ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ວັນທີ່ຊາວໂລກລໍຖ້າ iPhone 6S ແລະ iPhone 6S Plus ເປີດໂຕແລ້ວ

iOS Apps, ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວຫຼ້າສຸດບໍລິສັດຍັກໃຫຍ່ອັນດັບນຶ່ງຂອງໂລກ ບໍລິສັດ Apple Inc ໄດ້ປະກາດເປີດໂຕ iPhone ລຸ້ນໃຫມ່ສອງລຸ້ນທີ່ຊາວໂລກລໍຖ້າກໍ່ຄື iPhone 6S ແລະ iPhone 6S Plus.

ທັງສອງຫຼຸ້ນນີ້ໄດ້ຮັບການປັບປຸ່ງພາຍໃນໃຫມ່ເກືອບທັງໝົດ ແຕ່ຍັງຄົງຮັກສາສະພາບໜ້າຕາລຸ້ນເກົ່າຂອງ iPhone 6 ແລະ iPhone 6Plus ໄວ້ຢູ່. ສຳລັບ iPhone 6S ແລະ iPhone 6S Plus ນີ້ມີລູກຫຼິ້ນ ແລະ ຄວາມສາມາດໃຫມ່ຫຼັກໆດັ່ງຕໍ່ໄປນີ້

  • ລະບົບ 3D Touch ຫຼື ລະບົບສຳພັດແບບສາມມິຕິ ເປັນການເພີ່ມມິຕິໃໝ່ໃນການຫຼິ້ນເກມແລະໃຊ້ງານແອັບຯ
  • ມີໂຕເຄື່ອງທີ່ແຂງແກ່ນກວ່າລຸ້ນ iPhone 6 ແລະ iPhone 6Plus
  • ໜ້າຈໍແກ້ວທີ່ແຂງທົນກວ່າໂທລະສັບລຸ້ນອື່ນໆລວມທັງ iPhone 6 ແລະ iPhone 6Plus
  • ໃຊ້ CPU ໜ່ວຍປະມວນຜົນໃຫມ່ A9 ທີ່ມາພ້ອມກັບຊິບ M9 ທີ່ແຮງແລະໄວກວ່າ iPhone ລຸ້ນເກົ່າ
  • ເພີ່ມການຮອງຮັບລະບົບ LTE ໄດ້ຫຼາຍເຄືອຂ່າຍ ແລະ ຮອງຮັບຄວາມໄວໄດ້ເຖິງ 300Mbps
  • ມີກ້ອງຫຼັງ iSight Camera ໂຕໃຫມ່ທີ່ຂະຫນາດ 12ລ້ານພິກເຊວ ຮອງຮັບການຖ່າຍວິດີໂອ HD ແບບ 4K ໄດ້
  • ກ້ອງໜ້າເປັນກ້ອງ 5 ລ້ານພິກເຊວ ພ້ອມກັບການນຳໃຊ້ໜ້າຈໍໃຫ້ເປັນ Flash ໃນເວລາຖ່າຍຮູບໄດ້ ເນື່ອງຈາກຄວາມຄົມຊັດຂອງເມັດສີໃນໜ້າຈໍ Apple ຮ້ອງຄວາມສາມາດ Flash ນີ້ວ່າ Retina Flash
  • ມີຄວາມສາມາດໃຫມ່ເພີ່ມເຂົ້າມາຊື່ວ່າ Live Photos ເຊິ່ງເປັນການຖ່າຍຮູບເຄື່ອນໄຫວ ເຮັດໃຫ້ຮູບມີຊີວິດຊີວາ ແລ້ວບອກກ່າວປະສົບການ

overall

ສຳລັບ iPhone 6S ແລະ 6S Plus ມີຂະຫນາດເທົ່າກັບລຸ້ນທີ່ຜ່ານມາຄື 4.7ນິ້ວ ແລະ 5.5ນິ້ວ. ສຳລັບ iPhone 6S ແລະ 6S Plus ຈະມີໃຫ້ເລືອກທັງໝົດ 4 ສີດ້ວຍກັນຄື: ເງິນ (Silver), ດຳ (Space Gray), ທອງ (Gold), ແລະ ທອງບົວ (Rose Gold). ມີຂະຫນາດໃຫ້ເລືອກ 16GB, 64GB, ແລະ 128GB

ສຳລັບເລື່ອງລາຄາຂອງເຄື່ອງປົດລັອກແມ່ນເທົ່າກັບລາຄາຂາຍ (Unlocked International) ຂອງ iPhone 6 ແລະ iPhone 6Plus ໃນປີທີ່ຜ່ານມາເຊິ່ງມີດັ່ງນີ້

16GB 64GB 128GB
iPhone 6S $549 $649 $749
iPhone 6S Plus $649 $749 $849

ກຳນົດການວາງຂາຍແມ່ນວັນທີ 25 ກັນຍາ 2015 ໃນປະເທດຕ່າງໆດັ່ງລຸ່ມນີ້:

  • Australia
  • Cannada
  • China
  • France
  • Germany
  • Hong Kong
  • Japan
  • New Zealand
  • Purto Rico
  • Singapore
  • UK
  • U.S.A

ສຳລັບໃຜທີ່ມີພີ່ນ້ອງ ຫຼື ກຳລັງຢູ່ໃນປະເທດເຫຼົ່ານີ້ແມ່ນສາມາດຫາຊື້ໄດ້ເລີຍໃນວັນທີ 25 ນີ້ໃນລາຄາທາງດ້ານເທິງ

iPhone colors

ລອງອ່ານກ່ຽວກັບ  Nexus One ພາ Google ງານເຂົ້າແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.