງ Waterwear for ipad ຢູ່​ທີ່ 3,480 ເຢັນ

ຂໍ້​ມູນ ຈາກ: tunewear, Arip.co.th

ລອງອ່ານກ່ຽວກັບ  Neckey ຂາຕັ້ງໂນ້ດບຸ໊ກທີ່ໃສ່ໃຈສຸຂະພາບ ຂອງທ່ານ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.