ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Samsung ພັດທະນາ​ຈໍ​ LCD ຕໍ່ຜ່ານ USB ຂະຫນາດ 18.5 ນິ້ວ

ຂ່າວໄອທີ

ລ່າ​ສຸດ Samsung Electronics ໄດ້​ພັດທະນາ​ຈໍ​ສະແດງ​ຜົນ​ LCD  ຂະໜາດ 18.5 ນິ້ວ ທີ​ໃຊ້​ພະລັງ​ງານ​ຕ່ຳ​ຫລາຍພຽງແຕ່ 6.3 ວັດ​ເທົ່າ​ນັ້ນ ສາມາດ​ເຊື່ອມ​ຕໍ່​ກັບ​ພີ​ຊີ​ຜ່ານ​ທາງ​ພອລ໌​ຕ USB 2.0 ໂດຍ​ທາງ​ບໍລິສັດ​ໄດ້​ນຳ​ຕົ້ນ​ແບບ​ອອກ​ໂຊໃນ​ງານ SID 2010

“ເຮົາ​ກຳ​ລັງ​ມີ​ແຜນ​ທີ່​ຈະ​ເລີ່ມ​ຜະລິດ​ຈໍ​ແອນ​ຊີ​ດີ​ລຸ້ນ​ນີ້​ສຳຫລັບ​ເດດກ໌​ທອບ​ພີ​ຊີ​ໃນ​ປີ 2011” ຊຳ​ຊຸງ ກ່າວ ສຳລັບ​ການເຮັດໃຫ້​ຈໍ​ LCD ​ລຸ້ນ​ດັ່ງ​ກ່າວ​ໃຊ້​ພະລັງ​ງານ​ຕ່ຳ​ລົງ​ໄດ້​ຫລາຍ​ນັ້ນ ເປັນ​ຜົນ​ຈາກ​ການ​ພັດທະນາ​ປະ​ສິດ​ທິ​ພາບ​ການເຮັດວຽກ​ຂອງ​ພິກ​ເຊນ (pixel) ເທິງ​ໜ້າ​ຈໍ ແລະ​ການ​ສ່ອງ​ສະຫວ່າງ​ຂອງ​ແສງ​ແບກ​ໄລທ໌ (back-light)

ຈໍ​ LCD ​ລຸ້ນ​ນີ້​ໃຊ້​ແບກ​ໄລທ໌​ທີ່ ຕິດ​ຕັ້ງ​ບໍລິເວນ​ຂອບ​ຈໍ​ເປັນ​ຫລອດ LED ຊຶ່ງ​ມີ​ປະ​ສິດ​ທິ​ພາບ​ທີ່​ເໜືອ​ກວ່າ​ທີ​ໃຊ້​ກັບ​ຈໍ LCD ໃນ​ປະຈຸບັນ ຢ່າງໃດ​ກໍ​ຕາມ ອາ​ຍຸ​ການ​ໃຊ້​ງານ​ຂອງ​ມັນ​ຈະ​ຢູ່​ທີ່ 30,000 ຊົ່ວ​ໂມງ ຊຶ່ງ​ຈະ​ມີ​ອາ​ຍຸ​ສັ້ນ​ກວ່າ​ຫລອດ LED ທີ​ໃຊ້​ກັບ​ຈໍ LCD ໃນ​ປະຈຸບັນ 20,000 ຊົ່ວ​ໂມງ ໃນ​ສ່ວນ​ຂອງ​ຄວາມ​ລະອຽດ​ຢູ່​ທີ່ 1,366 x 768 ພິກ​ເຊນ ອັດຕາ​ການ​ສ່ອງ​ສະຫວ່າງ 250 cd/m2 ສ່ວນContrast ປະມານ 1,000:1 ແລະ​ສະ​ເປັກ​ທີ່​ໜ້າ​ສົນ​ໃຈ​ອີກ​ປະ​ການ​ໜຶ່ງ​ກໍ​ຄື ຜູ້​ໃຊ້​ສາມາດ​ເຊື່ອມ​ຕໍ່​ຈໍ​ລຸ້ນ​ນີ້​ກັບ​ພອລ໌​ຕ USB  ຂອງ​ພີ​ຊີ​ໄດ້

Credit: Arip.co.th

ລອງອ່ານກ່ຽວກັບ  ຂ່າວດ່ວນ! MS ຈະເຊົາຊັບພອລ໌ຕ Windows XP SP2

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.