ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MWC 2012: Samsung ເປີດໂຕ Galaxy S (Player) WiFi 4.2

ຂ່າວໄອທີ

ຈາກກະແສການຕອບຮັບທີ່ດີຂອງ Galaxy Player, ຫລ້າສຸດທາງ Samsung ກໍ່ໄດ້ອອກມາເປີດໂຕ Galaxy player ລຸ້ນຫລ້າສຸດໃນງານ MWC 2012 ໂດຍຊື່ລຸ້ນແມ່ນ Galaxy S (Player) WiFi 4.2. ເຊິ່ງມັນກໍ່ຄື Galaxy S ຂະຫນາດ 4.2ນິ້ວ ທີ່ໂທອອກບໍ່ໄດ້ນັ້ນເອງ. ສຳລັບຫນ້າຈໍຂອງ Galaxy Player ລຸ້ນນີ້ຈະເປັນ WVGA ຄວາມລະອຽດ 480 x 800 ເທົ່ານັ້ນ, ມີກ້ອງຫນ້າເປັນ VGA ແລະ ກ້ອງຫລັງ 2ລ້ານພິກເຊວ, ຮອງຮັບ Bluetooth 3.0 ແລະ WiFI 802.11 b/g/n, ຈະມາກັບລະບົບປະຕິບັດການ​ Android 2.3 ແລະ ມີຄວາມຈຳເຄື່ອງໃຫ້ເລືອກຄື 8GB ແລະ 16GB ເທົ່ານັ້ນ ພ້ອມກັບຮອງຮັບ SDCard ສູງສຸດເຖິງ 32GB.

ສຳລັບລາຄານັ້ນຍັງບໍ່ມີການປະກາດອອກມາເຊັນເຄີຍ, ແຕ່ທາງແຫລ່ງຂ່າວໄດ້ຄາດການວ່າ ມັນຫນ້າຈະບໍ່ເກີນ $250.

ທີ່ມາ – Engadget

ລອງອ່ານກ່ຽວກັບ  Samsung Galaxy Tab ຕົວຈິງມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.