ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຄົນຕາຍທີ່ກ່ຽວຂ້ອງຈາກການຖ່າຍຮູບ Selfie ຫຼາຍກວ່າການຖືກປາສະຫຼາມກັດ

social media

ຖືວ່າປະຕິເສດບໍ່ໄດ້ກັບກະແສການຖ່າຍຮູບ Selfie ໃນປະຈຸບັນ ແຕ່ການຖ່າຍຮູບ Selfie ແບບບໍ່ລະວັງ ຫຼື ແບບທ້າທາຍຄວາມອັນຕະລາຍອາດເກີດໃຫ້ມີການສູນເສຍເຖິງແກ່ຊີວິດໄດ້ ເນື່ອງຈາກປະຈຸບັນມີລາຍງານວ່າຍອດຜູ້ເສຍຊີວິດທີ່ກ່ຽວຂ້ອງກັບການຖ່າຍຮູບ Selfie ເພີ່ມຂຶ້ນຮອດ 12 ຄົນແລ້ວໃນປີ 2015 ເຊິ່ງເມື່ອທ່ຽບກັບອັດຕາການເສຍຊີວິດທີ່ມາຈາກປາສະຫຼາມໃນປີນີ້ມີຈຳນວນ 8 ຄົນຖືວ່າແຊງໜ້າຂຶ້ນແທນທີ່ເລີຍ.

 

 

ຢ່າງໃດກໍ່ຕາມ ຈາກການລາຍງານເພິ່ນໄດ້ສະຫຼຸບວ່າ ການຕາຍທີ່ກ່ຽວຂ້ອງກັບການຖ່າຍຮູບ Selfie ນັ້ນແມ່ນຫຼັກໆແມ່ນສາເຫດຈາກກັນພາດຕັກ ຫຼື ຕົກຈາກບ່ອນໃດນຶ່ງເນື່ອງຈາກການພະຍາຍາມຖ່າຍຮູບ Selfie. ນອກນັ້ນແລ້ວອີກນຶ່ງສາເຫດແມ່ນການຕາຍໂດຍການຖືກຕຳດ້ວຍລົດ, ລົດໄຟ, ແລະວັດທຸເຄື່ອນທີ່ຕ່າງໆ. ສິ່ງທີ່ໜ້າສົນໃຈກໍ່ຄື ຈຳນວນຜູ້ທີ່ເສຍຊີວິດທີ່ກ່ຽວຂ້ອງກັບການຖ່າຍຮູບ Selfie ແມ່ນນັກທ່ອງທ່ຽວ ອັນເນື່ອງມາຈາກການພະຍາຍາມຖ່າຍຮູບຕົນເອງໃຫ້ເປັນທີ່ໜ້າຈົດຈຳ ແລະ ອະລັງການກັບສະຖານທີ່ສຳຄັນຕ່າງໆ. ນອກນັ້ນແລ້ວ ໃນບາງປະເທດຍັງຕ້ອງປະກາດປິດການເຂົ້າຢ້ຽມຊົມສວນສັດ ເນື່ອງຈາກມີນັກທ່ອງທ່ຽວຈຳນວນຫຼາຍພະຍາຍາມຖ່າຍຮູບກັບໂຕໝີ ແລະ ງົວກະທິງ ໃນລັກສະນະທີ່ເປັນອັນຕະລາຍ.

ສຳລັບຜູ້ອ່ານທັງຫຼາຍ ຜູ້ຂຽນກໍ່ຢາກໃຫ້ລະວັງຕົວຂຶ້ນໃນການຖ່າຍຮູບ Selfie ແລະ ຢາກໃຫ້ຢູ່ໃນລະດັບທີ່ພໍດີ ແລະ ບໍ່ເປັນອັນຕະລາຍ.

ທີ່ມາ: Mashable

ລອງອ່ານກ່ຽວກັບ  Time Magazine ຍົກໃຫ້ Mark Zuckerberg ເປັນບຸກຄົນແຫ່ງປີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.