ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Mac OS X Lion ລຸ້ນສົມບູນອອກວາງຈຳຫນ່າຍແລ້ວ ລາຄາ $29.99

ຂ່າວໄອທີ

ລ່າສຸດ Apple ໄດ້ອອກ Mac OS X Lion ລະບົບປະຕິບັດການ Macintosh ລຸ້ນລ່າສຸດສຳລັບຄອມພິວເຕີຂອງ Apple ແລ້ວ. ໂດຍ Mac OS X Lion ນີ້ຈະອອກມາວາງຈຳຫນ່າຍ ຫລື ອັບເກດຜ່ານ Mac AppStore ເທົ່ານັ້ນໃນລາຄາ $29.99 ສຳລັບໃຜທີ່ໃຊ້ເຄື່ອງ Mac ຢູ່ກໍ່ຈົກກະເປົ໋າເພຶ່ອດາວໂຫລດ ຫລືອັບເດດມາໃຊ້ກັນໄດ້ເລີຍທັນທີ ໂດຍມີຂັ້ນຕອນການອັບເດດທີ່ງ່າຍ ທີ່ໃຜໆກໍ່ເຮັດໄດ້. ພ້ອມນັ້ນໃນ Mac OS X Lion ຍັງເປັນການປ່ຽນແປງຄັ້ງຍິ່ງໃຫຍ່ເລີຍກໍ່ວ່າໄດ້ ເນຶ່ອງຈາກນຳເອົາແນວທາງການເຮັດວຽກຂອງ iPhone ແລະ iPad ເຂົ້າມາປະສົມປະສານ ເພຶ່ອໃຫ້ຜູ້ໃຊ້ iPhone, iPad ຫລື iPod touch ໄດ້ຮັບປະສົບການທີ່ຄ້າຍຄືກັນ.

ໃນສ່ວນຂອງ ໃຜທີ່ຊື້ເຄື່ອງ Mac ນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປກໍ່ຈະໄດ້ຮັບການອັບເກດເປັນ Mac OS X Lion ຟຼີໄປເລີຍ ເພຶ່ອຮັບປະສົບການໃຫມ່ໆຫລາຍເຖິງ 250ລາຍການ.

ທີ່ມາ – Apple 

ລອງອ່ານກ່ຽວກັບ  ແອບ​ເປີນ​ເລີ່ມ​ຈັດ​ສົ່ງ iPhone 4 ແລ້ວ ແຕ່​ບາງ​ລາຍ​ຖືກຍົກ​ເລີກ​ການ​ສັ່ງ​ຊື້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.