ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປະຫວັດແລະຄວາມເປັນມາຂອງໂພໂທຄອລ SSL

ລາຍງານພິເສດ

ໂພ​ໂທ​ຄອລ SSL ເລີ່ມ​ພັດທະນາ​ໂດຍ Netscape Communications ເພື່ອ​ໃຊ້​ກັບໂພ​ໂທ​ຄອລ ລະ​ດັບ​ແອບ​ພິ​ເຄ​ຊັນ ຄື Hypertext Transfer Protocol (HTTP) ສຳລັບ​ການ​ສື່​ສານ​ຜ່ານ​ເວັບ​ໃຫ້​ມີ​ຄວາມ​ປອດ​ໄພ ໂດຍ​ພັດທະນາ​ໃນ​ຊ່ວງ​ຕົ້ນ​ຂອງ​ຍຸກ​ການ​ຄ້າ​ອິ​ນ້ອຍ​ຊໍ​ນິກສ໌​ທີ່​ກຳ​ລັງ​ ໄດ້ຮັບ​ຄວາມ​ນິຍົມ ການ​ເຂົ້າ​ລະ​ຫັດ​ດ້ວຍ ໂພ​ໂທ​ຄອລ SSL ນັ້ນ​ມີ 2 ແບບ​ຄື ການ​ເຂົ້າ​ລະ​ຫັດ​ແບບ 40 bits ກັບ​ການ​ເຂົ້າ​ລະ​ຫັດ​ແບບ 128 bits ຊຶ່ງ​ການ​ເຂົ້າ​ລະ​ຫັດ​ແບບ​ຫລັງ​ນີ້​ໃນ​ອະດີດ​ມີ​ໃຊ້​ພຽງ​ໃນ​ປະເທດ​ສະ​ຫລັດ​ ອະ​ເມ​ລິ​ກາ​ເທົ່າ​ນັ້ນ.

ຫລັກ​ການ​ຂອງ​ການເຮັດວຽກງານ​ຂອງ ໂພ​ໂທ​ຄອລ SSL ຄືຈະ​ມີ​ການ​ເຂົ້າ​ລະ​ຫັດ​ຂໍ້​ມູນ​ໃນ​ຝັ່ງ​ເຄື່ອງລູກ ໂດຍ​ເວັບບາ​ວ​ເຊີລ໌​ຈະ​ເປັນ​ຕົວ​ເຂົ້າ​ລະ​ຫັດ​ຂໍ້​ມູນ ໂດ​ຍບາວ​ເຊີລ໌​ຈະ​ໃຊ້ Public key ຈາກ​ຝັ່ງເຄື່ອງແມ່​ມາ​ເຂົ້າ​ລະ​ຫັດ​ກັບ Master key ທີ່​ບາວ​ເຊີລ໌​ສ້າງ​ຂຶ້ນ​ມາ​ເອງ ຈາກ​ນັ້ນ​ກໍ​ໃຊ້​ຄີຍ໌​ພວກ​ນີ້​ເຂົ້າ​ລະ​ຫັດ​ຂໍ້​ມູນ​ກ່ອນ​ສົ່ງ​ໄປ​ໃຫ້​​ ເຄື່ອງແມ່ ເມື່ອເຄື່ອງແມ່ໄດ້ຮັບ​ຂໍ້​ມູນ​ທີ່​ຖືກ​ເຂົ້າ​ລະ​ຫັດ​ຈາກ​ຝັ່ງ​ເຄື່ອງ​​ລູກ ມັນ​ກໍ​ຈະ​ຖອດ​ລະຫັດ​ຂໍ້​ມູນ​ນັ້ນ​ກັບ​ມາ​ເປັນ​ຂໍ້​ມູນ​ປົກກະຕິ.

ໂພ​ໂທ​ຄອລ SSL ອະນຸຍາດ​ໃຫ້​ສາມາດ​ເລືອກ​ວິທີ​ການ​ໃນ​ການ​ເຂົ້າ​ລະ​ຫັດ ວິທີ​ສ້າງ​ ​ລາຍ​ເຊັນ​ດິ​ຈິ​ຕອນ​ໄດ້​ຢ່າງ​ອິດສະຫລະ​ກ່ອນ​ການ​ສື່​ສານ​ຈະ​ເລີ່ມ​ຕົ້ນ​ ຂຶ້ນ ຕາມ​ຄວາມ​ຕ້ອງ​ການ​ຂອງ​ທັງ​ເວັບ​ເຊີບ​ເວີ​ແລະ​ບ​າວເຊີລ໌ ເພື່ອ​ເພີ່ມ​ຄວາມ​ສົມດູນ​ໃນ​ການ​ໃຊ້​ງານ ເປີດ​ໂອ​ກາດ​ໃຫ້​ທົດລອງ​ໃຊ້​ວິທີ​ການ​ໃນ​ການ​ເຂົ້າ​ລະ​ຫັດ​ວິທີ​ໃໝ່ ລວມ​ເຖິງ​ລຸດ​ບັນຫາ​ການ​ສົ່ງ​ອອກ​ວິທີ​ການ​ເຂົ້າ​ລະ​ຫັດ​ໄປ​ປະເທດ​ທີ່​ບໍ່​ ອະນຸຍາດ. Netscape ເລີ່ມ​ພັດທະນາ SSL ເວີລ໌​ຊັນ​ທຳ​ອິດຄື ເວີລ໌​ຊັນ 2.0 ແລະ​ເວີລ໌ຊັນ 3.0 ຊຶ່ງ​ສະໜັບສະໜູນ​ຄວາມ​ສາມາດ​ດ້ານ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນ ແລະ​ເປັນ​ເວີລ໌​ຊັນ​ສຸດ​ທ້າຍ​ກ່ອນທີ່ຈະ​ເປັນ​ມາດຕະຖານ​ກາງ​ຂອງ ໂພ ​ໂທ​ຄອລ ເທິງ​ອິນ​ເຕີລ໌​ເນັດ ໂດຍ​ປ່ຽນ​ຊື່​ເປັນ Transport Layer Security ຫລື TLS ເບິ່ງແຍງ​ມາດຕະຖານ​ໂດຍ Internet Engineering Task Force (IETF).

ທີ່ມາ: DreamzaaBlog

ລອງອ່ານກ່ຽວກັບ  Google ເພີ່ມບໍລິການເສິດ ປອດໄພດ້ວຍ SSL

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.