ເລື່ອງລາວຂອງ TECH, STARTUP, ແລະ DIGITAL

WiGig SD Card, ໂອນຂໍ້ມຸນລະດັບແຜ່ນ DVD ພາຍໃນ 60 ວິນາທີ

ຂ່າວໄອທີ

ໃນປີ 2010 ທີ່ຜ່ານມາ ໄດ້ມີເທັກໂນໂລຢີ ທີ່ຊື່ວ່າ WiGig ທີ່ເປັນລະບົບເຄຶອຄ່າຍ ຫລື ມາດຕະຖານ Wifi ແບບໃຫມ່ທີ່ສາມາດຖ່າຍໂອນຂໍ້ມູນໄດ້ສູງເຖິງ 7Gbps ເທິງຄື້ນຄວາມຖີ່ 60 GHz. ຫລ້າສຸດທາງ Panasonic ໄດ້ນຳເອົາເທັກໂນໂລຢີນີ້ມາທົດລອງໃຊ້ກັບ SD Card ກັບແທັບເລັດ ເພຶ່ອຈະເຮັດໃຫ້ມັນສາມາດຖ່າຍໂອນຂໍ້ມູນໄດ້ໄວຂຶ້ນ ເທິງເຄຶອຄ່າຍ WiGig. ໂດຍເບື້ອງຕົ້ນ ລະດັບຄວາມໄວຂອງການຖ່າຍໂອນຂໍ້ມູນໃນ WiGig SD Card ນີ້ ແມ່ນສາມາກໂອນວິດີຈາກຫນຶ່ງແຜ່ນ DVD ໄດ້ພາຍໃນເວລາບໍ່ເຖິງ 1ນາທີ, ພາຍໃນໄລຍະຫ່າງລະຫວ່າງ 1-3ແມັດ ເທົ່ານັ້ນ. ຢ່າງໃດກໍ່ຕາມ ໃນລາຍງານບອກວ່າ WiGig SD Card ນີ້ຈະອອກມາໃນຊ່ວງປີຫນ້າ. ຕົວຢ່າງແລະ ລາຍລະອຽດເພີ່ມເຕີມສາມາດເບິງໄດ້ຈາກວິດີໂອ.

ທີ່ມາ – Engadget

ລອງອ່ານກ່ຽວກັບ  ຂ່າວຮົ່ວ Apple ຈະບໍ່ຮຽກຄືນ iPhone 4 ໃນງານຖະແຫລງຂ່າວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.