ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ແຈກຊຸດໂປຼແກຼມ CS2 ຂອງຕົນເອງໃຫ້ໄປໃຊ້ງານລ້າ

ຂ່າວໄອທີ

adobe-photoshop-cs2-update-3

ລາຍງານຂ່າວຫຼ້າສຸດ ເປັນຂ່າວດີສຳລັບແຟນໆທີ່ມັກໃຊ້ຜະລິດຕະພັນຂອງທາງ Adobe ເຊັ່ນ Photoshop, Dreamweaver ແລະ ໂປຼແກຼມອື່ນໆ, ເພາະຕອນນີ້ Adobe ໄດ້ແຈກຊຸດໂປຼແກຼມ CS2 ຂອງຕົນເອງໃຫ້ຜູ້ໃຊ້ນຳໄປໃຊ້ຟຼີໄດ້ຢ່າງຖືກຕ້ອງຕາມກົດໝາຍແລ້ວ. ເຊິ່ງໃນຂ່າວດີດັ່ງກ່າວນີ້ກໍ່ຍັງມີຂ່າວຮ້າຍຕິດມານຳເພາະວ່າ Adobe CS2 ຈະສາມາເຮັດວຽກໄດ້ໃນເຄື່ອງ Mac OS X v.10.2.8 ເຖິງ v.10.3.8. (CPU ເປັນ Power PC) ແລະ Windows ລຸ້ນເກົ່າໆເທົ່ານັ້ນ. ສຳລັບໃຜທີ່ຍັງໃຊ້ງານ Windows XP ຢູ່ ແລະ ຢ່າກນຳໃຊ້ໂປຼແກຼມ Adobe ແບບຂອງແທ້ ແລະ ຖືກກົດໝາຍກໍ່ສາມາດເຂົ້າໄປດາວໂຫລດໄດ້ທີ່ເວັບໄຊຂອງ Adobe ໄດ້.

ສຳລັບຜູ້ໃຊ້ Mac OS X ເວີຊັ່ນໃຫມ່ໆຈະບໍ່ສາມາດນຳໃຊ້ງານ Adobe CS2 ໄດ້. ສ່ວນຜູໃຊ້ Windows 7 ນັ້ນຍັງບໍ່ມີການຢືນຢັນອອກມາເທື່ອວ່າໃຊ້ງານໄດ້ຫລືບໍ່ ແຕ່ຕາມທີ່ Adobe ໄດ້ແຈ້ງອອກມານັ້ນຈະມີພຽງ Windows XP ແລະ Windows 2000 ເທົ່ານັ້ນ.

ຢ່າງໃດກໍ່ຕາມ ຫາກໃນອານາຄົດ Adobe ອອກຊຸດໂປຼແກຼມ CS3 ຂອງຕົນເອງມາໃຫ້ຜູ້ໃຊ້ໄດ້ໃຊ້ຟຼີກັນອີກ, Windows 7 ແລະ Mac OS X ເວີຊັ່ນໃຫມ່ໆກໍ່ຈະສາມາດໃຊ້ງານໄດ້.

ທີ່ມາ – Adobe CS2 Download 

ລອງອ່ານກ່ຽວກັບ  Adobe ອຸດ​ຊ່ອງ​ໂຫວ່ Flash ອາທິດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.