ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ປະກາດຈະຈັດງານເປີດໂຕ iPhone ຢ່າງເປັນທາງການແລ້ວ!

ຂ່າວດ່ວນ, ຂ່າວໄອທີ

ລາຍງານຂ່າວຫລ້າສຸດ Apple ໄດ້ອອກມາປະກາດແລ້ວວ່າຈະຈັດງານຖະແຫລງຂ່າວເປີດໂຕ(ທີ່ຫລາຍຄົນເຊຶ່ອວ່າເປັນ iPhone ລຸ້ນຕໍ່ໄປ) ໃນວັນທີ 4ຕຸລານີ້ ທີ່ຈະຈັດຂຶ້ນທີ່ສຳນັກງານໃຫຍ່ຂອງ Apple ທີ່ເມືອງ Cupertino ລັດ ຄາລິຟໍເນຍ ເວລາ 10ໂມງເຊົ້າ ຕາມເວລາທ້ອງຖິ່ນ. ເຊິ່ງງານນີ້ Apple ກໍ່ໄດ້ສົ່ງບັດເຊີນໄປຍັງບັນນາທິການຂ່າວຕ່າງໆ ເພຶ່ອເຂົ້າຮ່ວມງານ ແລະ ກໍ່ເຊັ່ນເຄີຍ, ໃນນັ້ນກໍ່ບໍ່ໄດ້ບົ່ງລາຍລະອຽດຫຍັງຫລາຍ ນອກຈາກຮູບທີ່ເຫັນທາງດ້ານເທິງນີ້ ແລະ ກໍ່ມີຄີຂອງງານນີ້ວ່າ  “Let’s talk iPhone.” ເຊິ່ງຍັງຄົງເປັນປິດສະຫນາວ່າ ຄີຄຳເວົ້າ ແລະ ຮູບມັນສື່ເຖິງຫຍັງ, ເຊິ່ງກໍ່ມີການກ່າວໄປຕ່າງໆນາໂດຍສະເພາະຮູບ Missed call ຫນຶ່ງສາຍ ທີ່ຢູ່ໃນຮູບດັ່ງກ່າວ, ແຕ່ຫລັງຈາກນີ້ເຊຶ່ອວ່າຈະມີຂ່າວລືອອກມາ, ແລະ ທີ່ແນ່ໆຄວາມເປັນໄປໄດ້ສູງເຖິງ 95% ທີ່ Apple ຈະເປີດໂຕ iPhone ໃນງານນີ້. ຫາກມີຫຍັງຂືບຫນ້າ ຫລື ມີລາຍລະອຽດເພີ່ມເຕີມກ່ຽວກັບງານນີ້ ທາງເວັບຈະຮີບນຳມາບອກກ່າວໃຫ້ຮູູ້ທັນທີ.

ທີ່ມາ -​ Engadget

ລອງອ່ານກ່ຽວກັບ  iPhone 4G ເປີດໂຕຢ່າງເປັນທາງການແລ້ວ ໃນງານ WWDC 2010

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.