ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ອອກ ແອັບຯ Gmail ສຳລັບ iOS ແລ້ວ (ຮອງຮັບ iPad ດ້ວຍ)

iOS Apps, ຂ່າວໄອທີ

ກ່ອນຫນ້ານີ້ທາງ Google ໄດ້ປ່ອຍແອັບຯ Gmail ສຳລັບອຸປະກອນ iOS ຢ່າງເຊັ່ນ iPod, iPad ແລະ iPhone ໄປແລ້ວ, ແຕ່ໂຊກຮ້າຍ ເລີຍຖືກ Apple ລະງັບການອອກສູ່ສາຍຕາຜູ້ໃຊ້ໄປຊົ່ວຄາວ, ເນື່ອງຈາກແອັບຯຍັງມີປັນຫາຫລາຍຢ່າງ. ແຕ່ຫລ້າສຸດ, Google ກໍ່ໄດ້ແກ້ໄຂປັນຫາໄປຫມົດແລ້ວ, ແລະ Apple ກໍ່ໄດ້ປ່ອຍໃຫ້ກັບຜູ້ໃຊ້ iOS ໃຫ້ສາມາດເຂົ້າໄປດາວໂຫລດມາໃຊ້ອີກເທຶ່ອນຶ່ງ ແລະ ເທຶ່ອນີ້ ອາດຈະຢູ່ຍາວໄປຕະຫລອດເລີຍ.

ໃນ Gmail ສຳລັບ iOS ນີ້ຈະພ້ອມກັບການຮອງຮັບສອງຂະຫນາດຫນ້າຈໍ ເຊິ່ງທັ້ງ iPhone ແລະ iPad. ໂດຍຄວາມສາມາດຕ່າງໆຈະມາກັບ

  • ການຮອງຮັບລະບົບແຈ້ງເຕືອນ.
  • ສາມາດອ່ານຂໍ້ຄວາມໃນອີເມວໄກເໃນແບບຂອງ ການສົນທະນາ.
  • ສາມາດລຶບ, ຕິດປ້າຍກຳກັບ, ຫລື ແຈ້ງເຕືອນວ່າເປັນ Spam ໄດ້ໃນໂຕ.
  • ສາມາດເລືອກຕິດຕາມອີເມວທີ່ສຳຄັນໄດ້ໂດຍຜ່ານ priority inbox.
  • ມີລະບົບ Auto-complete ໃນເວລາພິມຊື່ຜູ້ທີ່ຈະສົ່ງຫາ.
  • ສາມາດ ຮັບ-ສົ່ງ ອີເມວພ້ອມໄຟລ໌ແນບໄດ້.
  • ສາມາດຄົ້ນຫາອີເມວທຸກສະບັບຂອງທ່ານໄດ້.
ເຊິ່ງສຳລັບໃຜທີ່ໃຊ້ງານ Gmail ແລ້ວມີອຸປະກອນ iOS ຢູ່ໃນມື ໃຫ້ລອງດາວໂຫລດ App ນີ້ໄປໃຊ້ເບິງເນາະ, ເພາະເທົ່າທີ່ທົດລອງໃຊ້ແລ້ວ ມັນໃຊ້ງານໄດ້ດີຫລາຍສົມຄວນ. ສາມາດໃຊ້ງານໄດ້ສະດວກ, ວ່ອງໄວ, ການແຈ້ງເຕືອນແບບ Real Time, ແຕ່ຂໍ້ເສຍຄື ທ່ານຕ້ອງໃຊ້ແຍກກັບລະບົບ Email ທີ່ມາກັບ iOS. ແຕ່ຢ່າລືມວ່າ Gmail ສຳລັບ iOS ນີ້ຈະຮອງຮັບອຸປະກອນ iOS 4.0 ຂຶ້ນໄປ.

ດາວໂຫລດ – http://itunes.apple.com/app/gmail/id422689480?mt=8

ລອງອ່ານກ່ຽວກັບ  ກູ​ເກີ້ນ​ຍົກ​ເຄື່ອງ index ຄົ້ນ​ໄວ​ຂໍ້​ມູນ​ໃໝ່​ຂຶ້ນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.