ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mac Mini ລຸ້ນອັບເກຼດໃຫມ່ ແລະ ຫນ້າຈໍ Thunderbolt Display

ຂ່າວໄອທີ

ຫລັງຈາກທີ່ໄດ້ອ່ານຂ່າວກ່ຽວກັບ MacBook Air ແລະ Mac OS X Lion ກັນໄປແລ້ວ, ບາດນິກໍ່ມາເຖິງ Mac Mini ເຊິ່ງເປັນເຄື່ອງຄອມພິວເຕີ Desktop ຂະຫນາດນ້ອຍ ແຕ່ມີປະສິດທິພາບສູງ ແລະ ກໍ່ໄດ້ຮັບການອັບເກຼດໃນສາຍການອັບເກຼດນີ້ເຊັ່ນກັນ. ໂດຍ Mac Mini ລຸ້ນລ່າສຸດນີ້ຈະມີຫນ້າຕາທີ່ນ້ອຍ ແລະ ກໍ່ໃຊ້ອາລູມິນຽມເປັນໂຕເຄື່ອງ, ແຕ່ສິ່ງທີ່ໄດ້ມີການປ່ຽນແປງນັ້ນມີຄື: ໄດ້ປ່ຽນໄປໃຊ້ CPU ຕະກຸນ Core i ທີ່ປະຈຸບັນ ເຄື່ອງ Mac ທຸກເຄື່ອງທີ່ອອກມາໃຫມ່ຈະຕ້ອງໃຊ້ກັນ ເຊິ່ງກໍ່ມີ Core i5 ແລະ Core i7 (ສັ່ງພິເສດ)ໃຫ້ເລືອກຊື້ກັນ.

ສຳລັບທາງດ້ານປະສິດທິພາບ ທາງ Apple ບອກວ່າ CPU ແລະ GPU ມີປະສິດທິພາບສູງກວ່າເກົ່າເຖິງສອງເທຶ່ອ, ແລະມາພ້ອມກັບພອດ Thunderbolt ເທັກໂນໂລຢີຖ່າຍໂອນຂໍ້ມູນທີ່ມີຄວາມໄວສູງ. ພ້ອມນັ້ນຍັງຈະມາພ້ອມກັບ Mac OS X Lion ລະບົບປະຕິບັດການລຸ້ນລ່າສຸດ ຂອງ Macintosh ອີກດ້ວຍ.

ທາງດ້ານຂອງລາຄາ ຂອງ Mac Mini ນີ້ຈະເລີ່ມທີ່ $579 – $779 ເທົ່ານັ້ນ ໂດຍບໍ່ລວມຫນ້າຈໍ. ເຊິ່ງສະເປັກທີ່ໄດ້ຈະເປັນ CPU Core i5 ທັງຫມົດ ຫາກຕ້ອງການ Core i7 ຈະຕ້ອງສັ່ງ ແລ້ວເລືອກພິເສດຕາງຫາກ.

ຫລັງຈາກທີ່ໄດ້ Mac Mini ໄປແລ້ວ ທ່ານກໍ່ອາດຈະຕ້ອງການຫນ້າຈໍແມ່ນບໍ່? ແລະ Apple ກໍ່ກຽມມາໃຫ້ທ່ານແລ້ວ, ເຊິ່ງມັນມີຊື່ວ່າ Thunderbolt Display ເຊິ່ງເປັນຫນ້າຈໍ LED ຂະຫນາດ 27ນິ້ວ ທີ່ໃສ່ເທັກໂນໂລຢີ Thunderbolt  ເຂົ້າໄປເພຶ່ອໃຫ້ທ່ານສາມາດສະແດງຜົນຫນ້າຈໍຈາກ Macbook ຫລື Mac Mini ຕ່າງໆໄດ້ທັນທີ ໂດຍສະເພາະ Macbook ຈະສາມາຊາກໄປໄດ້ໃນໂຕເລີຍເພາະຈະມີສາຍແຍກອອກມາໃຫ້ໃຫ້ເປັນສາຍສາກ.

Thunderbolt Display ເປັນຫນ້າຈໍທີ່ມີຄວາມລະອຽດສູງ ເຫມາະສົມກັບການເບິງຫນັງ ຫລືສືບັນເທີງຕ່າງໆ ເນື່ອງຈາກມີລຳໂພງໃນໂຕທີ່ມີປະສິດທິພາບສຽງທີ່ດີ ແລະ ຫນ້າຈໍລະອຽດ 2560 x 1440 ພິກເຊວ ພ້ອມນັ້ນຍັງມີກ້ອງຕິດມານຳໃຫ້ເອົາໄວ້ເປັນກ້ອງສຳລັບເຮັດວິດີໂອ Chat ຫລື ເຮັດ FaceTime ກໍ່ໄດ້. ສຳລັບລາຄາ Thunderbolt Display  ນີ້ແມ່ນຢູ່ທີ່ $999 (ແພງໄປຫນ້ອຍຫນຶ່ງ).

ທີ່ມາ​ – Apple.com/displaysApple.com/macmini

ລອງອ່ານກ່ຽວກັບ  Acer ເປີດໂຕ Acer Aspire S5 Ultrabook ບາງ, ເບົາ, ຫລູຫລາ ບໍ່ແພ້ໃຜ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.