ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຮັດໃຫ້ Nokia 5800 xpressmusic ແລະອີກຫລາຍລຸ້ນ ອ່ານພາສາລາວໄດ້

How To..., ໂທລະສັບ

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

(ສຳລັບລຸ້ນອື່ນໆແມ່ນໃຫ້ເລືອກດາວໂຫລດຕາມລຸ້ນໂທລະສັບຂອງທ່ານ ຕາມລາຍການທ້າຍບົດຄວາມນີ້)

Update 1: ຕອນນີ້ສາມາດເຮັດໄດ້ແລ້ວໃນ Nokia C6 ໂດຍເຮັດວິທີດຽວກັນແຕ່ວ່າດາວນ໌ໂຫລດໄຟລ໌ຈາກບ່ອນນີ້ ເພາະມັນເປັນຄົນລະໄຟລ໌. ຕ້ອງການດາວນ໌ໂຫລດຄິກທີ່ລິ້ງນີ້ເລີຍ:  Font Lao for Nokia C6

Update 2: ( ທ່ານຫມາຍ) ພາສາລາວໃນ E72
ດາວໂຫລດ Opera mini ມາແລ້ວ ກໍພິມຄຳວ່າ about:config ຢູ່ບ່ອນ www (ລຶບwwwອອກເດີ)
ແລ້ວກໍກົດ GO
ຫລັງຈາກນັ້ນມັນກໍຈະປະກົດຫນ້າຫນື່ງຂື້ນມາ ແລ້ວກໍເລື່ອນລົງໄປຈົນອັນສຸດທ້າຍ
ໃຫ້ປ່ຽນເປັນ YES ແລ້ວກໍ SAVE
ເປັນອັນວ່າຮຽບຮ້ອຍແລ້ວ

ປ.ລ ມັນອ່ານພາສາລາວໄດ້ ແຕ່ພິມບໍ່ໄດ້ເດີ ສຳລັບE72

source: http://bit.ly/ab2cwR

Update 3: ສຳຫລັບ Nokia 5530 xpressmusic ກໍ່ໄດ້ແລ້ວ ສາມາດດາວນ໌ໂຫລດໄດ້ທີ່: Font Lao For Nokia 5530

ເລື່ອນລົງໄປກະທູ້ທີ່ 15 ຂອງ NiTaA

ສະຫລຸບຕອນນີ້ນອກຈາກ Nokia 5800 ແລ້ວຍັງມີລູ້ນອື່ນທີ່ສາມາເຮັດໄດ້ເຊັ່ນກັນ

ສຳລັບ Nokia N8 ດາວໂຫລດໄດ້ທີ່: Font Lao For Nokia N8

ສຳລັບ Nokia 5800 ດາວໂຫລດໄດ້ທີ່: http://www.mediafire.com/?1stxhnhll2ylhrw

ສຳລັບ Nokia C6 ດາວໂຫລດໄດ້ທີ່: Font Lao for Nokia C6

ສຳລັບ Nokia C6-01 ດາວໂຫລດໄດ້ທີ່: Font Lao For Nokia C6-01

ສຳລັບ Nokia C3 ດາວໂຫລດໄດ້ທີ່: Font Lao for Nokia C3

ສຳລັບ Nokia C5 ດາວໂຫລດໄດ້ທີ່: Font Lao For Nokia C5-03

ສຳລັບ Nokia C7-00 ດາວໂຫລດໄດ້ທີ່: Font Lao For Nokia C7-00

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia 5230 ດາວໂຫລດໄດ້ທີ່: Font Lao For Nokia 5230

ສຳລັບ Nokia 5630 ດາວໂຫລດໄດ້ທີ່: Font Lao For Nokia 5630

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao for Nokia 5250

ສຳລັບ Nokia N78 ດາວໂຫລດໄດ້ທີ່: Font Lao For Nokia N78

ສຳລັບ Nokia N85 ດາວໂຫລດໄດ້ທີ່: Font Lao For Nokia N85

ລອງອ່ານກ່ຽວກັບ  LG ເປີດໂຕ Optimus Black ພ້ອມຟີເຈຼີ່ WiFi Direct [CES 2011]

ສຳລັບ Nokia N86 ດາວໂຫລດໄດ້ທີ່: Font Lao For Nokia N86

ສຳລັບ Nokia N96 ດາວໂຫລດໄດ້ທີ່: Font Lao For Nokia N96

ສຳລັບ Nokia N97 ແລະ N97 mini ດາວໂຫລດໄດ້ທີ່: Font Lao For Nokia N97 / N97 Mini

ສຳລັບ Nokia E5 ດາວໂຫລດໄດ້ທີ່: Font Lao For Nokia E5

ສຳລັບ Nokia E52 ດາວໂຫລດໄດ້ທີ່: Font Lao For Nokia E52

ສຳລັບ Nokia 5233 ດາວໂຫລດໄດ້ທີ່: Font Lao For Nokia 5233

ສຳລັບ Nokia 5235 ດາວໂຫລດໄດ້ທີ່: Font Lao For Nokia 5235

ສຳລັບ Nokia 5250 ດາວໂຫລດໄດ້ທີ່: Font Lao For Nokia 5250

ສຳລັບ Nokia 5530 ດາວໂຫລດໄດ້ທີ່: Font Lao For Nokia 5530

ສຳລັບ Nokia E7-00 ດາວໂຫລດໄດ້ທີ່: Font Lao For Nokia E7-00

ສຳລັບ Nokia X6 ດາວໂຫລດໄດ້ທີ່: Font Lao For Nokia X6

ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……..


Souliyo

Co-Founder and CTO of BIZGITAL and LOCA

Comments
  1. iPhone ຫັ້ນຕ້ອງແຫກຄຸກກ່ອນ ລະກະແອດຊ໋ອສໃນຊີເດຍ cydia.myrepospace.com/songfreedom

  2. ອ້າຍ ! ເຮົາໃຊ້ໂນເກຍ C7-00 ພໍດີອັບເດດໃຫມ່ລະປາດນິລົງພາສາລາວແລ້ວມັນບໍ່ໃດ້ພາສາໄທນ່ະ

    1. ຫາກອັບເດດເປັນ Symbian Anna ຫລື ໃຊ້ງານ Symbian Anna ຢູ່ຈະບໍ່ສາມາດໃຊ້ໄດ້ເນາະ.

    1. ເຄີຍເຫັນຄົນເຂົາແກ້ໄຂ Firmware ຢູ່. ແຕ່ຫາກຈະເຮັດໄດ້ກໍ່ຕ້ອງອາດຈະໄດ້ລົງ Firmware ແຕ່ງ. ແຕ່ບໍ່ຮູ້ວ່າຈະໄປຫາກຢູ່ໃສທີ່ມີພາສາລາວ.

  3. ເຂົາໂຫລດຂອງໂນເກຍ C6-01 ມາໃສ່ລະເຮັດຕາມຂັ້ນຕອນແລ້ວມັນຄືບໍ່ໄດ້ ແຖມພາສາໄທທີ່ເຄີຍໃຊ້ກະອ່ານບໍ່ໄດ້ອີກ ຟອນພາສາອັງກິດກະປ່ຽນເປັນໂຕຕຸ້ຍໆຈັ່ງໃດດຸ ຊ່ວຍບອກວິທີແກ້ໄຂແນ່ ເຂົາຢາກອ່ານພາສາລາວຢູ່ Facebook ນະ

    1. ອາດຈະເປັນເພາະເຈົ້າໃຊ້ Symbian Anna ຫລື belle ຢູ່. ເພາະຂັ້ນຕອນແລະວິທີທາງເທິງນີ້ ເປັນຂອງ Symbian ລຸ້ນເກົ່າຈົນຮອດລູ້ນ Symbian 3
      🙂

  4. N8 ຂພຈ ລົງລະຄືວ່າຍັງບໍ່ອ່ານລາວຄືເກົ່າວະທ່ານ ລົງຕາມຂັ້ນຕອນໝົດລະເດ ໃຜໃຊ້ຫລຸ້ນນີ້ແດ່ຊ່ວຍບອກແດ່ວ່າລົງແລ້ວອ່ານພາສາລາວໄດ້ຢູ່ບໍ?

  5. ພໍຊິມີສຳລັບ NOKIA Asha303 ບໍ່ທ່ານ ຊ່ວຍຫາໃຫ້ແຕ່ເດີ້ ຂອບໃຈ

  6. ເປັນຫັຍງ ດາວໂລດ ຟອນສໍາລັບ nokia c5-03 ມາແຕກຟາຍຮຽບຮ້ອຍແລ້ວ ເວລາມາຕິດໃນມືຖື ຟ້ອງ file ນີ້ ບໍsupport ຊ່ວຍເນ

  7. ສະບາຍດີ ໄດ່້ດາວໂລດລີງ font ສໍາລັບ nokia c5-03
    ມາລົງແລ້ວມັນຟ້ອງວ່າ file ບໍສັບຟອດ ຊວຍເດ

    1. ມັນບໍ່ໄດ້ຕິດຕັ້ງນະ. ມີແຕ່ອັບໂຫລດຟ້ອນທີ່ແຕກອອກມາ ແລ້ວນຳໄປໄວ້ໂຟນເດີ່ ຕາມທີ່ບອກຫັ້ນ ແລະກໍ່ Reboot ໂທລະສັບ.

  8. ຖ້າບໍ່ມີ folder ທີ່ມີຊື່ວ່າ resource ເຮົາສາມາດ ສ້າງ ໄດ້ ວ່າ ຸ້າ ສ້າງ ແມ່ນສ້າງໃສ່ ຖຕໄດ໋ນະ ຫລືວ່າ ສ້າງ ໃສ່ ຖຕ ຈັດການ ຟາຍຫວະ ອັນນີ້ ເວົ້າ NOKIA C6-01 ເດີ້ ຫົວໜ້າ ຂໍ ຄຳແນະນຳແດ່

    1. ມັນອາດຈະຖືກເຊື່ອງຢູ່. ລອງເຂົ້າໄປ Control Panel ແລ້ວໄປ Appearance and Personalization ຫລັງຈາກນັ້ນ Folder Options ແລ້ວໄປທີ່ Views ຫລັງຈາກນັ້ນກໍ່ເບິງທີ່ຫົວຂໍ້ Hide files and folders ແລ້ວກໍ່ໃຫ້ປ່ຽນຈາກ Don’t show ເປັນ Show ແລ້ວກໍ່ຈະເຫັນ. ແຕ່ຫາກເຮັດແລ້ວຍັງບໍ່ເຫັນ ກໍ່ສ້າງໃຫມ່ ແລ້ວໃຫ້ໃສ່ຊື່ຕາມນັ້ນ ແລະ ຕຳແຫນ່ງແບບນັ້ນເລີຍ.

      1. ຈ້າວໆໆໆໆ ຂອບ ຈັຍ ຫລາຍໆໆໆ ຈະ ລອງ ເຮັດ ເບີ່ງ ກ່ອນ ເປັນ ແນວ ໄດ໋ ແລ້ວ ຈະ ມາ ຂໍຄຳປືກ ສາ ໄຫມ່

  9. ສະບາຍດີ ສຫ ສຸລີໂຍ ຂໍລົບກວນຖາມອີກແນ່ ໂທລະສັບ ໂນເກຍ 603 ສາມາດ ອ່ານ ພາສາລາວ ແລະ ລົງໂປແກມພາສາ ລາວ ໄດ້ ບໍລະນີ້??
    ລົມກວນ ຖ້າ ໄດ້ ກະລຸນາ ແນະ ນຳ ແດ໋
    ຂອບຈັຍເປັນ ຢ່າງ ຍີງ

    1. ຄືວ່າມັນເປັນ Symbian Belle, ເຮົາເອງຕົນນີ້ບໍ່ມີເຄື່ອງສຳລັບເອົາມາທົດລອງ. ຫາກໄດ້ແລ້ວຈະຂຽນເປັນຄວາມອອກມາໃຫ້. ພະຍາຍາມຕິດຕາມຕໍ່ໄປເດີ່. ເພາະຕອນນີ້ເຈີສອງສາມວິທີ ແຕ່ຍັງຍາກຫລາຍ.

  10. ສະບາຍດີ. ຂ້າພະເຈົ້າໃຊ້ N8, ມີໃຜຈະແນະນຳວິທີຕິດຕັ້ງພາສາລາວໃຫ້ແດ່ໄດ້ບໍ່
    ຂໍຂອບໃຈລ່ວງໜ້າ.

    1. ຫາກຍັງໃຊ້ Symbian 3 ຢູ່ແລ້ວເຮັດຕາມນັ້ນເລີຍ. ດາວໂຫລດຟ້ອນທີ່ເປັນຂອງລຸ້ນເຈົ້າ. ແຕ່ຫາກເປັນ Anna ຫລື Belle ລະ ບໍ່ໄດ້ເດີ່ 🙂

  11. ຂ້ອຍມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ໃນMemory ຂອງຂ້ອຍ ບໍ່ມີ Folder ທີ່ຊື່ວ່າ resource ເເລ້ວໄດ້ສ້າງຂື້ື້ນໃໝ່ ແຕ່ບໍ່ສຳເລັດ ໄດ້ແຕ່ຊື່ resouce ຈາກນັ້ນໄດ້ສ້າງFolder ຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts ແລ້ວເຮັດຕາມເຈົ້າແນະນຳ ແຕ່ຍັງບໍ່ສາ ມາດອ່ານພາສາລາວໄດ້. ໃຫ້ເຈົ້າແນະນຳຕື່ມອີກແດ່!

    1. ກໍ່ທ່ານເອົາໄປໃສ່ໂຟນເດີທີ່ບໍ່ແມ່ນຂອງມັນ ແລະ ມັນສິໄດ້ສຳເບາະ. ຫາກທ່ານບໍ່ເຫັນໂຟເດີ່ນັ້ນແປວ່າມັນຖືກເຊືອງໄວ້. ຫາກທ່ານໃຊ້ Windows 7 ຢູ່ໃຫ້ເຂົ້າໄປເປີດມັນ. ໂດຍການເຂົ້າໄປທີ່ My computer ຫລື Computer ຫລັງຈາກນັ້ນໄປທີ່ Organize ທາງດ້ານຊ້າຍສຸດ ເບື້ອງເທິງ. ແລ້ວໄປທີ່ Folder and Search Options ຫລັງຈາກນັ້ນໄປ View, ແລ້ວໄປເບິງທີ່ Hidden file and Folder ແລ້ວເລືອກເອົາ Shows ຫລັງຈາກນັ້ນກໍ່ Ok. ແລ້ວກັບເຂົ້າໄປເບິງ Memory ເບິງວ່າເຫັນໂຟເດີ່ນັ້ນບໍ່ ແລ້ວກໍ່ເຮັດຕາມນັ້ນເລີຍ. ໂຟນເດີອື່ນແທນກັນບໍ່ໄດ້ເດີ່ 😀

  12. ຂອບໃຈທີ່ເຈົ້າແນະນຳຂ້ອຍ. ຂ້ອຍເຂົ້າໄປ Hidden file and Folder ແລ້ວເລືອກເອົາ Shows ຫລັງຈາກນັ້ນກໍ່ Ok. ແລ້ວກັບເຂົ້າໄປເບິງ Memory ຕາມເຈົ້າແນະນຳ. ແຕ່ຍັງບໍ່ເຫັນໂຟເດີ່ນັ້ນຢູ່. ຍັງມີວິທີອື່ນອີກບໍ່?

  13. ສະບາຍດີ ທ່ານສຸລິໂຍ
    ຕອນນີ້ ຂພຈ ໃຊ້ Nokia 603 ແຕ່ຢາກໄດ້ ຟ້ອນລາວ ພ້ອມການຕິດຕ້ັງ ລົບກວນຊ່ວຍແດ່
    ຂອບໃຈ ລ່ວງໜ້າ

  14. ຢາກໃຫ້ Nokia 603 ມີຟ່ອນພາສາລາວເຮັດຈັ່ງໃດ? ຂອບໃຈລ່ວງໜ້າເດີ

  15. ສຳລັບລຸ້ນອື່ນໆທີ່ຍັງບໍ່ໄດ້ນັ້ນ ສາມາດລາຍງານເຂົ້າມາແລ້ວຈະນຳມາໃຫ້ດາວໂຫລດໄປໃຊ້ກັນ……leo khum vao nee pae va jung dai la,

    1. ກໍ່ຕອນນີ້ບໍ່ມີເຄື່ອງໃຫ້ລອງແລ້ວ. ເພາະ Nokia ເຂົາເຈົ້າອັບເດດມາເປັນເວີຊັ່ນໃຫມ່ແລ້ວ ທຸກຢ່າງມັນກໍ່ປ່ຽນ. ຫາກທ່ານໃຈບຸນບໍລິຈາກເຄື່ອງທີ່ເປັນ Symbian Anna ກັບ Symbian Belle. ຂ້າພະເຈົ້າກໍ່ຈະຂໍນຳໄປຫາຊ່ອງທາງມາເຮັດໃຫ້. (ຫາກຂຽນພາສາລາວໄດ້ ແນະນຳໃຫ້ຂຽນພາສາລາວເດີ່.)

    1. ດາວໂຫລດຟ້ອນຂອງ N85 ທາງເທິງຫັ້ນ ແລ້ວປະຕິບັດຕາມຂັ້ນຕອນດຽວກັນ.

  16. ເຮັດຢ່າງໃດໃຫ້ໂທລະສັບລຸ້ນ nokia 5233 ພິມພາສາລາວໄດ້ ຊ່ອຍແດ່ທອນ….

    1. ກໍ່ປະຕິບັດຕາມຂັ້ນຕອນທາງເທິງນິແລະ. ກະລຸນາອ່ານລະອຽດກ່ອນຈຶ່ງຖາມເດີ່ 🙂 ເພາະທາງເທິງນັ້ນກໍ່ບອກລະອຽດແລ້ວ. ໃຫ້ທ່ານເລືອກດາວໂຫລດຟ້ອນທີ່ເປັນລຸ້ນຂອງໂທລະສັບທ່ານ ແລ້ວກໍ່ປະຕິບັດວິທີດຽວກັນ.

      1. ລາວຖາມຖືກແລ້ວເພາະໃນວິທີຂ້າງເທິງບໍ່ໄດ້ບອກວິທີວ່າຈະພິມແນວໃດ
        ຕົວຢ່າງ ຟ້ອນລາວຂອງETL ເວລາລົງໃນN70 N72 ເວລາພິມຂໍ້ຄວາມເຂົາເຈົ້າໃຫ້ກົດ # ແລ້ວຈະມີໃຫ້ເລືອກພາສາວ່າຈະພິມພາສາໃດ
        ແຕ່ເມື່ອລົງຟ້ອນຂອງທ່ານແລ້ວບໍ່ຮູ້ວ່າຈະເຮັດແນວໃດຈຶ່ງຈະເລືອກພິມລາວໄດ້
        ເມື່ອເລືອກເອົາ Writing ກໍ່ເຫັນແຕ່ພາສາລາວ ກັບໄທເທົ່ານັ້ນ

        1. ກໍ່ບອກແລ້ວວ່າ ເຮັດໃຫ້ໂທລະສັບອ່ານພາສາລາວໄດ້. ບໍ່ໄດ້ບອກວ່າພິມໄດ້ -_-

    1. ຫາກເຮັດຕາມຂັ້ນຕອນນັ້ນລະອຽດ ມັນກໍ່ໄດ້ຕາມຜົນນັ້ນເລີຍ. ເພາະຕອນເຮັດກໍ່ໃຊ້ 5800 ເຮັດຄືກັນ.

  17. ຂໍໂທດ ມາຊ້າຫຼາຍພໍດີຫາກໍ່ຮູ້ຈັກເວບນີ້ ມີປະໂຫຍດຫາຍ
    ຢາກຖາມທ່ານວ່າ Nokia E63 ສາມາດ ອ່ານ ແລະພິມພາສາລາວ ໄດ້ບໍ?
    ຂໍຂອບໃຈ ລ່ວງໜ້າ

  18. Nokia E7 ສາມາດອ່ານແລະພິມພາສາລາວໄດ້ບໍ່ ມີຂັ້ນຕອນແບບໃດແດ່. ຂອບໃຈ

  19. ຂ້ອຍຢາກພິມພາສາລາວໃນ nokia 5800 ເຮັດແນວໃດນໍ້ຄືເຮັດບໍ່ໄດ້ຄືໃນຮູບຂ້າງເທິງ
    ຫຼືວ່າມີແຕ່ສະແດງພາສາລາວໄດ້ແຕ່ພິມບໍ່ໄດ້
    ພໍດີຂ້ອຍເຮັດວັດຈະນານຸກົມ ລາວ-ອັງກິດໃນມືຖື symbian ແຕ່ພໍລອງໂປແກຮມໂດຍໃສ່fonts ໃນ web ນີ້ແລ້ວຫາ ບ່ອນປ່ອນເປັນລາວບໍ່ເຫັນ

  20. ຍາກໃຫ້ Nokia E6-00 ອ່ານພາສາລາວໄດ້ນະ ເຮິດແນວໃດ SOULIYO ຊ່ວຍແດ່

  21. ຢາກໃຫ້ Nokia E6-00 ອ່ານພາສາລາວໄດ້ ເຮັດແນວໃດ…..ຊ່ວຍແດ່…111

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.