ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ມາແຮງ Mac OS X Lion ມີຍອດດາວໂຫລດ 1ລ້ານເທຶ່ອ ໃນມື້ທຳອິດ

ຂ່າວດ່ວນ

ລ່າສຸດ Apple ກໍ່ອອກມາປະກາດເຖິງຍອດການດາວໂຫລດ Mac OS X Lion ລະບົບປະຕິບັດການລຸ້ນລ່າສຸດຂອງ Macintosh ແລ້ວວ່າ, ພາຍໃນເວລາພຽງມື້ດຽວຫລັງຈາກທີ່ປ່ອຍໃຫ້ດາວໂຫລດ ຫລື ອັບເດດໃນ Mac App Store, Mac OS X Lion ມີຍອດດາວໂຫລດສູງເຖິງ 1ລ້ານເທຶ່ອ ທົ່ວໂລກ. ເຊິງຍອດດັ່ງກ່າວເປັນປະວັດຕິສາດຂອງທາງບໍລິສັດ ໃນສາຍຂອງ Mac OS X ແຕ່ລະລຸ້ນທີ່ຜ່ານມາ. ຢ່າງໃດກໍ່ຕາມ Mac OS X Lion ມີໃຫ້ອັບເກຼດ ຫລື ດາວໂຫລດໄດ້ຈາກ Mac AppStore ຂອງ Apple ໃນລາຄາ $29.99 ສຳລັບໃຜທີ່ໃຊ້ເຄື່ອງ Mac ຢູ່ກໍ່ສາມາດອັບເກດກັນໄດ້ເລີ່ຍ. ແລະ ຜູ້ຂຽນເອງກໍ່ໄດ້ຍິນມາວ່າ Mac OS X Lion ສຸດຍອດຫລາຍ 🙂

ທີ່ມາ – Apple

ລອງອ່ານກ່ຽວກັບ  Google.com ປັບແຕ່ງຫນ້າເວັບຄົ້ນຫາ ເພີ່ມແທັບເມນູໃຫມ່

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.