ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເປັນຫຍັງລົດຍົນໄຟຟ້າ (Electric Car) ຈຶ່ງເປັນອິຫຍັງທີ່ເໝາະສົມຫຼາຍກັບປະເທດລາວ

Stories

(00:12 ທ່ຽງຄືນ) ເອົາລະໃນທີ່ສຸດກະມີໂອກາດກັບມາຂຽນ. ລົດຍົນໄຟຟ້າ ລົດພະລັງງານໄຟຟ້າ ຫຼື Electric Car ກຳລັງເປັນກະແສໃນຫລາຍໆປະເທດ ແລະ ຖືກເບິ່ງວ່າເປັນລົດຍົນແຫ່ງອະນາຄົດ ເນື່ອງຈາກປັດຈຸບັນລົດຍົນທີ່ໃຊ້ພະລັງງານໄຟຟ້າແມ່ນສາມາດເດີນທາງໄດ້ໄກຂຶ້ນ (ອັນນີ້ຕ້ອງຂອບໃຈເຕັກໂນໂລຊີແບັດເຕີລີ Lithium-ion ທີ່ເຫັນໃນຄອມ ແລະ ໂທລະສັບຂອງພວກເຮົາ). ນອກນັ້ນແລ້ວ ວົງການລົດຍົນໄຟຟ້າຍັງຖືກປ່ຽນໂສມໜ້າ ແລະ ພິກວົງການກັບມາດ້ວຍບໍລິສັດ Tesla ເຊິ່ງນຳດ້ວຍ Elon Musk ນັກທຸລະກິດຄິດບ້າ ເຮັດແທ້ ຈົນປັດຈຸບັນລົດ Tesla ກາຍເປັນລົດໃນຝັນຂອງຫຼາຍໆຄົນທົ່ວໂລກ. ເອົາລະສິບໍ່ເວົ້າເລື່ອງປະຫວັດສາດ ແຕ່ຈະຂໍເຂົ້າເລື່ອງເລີຍ

ປັດຈຸບັນບໍລິສັດຜະລິດລົດຍົນຫຼາຍບໍລິສັດ ເລີ່ມຫັນມາສົນໃຈລົດຍົນໄຟຟ້າຫຼາຍຂຶ້ນ ອັນເນື່ອງມາຈາກມີຄວາມຕ້ອງການເພີ່ມຫຼາຍຂຶ້ນ ອັນເຫັນມາຈາກຍອດຂາຍຂອງລົດ Tesla ແລະ ແນວໂນ້ມຄວາມຕ້ອງການໃນອະນາຄົດ. ປະເທດລາວເຮົາເປັນປະເທດທີ່ນ້ອຍ ຜະລິດໄຟຟ້າໄດ້ປີນຶ່ງເປັນຈຳນວນຫຼາຍ ເຊິ່ງຈາກຂໍ້ມູນປີ 2014 ປະເທດລາວເຮົາຜະລິດໄຟຟ້າໄດ້ເຖິງ 16ຕື້ kWh ແຕ່ນຳໃຊ້ພາຍໃນພຽງແຕ່ 3.9ຕື້ kWh. (ຂໍ້ມູນຈາກ)

ເປັນຫຍັງລົດຍົນໄຟຟ້າຈຶ່ງເປັນອິຫຍັງທີ່ເໝາະສົມຫຼາຍກັບປະເທດລາວທີ່ສຸດ ແລະ ເປັນຫຍັງເຮົາຕ້ອງສົນໃຈ? ເຮົາຕ້ອງສົນໃຈຫລາຍ ແລະ ເຮົາຕ້ອງໃສ່ໃຈກັບເລື່ອງນີ້ອີຫຼີເພາະມັນສຳຄັນຫລາຍ ບໍ່ວ່າຈະເປັນເລື່ອງສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດ, ແລະ ຫຼຸດຜ່ອນການນຳເຂົ້ານໍ້າມັນເພາະເຮັດໃຫ້ເຮົາຂາດດຸນການຄ້າ ເນື່ອງຈາກເຮົານຳເຂົ້າ (ເຮົາບໍ່ມີໃຫ້ຂຸດ). ໃນປີ 2016 ປະເທດລາວນຳເຂົ້ານຳມັນເຊື້ອໄຟ ແລະ ເຊື້ອເພີງອື່ນໆມູນຄ່າກວ່າ $599ລ້ານໂດລ່າ ຈິນຕະນາການຫາກເຮົາຫັນມານຳໃຊ້ລົດໄຟຟ້າກັນ 50% ຫຼື 100% ຂອງຈຳນວນລົດສ່ວນໂຕ ຫຼື ລົດຂົນສົ່ງຂະຫນາດນ້ອຍແລະກາງມາເປັນລົດທີ່ໃຊ້ພະລັງງານໄຟຟ້າ ເຮົາຈະສາມາດຫຼຸດຈຳນວນການນຳເຂົ້າຈາກ 599ລ້ານໂດລ່ານັ້ນລົງເຫຼືອເທົ່າໃດ?

ຍັງບໍ່ໝົດເທົ່ານັ້ນ ເຈົ້າຮູ້ຫຼືບໍ່ວ່າລົດຍົນທີ່ໃຊ້ນໍ້າມັນທີ່ເຈົ້າຊື້ມານັ້ນແພງຍ້ອນອັດຕາອາກອນຊົມໃຊ້ສູງເຖິງ 25% ເຖິງ 90% ຂອງມູມຄ່າລົດທີ່ທ່ານຊື້ ໂອຍອີງຕາມແຮງຈັກຂອງລົດ. ຕຢ ຖ້າລົດເຈົ້າ ຈັກ 2000 cc ລາຄາ 20,000ໂດລ່າ ທ່ານອາດຈະໄດ້ຈ່າຍເພີ່ມອີກ 35% ຫຼື 7,000ໂດລ່າ; ເຮັດໃຫ້ລົດຂອງທ່ານຕົກເປັນລາຄາ 27,000ໂດລ່າ ຍັງບໍ່ລວມກຳໄລ ແລະ ຄ່າຂົນສົ່ງຕ່າງໆທີ່ທາງຜູ້ຂາຍຕ້ອງບວກໃສ່.

ແລ້ວເຈົ້າຮູ້ບໍ່ວ່າລັດຖະບານເຮົາມີນະໂຍບາຍອາກອນຊົມໃຊ້ໃຫ້ກັບລົດຍົນທີ່ເປັນໃຊ້ພະລັງງານໄຟຟ້າ ບໍ່ສົນວ່າຄວາມແຮງເທົ່າໃດອາກອນຊົມໃຊ້ແມ່ນມີພຽງແຕ່ 10% ເທົ່ານັ້ນ (ດຽວເວົ້າຕື່ມອີກທາງລຸ່ມວ່າມັນສຳຄັນແນວໃດ). ຫາກເຈົ້ານຳເຂົ້າລົດຍົນໄຟຟ້າມູນຄ່າ 20,000ໂດລ່າ ເຈົ້າອາດຈະເສຍພຽງແຕ່ 2,000ໂດລ່າເທົ່ານັ້ນ ລວມທີ່ເຈົ້າຕ້ອງຈ່າຍກໍ່ຄື 22,000ໂດລ່າ (ຍັງບໍ່ລວມຄ່າຂົນສົ່ງແລະອື່ນໆ). ເຈົ້າເຫຼືອເງິນ 5,000ໂດລ່າ ໃນກະເປົ໋າ ນຳລົດລາຄາ 20,000ໂດລ່າ ເຂົ້າມາ.

ຟັງເບິ່ງເລື່ອງເງິນຖືວ່າໜ້າສົນໃຈ ແຕ່ຫລາຍຄົນຍັງຈະເຫັນລົດໄຟຟ້າເປັນລົດທີ່ໃຊ້ງານໂຕຈິງບໍ່ໄດ້ ມັນຊ້າ, ມັນບໍ່ແຮງ, ຂັບບໍ່ໄດ້ໄກ ຫາສະຖານີສາກບໍ່ມີ… ອ້າອັນນີ້ຂ້ອຍຢາກບອກເລີຍວ່າເຈົ້າຕົກຍຸກໄປແລ້ວ, ປັດຈຸບັນຮູ້ບໍ່ລົດຍົນໄຟຟ້າທີ່ວາງຂາຍໃນປັດຈຸບັນສາມາດຂັບຂີ່ໄດ້ໄກເລີ່ມຕົ້ນແຕ່ 130KM – 500KM ຕໍ່ 1 ການສາກ ຄວາມໄຟສູງສຸດເລີ່ມຕົ້ນແຕ່ 120km/h ເຖິງ 300km/h. ຄວາມແຮງ ຂຶ້ນກັບລົດທີ່ເຈົ້າເລືອກ ສ່ວນລາຄາແມ່ນເລີ່ມແຕ່ 15,000ໂດລ່າ ໄປຈົນຮອດ 100,000ໂດລ່າ.

ຂໍຍົກຕົວຢ່າງລົດ Tesla Model 3 ເປັນລົດໃຫມ່ຫຼ້າສຸດຂອງບໍລິສັດ Tesla ລາຄາເລີ່ມຕົນ 35,000ໂດລ່າ ເຊິ່ງເປັນລົດທີ່ຂ້ອຍມັກ ແລະ ຢາກໄດ້ມາຄອບຄອງຫຼາຍ.

  • Tesla Model 3 ຂັບຈາກ 0-100km/h ໃນເວລາ 5ວິນາທີ
  • ຄວາມໄວສູງສຸດ 210Km/h
  • ໄລຍະທາງ 350km ຕໍ່ 1ສາກ (ໄກ 500km ໃນລຸ້ນທີ່ແພງກວ່າ 35,000ໂດລ່າ)
  • ຫາກແບັດໝົດ ການສາກຜ່ານ Supercharge 30ນາທີ ສາມາໄປໄກໄດ້ 210km
  • ຫາກສາກໃສ່ໄຟບ້ານທຳມະດາ 30ນາທີ ສາມາໄປໄດ້ 48km
  • ແບັດເຕລີ່ຄວາມຈຸຂະຫນາດ 50 kWh
  • ແລະຄວາມທັນສະໄຫມຂອງລະບົບຄອມພິວເຕີ ແລະ ລະບົບຄວາມປອດໄພອັນດັບຕົ້ນໆຂອງໂລກ

ເປັນຫຍັງຂ້ອຍຈຶ່ງຍົກຕົວຢ່າງລົດ Tesla model 3 ນີ້? ກໍ່ເພາະມັນເປັນລົດທີ່ໃຊ້ງານໄດ້ຈິງ ແລະອາດຈະດີກວ່າລົດທົ່ວລາຄາລະດັບດຽວກັນນີ້ໃນບ້ານເຮົາເຊັ່ນ corolla Altis, Camry, Honda Civic, Chevrolet, ແລະອື່ນໆທີ່ລາຄາໃກ້ຄຽງກັນ. ຫາກເຮົານຳເຂົ້າລົດ Tesla Model 3 ໃນລາຄາ 35,000 ເຮົາອາດຈະເສຍອາກອນຊົມໃຊ້ພຽງແຕ່ 3,500ໂດລ່າ ເຊິ່ງລາຄາກໍ່ຈະຕົກຢູ່ທີ 38,500ໂດລ່າ ເທົ່ານັ້ນ (ບໍ່ລວມຄ່າຂົນສົ່ງແລະອື່ນໆ). ຕໍ່ເລື່ອງອາກອນຊົມໃຊ້ ຖ້າລັດຖະບານເຮົາຢາກພັກດັນການນຳໃຊ້ລົດຍົນໄຟຟ້າ ເພິ່ນອາດຈະຫຼຸດຈາກ 10% ເຫຼືອ 0% ຄືກັບຫຼາຍໆປະເທດກໍ່ເປັນໄດ້.

ເຮົາມາເບິ່ງທາງປັດຕິບັດກັນເບິ່ງເນາະວ່າການນຳໃຊ້ລົດຄັນນີ້ໃນຊີວິດປະຈຳວັນຂ້ອຍເປັນແນວໃດ. ບ້ານຂ້ອຍຢູ່ທ່າລາດ ແຂວງວຽງຈັນ. ທຸກໆວັນຈັນຂ້ອຍຈະຂັບເຂົ້າມາຫ້ອງການທີ່ ກຳແພງນະຄອນປະມານ 90KM + 10KM ເພື່ອໄປຫ້ອງການ + ການເລາະລະວ່າງມື້ ແລ້ວ ກັບບ້ານທີ່ຄຳຮຸ່ງ 30KM.  ວັນຈັນຂ້ອຍຂັບພຽງແຕ່ 130KM ເຊິ່ງຍັງເຫຼືອໄຟເກີນເຄິ່ງ. ເຊິ່ງຂ້ອຍສາມາດກັບໄປທ່າລາດໄດ້ອີກກໍ່ຍັງໄດ້. ຖ້າເຈົ້າເປັນຄົນທີ່ຢູ່ກຳແພງນະຄອນຢູ່ແລ້ວ ເຈົ້າລອງຖາມຕົນເອງເບິ່ງວ່າເຈົ້າຂັບລົດມື້ນຶ່ງທັງໝົດຈັກ ກິໂລແມັດ ລອງຕັ້ງ ກົງເຕີລົດຂອງເຈົ້າໃຊ້ເບິ່ງ.

ສົມທຽບຄ່າໃຊ້ຈ່າຍເຊື້ອເພີງລະຫວ່າງລົດທີ່ຂ້ອຍຂັບ Toyota Altis ແລະ Tesla Model 3

  • ສາກຈາກ 0 ຈົນເຕັມ 50kWh ຂັບໄດ້ 350KM ໃຊ້ເງິນ 50,00ກີບ ( 50kWh x 999ກີບ) ອາດຖືກກວ່າ ຖ້າຄູນໂຕຄູນທີ່ຕໍ່າກວ່າ ເນື່ອງຈາກນຶ່ງເດືອນອາດຈະໃຊ້ບໍ່ຮອດ 500kWh
  • ລົດ Toyota Altis ນໍ້າມັນແອັດຊັງເຄິງຖັງໄປໄດ້ 350KM ໃຊ້ເງິນ 150,000ກີບ
ລອງອ່ານກ່ຽວກັບ  ວຽກຫຼາຍປະເພດໃນສາຂາທະນາຄານ ອາດບໍ່ໄດ້ໝັ້ນຄົງຄືກັບຫຼາຍຄົນຄິດ

ຖ້າປີນຶ່ງຂ້ອຍຂັບ 20,000KM ຂ້ອຍຈະໝົດເງິນຄ່າໄຟ 2,857,000ກີບ ແຕ່ຖ້າເປັນ Altis ຂ້ອຍຈະຕ້ອງໃຊ້ເງິນ 8,571,000ກີບ

ສົມທຽບຄ່າໃຊ້ຈ່າຍໃນການບຳລຸງຮັກສາ ປ່ຽນຖ່າຍນໍ້າມັນເຄື່ອງແລະອື່ນໆ Toyota Altis ແລະ Tesla Model 3

  • Tesla ບໍ່ມີຈັກ ບໍ່ໄດ້ປ່ຽນນໍ້າມັນເຄື່ອງ, ບໍ່ຕ້ອງໄປເຊັກໄລຍະ, ອັບເດດ OS ໄດ້ແບບ iPhone
  • Altis 20,000KM ຂ້ອຍຕ້ອງປ່ຽນຖ່າຍນໍ້າມັນເຄື່ອງ 4ເທື່ອ ເຊັກໄລຍະສອງເທື່ອ ລວມກັນ 1,200,000ກີບ ຍັງບໍ່ລວມຄ່າຕ່າງໆທີ່ອາດຈະເກີດຂຶ້ນກັບເຄື່ອງຈັກ ແລະ ເກຍ

ມີພຽງສອງເລື່ອງ ກໍ່ເຮັດໃຫ້ເຮົາເຫັນຄວາມແຕກຕ່າງແລ້ວໃນເລື່ອງຂອງຄ່າໃຊ້ຈ່າຍລະວ່າງລົດສອງຄັນນີ້.

ຫລາຍຄົນອາດຈະບອກວ່າ ເອະຂ້ອຍຕ້ອງໄປຕ່າງແຂວງທີ່ໄກອອກໄປສອງສາມແຂວງ ຫລື ຫລາຍໆແຂວງ ລົດໄຟຟ້າ Tesla Model 3 ກະບໍ່ເໝາະສົມ, ອ່າໃນຊີວິດຈິງ ການເດີນທາງໄກຂ້ອຍເລືອກທີ່ຈະເດີນທາງດ້ວຍຍົນ ຫລື ລົດເໝົາ. ແຕ່ວ່ານັ້ນບໍ່ໄດ້ໝາຍຄວາມວ່າ Model 3 ຈະເຮັດບໍ່ໄດ້. ຈື່ໄດ້ບໍ່ ຂ້ອຍເວົ້າຢູ່ຂ້າງເທິງບອກວ່າປະເທດລາວເຮົານ້ອຍ, ຍ້ອນຄວາມນ້ອຍຂອງປະເທດເຮົານີ້ລະ ເຮັດໃຫ້ມັນເໝາະສົມທີ່ສຸດໃນການໃຊ້ລົດຍົນໄຟຟ້າເປັນພາຫານະ. ມາລອງເບິ່ງໂຕຈິງກັນເລີຍກັບລົດ Telsa Model 3

  • ເສັ້ນທາງເລກທີ 13ໃຕ້ ຈາກວຽງຈັນເຖິງອັດຕະປື ຍາວປະມານ 820KM, ຂ້ອຍອາດຈະຕັ້ງເປົ້າໝາຍທຳອິດທີ່ທ່າແຂກ 320KM ຈາກວຽງຈັນ.
  • ໂດຍເລືອກຂັບ 200KM (ໄຟຍັງເຫຼືອ 150KM ເສັ້ນທາງຍັງ 120KM) ຂ້ອຍອາດຈະພັກກິນເຂົ້າ ແລ້ວຂໍຊາກໄຟກັບຮ້ານຄ້າໃກ້ຄຽງເປັນເວລາ 30ນາທີ ເຊິ່ງຈະໄດ້ສາມາດໄປຕໍ່ໄປ 48KM ສະນັ້ນໄຟກໍ່ຈະຍັງມີ 198KM ເຊິ່ງໄລຍະທາງໄປເຖິງທ່າແຂກຍັງເຫຼືອພຽງ 120KM ເຊິ່ງຂ້ອຍສະບາຍໃຈໄດ້.
  • ຫຼັງຈາກຂ້ອຍຮອດທ່າແຂກ (ໄຟຍັງເຫຼືອ 78KM) ແນ່ນອນ ຂ້ອຍອາດຈະພັກກິນເຂົ້າ ຫລືພັກຜ່ອນອີກ 30ນາທີຫລືຫຼາຍກວ່າ ແລ້ວຂໍສາກໄຟ ເຊິ່ງກໍ່ຈະໄດ້ເພີ່ມເປັນ 126KM ຫລື ຫຼາຍກວ່າ, ເຊິ່ງນັ້ນສາມາດເຮັດໃຫ້ຂ້ອຍໄປຈາກທ່າແຂກຮອດສະຫວັນນະເຂດໄດ້ສະບາຍ (110KM) ແລະ ນັ້ນອາດຈະແລງແລ້ວ ຂ້ອຍອ້າຍຈະພັກເຊົາຢູ່ສະຫວັນນະເຂດ ແລ້ວສາກໄຟຟ້າຈົນຮອດເຊົ້າ.
  • ຈາກສະຫວັນນະເຂດ ຮອດອັດຕະປືໄລຍະທາງ 400KM, ຈາກສະຫວັດຮອດຈຳປາສັກ 280KM ຂ້ອຍກໍ່ອາດຈະເລືອກເຂົ້າຈາກສະຫວັນຮອດຈຳປາສັກ (ໄຟຍັງເຫຼືອ 70KM) ແລະອາດຈະພັກຊາກໄຟຟ້າ 1ຊມ ທີ່ຈຳປາສັກ ເຮັດໃຫ້ຂ້ອຍມີໄຟເພີ່ມມາປະມານ 120-150KM, ໄລຍະທາງຈາກຈຳປະສັກຮອດອັດຕະປືຍັງອີກ 170KM ຂ້ອຍຮູ້ແນ່ນອນ ກ່ອນທີ່ຂ້ອຍຈະໄປຮອດຂ້ອຍຕ້ອງຈອດຊາກໄຟອີກ 30ນາທີ.

ຟັງເບິ່ງແລ້ວເປັນໄປໄດ້ ແຕ່ຕ້ອງມີການວາງແຜນແບບຮອບຄອບ ແລະ ຖືວ່າເປັນອິຫຍັງທີ່ຍາກຫນ້ອຍນຶ່ງ, ແຕ່ກໍ່ຄືຂ້ອຍບອກ, ເນາະມັນອາດຈະບໍ່ແມ່ນທາງເລືອກທີ່ຂ້ອຍເລືອກ. ແຕ່ແນວໃດກໍ່ຕາມ ຫາກເຮົາເລື່ອນຂຶ້ນໄປເບິ່ງສະເປັກລົດ ຖ້າກໍລະນີປໍ້ານໍ້າມັນຕ່າງໆຫັນມາຕິດຕັ້ງສະຖານີສາກໄຟແບບ Supercharge, ທຸກຢ່າງຈະປ່ຽນໄປທັນທີ, ເພາະທຸກເທື່ອຂ້ອຍພຽງແຕ່ຈອດ 30ນາທີ ຂ້ອຍກໍ່ສາມາດສາກໄຟເພື່ອໃຫ້ໄດ້ໄປຕໍ່ 200KM ໄດ້.

ສະນັ້ນ ຖ້າມີສະຖານີ Supercharge ຕາມປໍ້ານໍ້າມັນ ຂ້ອຍພຽງຈະໄດ້ຈອດລົດຊາກພຽງແຕ່ 2-3ເທື່ອຕະຫຼອດເສັ້ນທາງ 820KM. ແນ່ນອນເດີນທາງຈາກວຽງຈັນ ຮອດອັດຕະປື ຂ້ອຍຕ້ອງຈອດຫລາຍກວ່າກວ່າ 2-3ເທື່ອ ຫລື ໃຊ້ເວລາພັກຜ່ອນລະຫວ່າງທາງຫລາຍກວ່າ 1.5ຊົວໂມງແນ່ນອນ.

ປັດຈຸບັນປໍ້ານໍ້າມັນເກີດຂຶ້ນເປັນນຳນວນຫຼວງຫລາຍ ຕາມເສັ້ນທາງ 13ແຕ່ເໜືອຮອດໃຕ້. ຫາກມີສະຖານີ Supercharge ໃນທາງເລກທີ 13ແຕ່ເໜືອຮອດໃຕ້ຈຳນວນ 10-20ສະຖານີ ກໍ່ເຮັດໃຫ້ຜູ້ຂັບຂີ່ສະບາຍໃຈໄດ້ແລ້ວ ເພາະຈາກຫລວງພະບາງເຖິງອັດຕະປືມີພຽງໄລຍະທາງ 1150KM ເທົ່ານັ້ນ ຖ້າຫານ 200KM ຕໍ່ການສາກ ກໍ່ຈະໃຊ້ການສາກພຽງ 5ເທື່ອ ຫລື 2.5ຊົວໂມງເທົ່ານັ້ນ. ຫຼືຖ້າຂ້ອຍຮູ້ໂຕວ່າຂ້ອຍເປັນຄົນທີ່ເດີນທາງໄກຕະຫລອດ ຂ້ອຍອາດຈະເລືອກຊື້ລຸ້ນທີ່ຂັບໄດ້ 500KM ຕໍ່ນຶ່ງສາກ.

 

ຂຽນຈົບ 2:30 ພໍດີ ໃຜອ່ານຈົບແຈ້ງແນ່ ຈະຂອບໃຈເປັນຢ່າງສູງ


Souliyo

Co-Founder and CTO of BIZGITAL and LOCA

Comments
  1. ອ່ານຈົບແລ້ວ….ແຕ່ກວ່າປະເທດລາວຈະພັດທະນາໃຫ້ມີສະຖານີສາກໄຟ ກະຊິໃຫ້ເວລາດົນ ແຕ່ກໍ່ເປັນວິໄສທັດທີ່ດີ ຫາກມີການນຳເຂົ້າມາໃຊ້ໃນລາວ…

    1. ຄວາມຈິງສາກໃນບ້ານໄດ້ ສະຖານີແມ່ນບໍ່ຈຳເປັນຕ້ອງມີຫລາຍສະຖານີກໍ່ໄດ້ ເພາະປະເທດລາວເຮົານ້ອຍ ມີຈັກ 5-20ສະຖານີຕາມເສັ້ນທາງຫລັກໆ ກໍ່ພໍແລ້ວ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.