ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Gun Bro ອີກຫນຶ່ງເກມມັນໆ ສຳລັບ Google Chrome

FREE WARE

ກ່ອນຫນ້ານີ້ແນະນຳເກມແນວສັງຫານໄປແລ້ວ. ມາບົດຄວາມນີ້ຂໍແນະນຳເກມ Gun Bro ທີ່ເປັນເກມແນວຄ້າຍໆສົງຄາມ ຕ່າງດາວ ທີ່ທ່ານຈະມີຕົວຊ່ວຍຫນຶ່ງຄົນ. ໃນເກມນີ້ ຈະມີ ດາວ ຫລື ໂລກ ໃຫ້ເລືອກຫລິ້ນ ຫາກຫລິ້ນໄປໄດ້ລະດັບທີ່ເຫມາະສົມແລ້ວ ກໍ່ຈະມີການປົດລັອກດາວດວງອື່ນໃຫ້. ພ້ອມດຽວກັນນັ້ນ ໃນເກມນີ້ທ່ານຕ້ອງໄດ້ ຂ້າສັດຕູໃຫ້ຫລາຍ ເພຶ່ອສະສົມຫລຽນ ແລະ ເງິນ ເພຶ່ອນຳໄປຊື້ອາວຸດ ແລະ ອຸປະກອນອື່ນໆ. ຢ່າງໃດກໍ່ຕາມ ເກມນີ້ ຍັງມີເວີຊັ່ນເທິງ iOS ແລະ Android ທີ່ຮອງຮັບ Multiple Mode ຫລື ການຫລິ້ນຮ່ວມກັບຫມູ່ໄດ້.

ສຳລັບໃຜທີ່ບໍ່ມີທັງ Android ຫລື iOS ຫລື ຢາກຫລິ້ນແບບຫນ້າຈໍໃຫຍ່ໆແບບເທິງຄອມພິວເຕີ ກໍ່ສາມາດເຂົ້າໄປດາວໂຫລດມາລອງຫລິ້ນໄດ້ ຈາກ Chrome Web Store. ຮັບຮອງວ່າມັນບໍ່ຫນ້ອຍໄປກວ່າອຸປະກອນອື່ນໆ.

ດາວໂຫລດ – https://chrome.google.com/webstore/detail/ciamkmigckbgfajcieiflmkedohjjohh

ລອງອ່ານກ່ຽວກັບ  ມາຫລິ້ນ Facebook ໃຫ້ປອດໄພ ແລະ ເປັນສ່ວນໂຕ ດ້ວຍ ReclaimPrivacy

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.