ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ເປີດໂຕ iPhone 5C, iPhone 5S ແລະຕຽມພ້ອມການອັບເກດ iOS 7

ຂ່າວໄອທີ, ໂທລະສັບ

iPhone   iPhone 5s and iPhone 5c   Apple Store  U.S.

ຫຼ້າສຸດໃນວັນທີ 10 ກັນຍາທີ່ຜ່ານມາ, ທາງບໍລິສັດ Apple ກໍ່ໄດ້ເປີດໂຕໂທລະສັບໃຫມ່ ເຊິ່ງມີທັງໝົດສອງລຸ້ນເຊິ່ງມາພ້ອມກັບ iOS 7. ສຳລັບ iPhone ໃນປີນີ້ນັ້ນ ຖືວ່າມາເພື່ອຂະຫຍາຍຕະຫລາດເລີຍກໍ່ໄດ້. ເຊິ່ງທັ້ງສອງລຸ້ນຕ່າງມີຈຸດເດັ່ນ ແລະເຈາະຕະຫຼາດຜູ້ໃຊ້ທີ່ຕ່າງກັນ. ມາເບິ່ງກັນເລີຍວ່າ iPhone ທັງສອງລຸ້ນມີຄວາມສາມາດ ແລະຈຸດເດັ່ນແນວໃດ.

Apple   iPhone 5c-green

ມາເລີ່ມຕົ້ນທີ່ iPhone 5C, ສຳລັບລຸ້ນນີ້ແລ້ວ ຄວາມຈິ່ງແລ້ວຈະມີສະເປັກທີ່ເທົ່າກັບ iPhone 5 ແຕ່ຈະມີການອອກແບບໃຫມ່ ແລະມີໃຫ້ເລືອກຫຼາຍສີ. ສະເປັກຂອງ iPhone 5C ມີດັ່ງຕໍ່ໄປນີ້:

  • ໜ້າຈໍ Retina Display ຂະຫນາດ 4ນິ້ວ
  • ໃຊ້ CPU A6 (ຄວາມໄວເທົ່າກັບ iPhone 5)
  • ກ້ອງ 8 ລ້ານພິກເຊວ (ƒ/2.4 aperture) ສາມາມາດຖ່າຍວິດີໂອໄດ້ HD 1080p ທີ່ 30 fps
  • ກ້ອງດ້ານໜ້າ 1.2 ລ້ານພິກເຊວ (ສາມາດຖ່າຍວິດີໂອໄດ້ HD 720p)
  • ຈະມີລຸ້ນທີ່ຮອງຮັບ GSM, CDMA, LTE ໄດ້ຫຼາຍມາດຕະຖານໂດຍອີງຕາມລຸ້ນທີ່ຂາຍໃນແຕະລະປະເທດ
  • ຮອງຮັບ Wi-Fi 802.11a/b/g/n ແລະ 802.11n ໃນຄວາມຖີ່ 2.4GHz ແລະ 5GHz
  • ມີ Bluetooth 4.0
  • ມີໃຫ້ເລືອກທັງໝົດ 5ສີ

ນັ້ນກໍ່ແມ່ນສະເປັກຫຼັກໆຂອງ iPhone 5C. ສ່ວນການອອກແບບຕົວເຄື່ອງ ແລະວັດສະດຸຂອງຕົວເຄື່ອງ iPhone 5C ແມ່ນຈະເປັນຢ່າງພາສຕິກ​ ທີ່ມີຄວາມໜຽວ ແລະທົນທານ. ຕົວເຄື່ອງມີການອອກແບບໃຫ້ແຕກຕ່າງຈາກ iPhone 5 ອອກໄປໜ້ອຍໜຶ່ງ ແລະມີສີສັນສວຍງາມ. ນອກນັ້ນແລ້ວ ທາງ Apple ຍັງມີເຄສ (ໂສບ) ຫຼາກຫຼາຍສີໃຫ້ຜູ້ໃຊ້ສາມາດເລືອກຊື້ ແລະປະສົມປະສານກັບສີໂທລະສັບໄດ້ຕາມໃຈອີກດ້ວຍ.

2881903

Untitled-1

ຕໍ່ມາກໍ່ແມ່ນ iPhone 5S, ສຳລັບຊື່ iPhone 5S ນີ້ຫຼາຍຄົນກໍ່ຄາດກັນເອົາໄວ້ແລ້ວວ່າ iPhone ລຸ້ນຕໍ່ໄປຈະຕ້ອງມີຊື່ວ່າ iPhone 5S ເຊິ່ງຄ້າຍຄືກັບຍຸກ iPhone 4 ແລະ iPhone 4S. ແຕ່ປີນີ້ Apple ບໍ່ເຮັດໃຫ້ສາວົກຕ້ອງຜິດຫວັງຄືກັບຕອນທີ່ iPhone 4S ອອກມາ ເນື່ອງຈາກປີນີ້ Apple ອອກ iPhone 5S ມາໃຫ້ເລືອກກັນເຖິງສາມສີ ແລະພ້ອມກັບສະເປັກທີ່ແຮງຂຶ້ນ ແລະສາມາດໃຊ້ງານໄດ້ດົນຂຶ້ນກວ່າເກົ່າ ພ້ອມນັ້ນ Apple ຍັງໄດ້ເພີ່ມໂຕເຊັນເຊີໃຫມ່ເຂົ້າໄປໃນປຸ່ມ HOME ອີກດ້ວຍ ເຊິ່ງ Apple ໃຫ້ຊື່ມັນວ່າ Touch ID ເຊັນເຊີ. ສຳລັບຄວາມສາມາດ ແລະສະເປັກຫຼັກໆຂອງ iPhone 5S ນັ້ນມີດັ່ງຕໍ່ໄປນີ້:

  •  ໜ້າຈໍ Retina Display ຂະຫນາດ 4ນິ້ວ
  • ໃຊ້ CPU A7 ເຊິ່ງເປັນລຸ້ນໃຫມ່ ທີ່ເຮັດວຽກໄດ້ໄວກວ່າ A6 ສອງເທົ່າ ແລະເປັນ 64 Bit ພ້ອມກັບຊິບໂມຊັ່ນ M7
  • ກ້ອງ 8ລ້ານພິວກເຊວ ສາມາດຖ່າຍວິດີໂອລະດັບ HD ໄດ້ເຖິງ 1080p ແລະຍັງຮອງຮັບການຖ່າຍວິດີໂອ Slow Motion ໄດ້ ແລະຍັງຮອງຮັບການຖ່າຍຮູບຫຼາຍໆຮູບໃນເວລາອັນສັ້ນ ແລະຍັງມີຕົວຊ່ວຍຈັບພາບໃນເວລາມືສັ່ນອີກດ້ວຍ.
  • ກ້ອງດ້ານໜ້າ 1.2 ລ້ານພິກເຊວ (ສາມາດຖ່າຍວິດີໂອໄດ້ HD 720p)
  • ຈະມີລຸ້ນທີ່ຮອງຮັບ GSM, CDMA, LTE ໄດ້ຫຼາຍມາດຕະຖານໂດຍອີງຕາມລຸ້ນທີ່ຂາຍໃນແຕະລະປະເທດ
  • ຮອງຮັບ Wi-Fi 802.11a/b/g/n ແລະ 802.11n ໃນຄວາມຖີ່ 2.4GHz ແລະ 5GHz
  • ມີປຸ່ມ Home ທີ່ມີ Touch ID ທີ່ຮອງຮັບການສະແກນລາຍນິ້ວມືເພື່ອປົດລັອກ ແລະໃສ່ລະຫັດໃນເວລາຊື່ແອັບຯ
  • ມີໃຫ້ເລືອກທັງໝົດສາມສີ, ຂາວເງິນ, ດຳເງິນ, ແລະຂາວທອງ

ຂ້າງເທິງນີ້ກໍ່ແມ່ນຈຸດເດັ່ນຫຼັກໆຂອງ iPhone 5S. ສຳລັບຜູ້ຂຽນເອງຄິດວ່າ ຫຼັກໆແລ້ວສິ່ງທີ່ໜ້າສົນໃຈທີ່ສຸດໃນ iPhone 5S ແມ່ນມີສາມຢ່າງ ເຊິ່ງແມ່ນເລື່ອງກ້ອງຖ່າຍຮູບ, ໂຕສະແກນລາຍນິ້ວມື ແລະ CPU ທີ່ເປັນ 64 bit. ສຳລັບການຖ່າຍຮູບນັ້ນ ໃນ iPhone 5S ຖືວ່າເປັນທີ່ໜ້າສົນໃຈຫຼາຍ, ເຊິ່ງມັນອັດແໜ້ນໄປດ້ວຍຄວາມສາມາດຂອງກ້ອງລາຄາແພງ ແລະງ່າຍໃນການນຳນໃຊ້. ສຳລັບການຖ່າຍວິດີໂອນັ້ນ iPhone 5S ໄດ້ເພີ່ມຄວາມສາມາດ Slow Motion ເຂົ້າໄປ ເຮັດໃຫ້ຜູ້ໃຊ້ສາມາດເລືອກວ່າຈະເຮັດຊ່ວງໄດ້ເປັນ slow motion ໄດ້. ເຊິ່ງຜົນທີ່ອອກມານັ້ນດີລະດັບປານກາງ. ສຳລັບ Touch ID ນັ້ນກໍ່ບໍ່ແມ່ນເທັກໂນໂລຢີທີ່ໃຫມ່ ແຕ່ເມື່ອ Apple ນຳມາໃສ່ໃນປຸ່ມ Home ໄດ້ ມັນກໍ່ຖືເປັນເລື່ອງທີ່ສະດວກສະບາຍ. ເພາະມັນໃຊ້ງານໄດ້ຫຼາຍຢ່າງ ບໍ່ແມ່ນພຽງການປົດລັອກເຂົ້າໂທລະສັບ. ເລື່ອງສຸດທ້າຍທີ່ຜູ້ຂຽນສົນໃຈທີ່ສຸດກໍ່ແມ່ນ CPU ທີ່ເປັນ 64bit ເຊິ່ງກ້າວໃຫມ່ຂອງວົງການ smartphone ເລີຍກໍ່ວ່າໄດ້, ແຕ່ບໍ່ແມ່ນສະເພາະວົງການໂທລະສັບເທົ່ານັ້ນ ໃນ iPad ລຸ້ນຕໍ່ໄປເຮົາອາດຈະໄດ້ເຫັນ Apple ໃຊ້ຊິບ A7 ຫຼືໂຕອື່ນໆທີ່ເປັນ 64bit ເພາະນັ້ນໝາຍຄວາມເກມ ແລະແອັບຯຕ່າງໆຈະເຮັດວຽກໄດ້ໄວຂຶ້ນ ແລະມີປະສິດທິພາບດີຂຶ້ນຕາມໄປນຳ.

ລອງອ່ານກ່ຽວກັບ  ໂປ​ເຈັກ​ເຕີລ໌​ຈິ໋ວ​ແຕ່ ແຈ໋ວ​ຈາກ Samsung

2881916

ນອກຈາກຂ່າວ iPhone ທັງສອງລຸ້ນແລ້ວ Apple ຍັງຈະໄດ້ເລີ່ມປ່ອຍຊຸດອັບເດດ iOS 7 ໃຫ້ກັບອຸປະກອນຕ່າງໆໃນວັນທີ 18 ກັນຍານີ້. ສຳລັບຜູ້ໃຊ້ທ່ານໃດທີ່ລໍຖ້າ iOS 7 ຢູ່ນັ້ນ ກໍ່ຕຽມຕົວເຮັດການອັບເດດໄດ້ເລີຍຈາກຕົວເຄື່ອງຂອງທ່ານ. ສຳລັບຜູ້ຂຽນເອງກໍ່ໄດ້ໃຊ້ເວຊັ່ນທົດລອງມາໄລຍະນື່ງແລ້ວ ຂ້າພະເຈົ້າຮູ້ສຶກວ່າມັນແປກຕາ ແລະມີລູກຫຼິ້ນໃຫມ່ໆຂຶ້ນມາຫຼາຍ. ພ້ອມນັ້ນ Siri ຍັງສະຫຼາດຂຶ້ນອີກດ້ວຍ. ສຳລັບຂໍ້ມູນເພີ່ມເຕີ່ມຂອງ iOS 7 ເຂົ້າໄປທີ່ http://www.apple.com/ios/what-is/

ໃນງານເປີດໂຕດັ່ງກ່າວນີ້ ທາງ Apple ຍັງໃຈດີ ເຊິ່ງໄດ້ປະກາດວ່ານັບແຕ່ນີ້ຕໍ່ໄປ ທາງ Apple ຈະແຈກຊຸດໂປຼແກຼມ ຫຼືແອັບຯ iWork ໃຫ້ດາວໂຫລດໂດຍບໍ່ຕ້ອງເສຍເງິນ ເຊິ່ງລວມມີ Pages, Numbers ແລະ Keynote. ເຊິ່ງແອັບຯພວກນີ້ກໍ່ແມ່ນຊຸດ Office ສຳລັບອຸປະກອນຂອງ Apple ນັ້ນເອງ. ທັ້ງສາມແອັບຯດັ່ງກ່າວຈະມີໃຫ້ດາວໂຫລດຫຼ້າໆສຳລັບຜູ້ທີ່ຊື້ອຸປະກອນ iPhone, iPad ແລະ iPod touch ໃຫມ່ເທົ່ານັ້ນ.

ທີ່ມາ ແລະຂໍ້ມູນເພີ່ມເຕີມ – Apple

 


Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.